ວັນທີ 19-20 ຕຸລານີ້, ການນຳເມືອງໄຊພູທອງ ແລະ ເມືອງສອງຄອນ ແຂວງສະຫວັນເຂດ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມເປີດງານຊ່ວງເຮືອປະເພນີປະຈໍາປີ 2567 ທີ່ອໍາເພີຊານຸມານ ແຂວງອໍານາດຈະເລີນ ຣາຊະອານາຈັກໄທ ໂດຍມີທ່ານ ນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ, ທ່ານ ບຸນທະວຽງ ບຸບຜາວົງ ປະທານແນວລາວສ້າງຊາດເມືອງສອງຄອນ ແຂວງສະຫວັນເຂດ, ທ່ານ ພັນຕີ ອະດີສັກ ນ້ອຍສຸວັນ ຜູ້ວ່າຣາດ ຊະການແຂວງອໍານາດຈະເລີນ ຣາຊະອານາຈັກໄທ, ມີທ່ານ ພັນຈາເອກ ສຸວິນ ຫ້ອງແຊງ ນາຍອໍາເພີຊານຸມານເຂົ້າຮ່ວມ.
ການຈັດງານຄັ້ງນີ້, ເພື່ອເປັນການອະນຸລັກ ສົ່ງເສີມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຍັງເປັນການເສີມຂະຫຍາຍທາງດ້ານທຸລະກິດການຄ້າ, ການລົງທຶນ, ການທ່ອງທ່ຽວ ລວມໄປເຖິງສາຍພົວພັນມິດຕະພາບລະຫວ່າງເມືອງໄຊພູທອງ, ເມືອງສອງຄອນ ແຂວງສະຫວັນເຂດ ສປປ ລາວ ແລະ ແຂວງອໍານາດຈະເລີນ ຣາຊະອານາຈັກໄທ ໃຫ້ໝັ້ນຄົງຂະນົງແກ່ນຕະຫຼອດໄປ.
ໂອກາດນີ້, ທ່ານ ເຈົ້າເມືອງໄຊພູທອງ ກ່າວວ່າ: ການຮ່ວມງານບຸນຊ່ວງເຮືອຄັ້ງນີ້, ຍັງເປັນການແລກປ່ຽນວັດທະນະທຳອັນດີງາມຂອງທ້ອງຖິ່ນສອງຝັ່ງແມ່ນ້ຳຂອງ ຍັງເປັນການເສີມຂະຫຍາຍສາຍພົວພັນອັນດີງາມໃນຖານະເປັນບ້ານໃກ້ເຮືອນຄຽງ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ທັງເປັນການສົ່ງເສີມການຮ່ວມມືເພື່ອພັດທະນາທາງດ້ານເສດຖະກິດ, ການຄ້າ, ການສຶກສາ, ການທ່ອງທ່ຽວລະຫວ່າງສອງຝັ່ງແມ່ນໍ້າຂອງລາວ-ໄທ, ໄທ-ລາວ ແລະ ດ້ານອື່ນໆ. ຈາກນັ້ນ, ຄະນະຜູ້ແທນໄດ້ຮ່ວມກັນລັ່ນຄ້ອງເພື່ອເປີດງານຊ່ວງເຮືອປະຈຳປີ ພ.ສ 2567 ຢ່າງເປັນທາງການ.
(ຂ່າວ-ພາບ: ພັນທະມິດ ວົງສຸທິ)