ວັນທີ 18 ຕຸລາຜ່ານມາ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ພ້ອມຄະນະ ໄດ້ຕິດຕາມ, ຊຸກຍູ້ວຽກງານ ແລະ ຮ່ວມເຮັດວຽກກັບຄະນະຊ່ວຍວຽກ ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ເລກທີ 116/ນຍ, ວ່າດ້ວຍການແຕ່ງຕັ້ງຄະນະຊ່ວຍວຽກທ່ານນາຍົຫລັດຖະມົນຕີ ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິ 04, 19/ກມສພ, ມະຕິ 05/ລບ, 2 ວາລະແຫ່ງຊາດ ແລະ ວຽກງານຈຸດສຸມເຄັ່ງຮ້ອນຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດຖະບານ ຢູ່ແຂວງເຊກອງ, ໂດຍມີ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນແຂວງ, ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ຂັນຕີ ສີລະວົງສາ ໄດ້ລາຍງານສະພາບການຈັດຕັ້ງຜັນຂະຫຍາຍ ແລະປະຕິບັດບັນດາມະຕິຂອງສູນກາງພັກ, ລັດຖະບານ ກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ບັນຫາເຄັ່ງຮ້ອນ ເປັນຕົ້ນແມ່ນການຜະລິດ, ການປຸງແຕ່ງ ເພື່ອຊົດເຊີຍການນໍາເຂົ້າ-ສົ່ງອອກສິນຄ້າ, ການຄົມມະນາຄົມຂົນສົ່ງ, ການພັດທະນາ ແລະ ການຄຸ້ມຄອງແຮ່ທາດ ຊຶ່ງທ່ານໃຫ້ຮູ້ວ່າ: ການນໍາແຂວງ ໄດ້ເປັນເຈົ້າການແຕ່ຫົວທີຊີ້ນໍາການຜັນຂະຫຍາຍ-ເຜີຍແຜ່ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດບັນດາມະຕິຕ່າງໆ ແລະ ສອງວາລະແຫ່ງຊາດຢ່າງເປັນເຈົ້າການ. ພ້ອມນີ້ຄະນະປະຈໍາພັກແຂວງ, ອົງການປົກຄອງແຂວງໄດ້ອອກເປັນມະຕິຕົກລົງ ແລະ ຂໍ້ຕົກລົງຂອງທ້ອງຖິ່ນ ເພື່ອແຕ່ງຕັ້ງຄະນະຮັບຜິດຊອບ ແລະ ມອບໝາຍໃຫ້ບັນດາຂະແໜງການ ແລະ 4 ເມືອງ ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຕົວຈິງໃນແຕ່ລະໜ້າວຽກຄື: ໄດ້ສຸມໃສ່ການຜະລິດ ເພື່ອທົດແທນການນໍາເຂົ້າ, ໂດຍໄດ້ສົ່ງເສີມ, ດຶງດູດທຸລະກິດເອກະຊົນ ລົງທຶນສ້າງຟາມໄຂ່ 3 ແຫ່ງ, ຟາມໝູ 3 ແຫ່ງ, ຊຶ່ງສາມາດສະໜອງໄຂ່ ແລະ ຊີ້ນໝູ ໃຫ້ຕະຫຼາດພາຍໃນແຂວງ ພຽງພໍກັບຄວາມຕ້ອງການ; ພ້ອມນີ້ ກໍໄດ້ຜະລິດພືດຜັກ (ຊຶ່ງເປັນທ່າແຮງ ແລະ ມູນເຊື້ອຂອງປະຊາຊົນເມືອງທ່າແຕງ) ສົ່ງອອກຂາຍພານໃນ ແລະ ຕ່າງປະເທດຈຳນວນໜຶ່ງ; ການນໍາເຂົ້າ-ສົ່ງອອກ ເຫັນວ່າມີລັກສະນະກ້າວກະໂດດ ເປັນຕົ້ນ: ການສົ່ງອອກຫຼາຍກວ່າການນໍາເຂົ້າ, ແມ່ນການສົ່ງອອກກະແສໄຟຟ້າ, ແປ້ງມັນຕົ້ນ, ມັນຕົ້ນແຫ້ງ, ຢາງພາລາ, ກາເຟ, ຜະລິດຕະພັນໄມ້, ຖ່ານຫີນ ແລະ ສິນຄ້າ ອື່ນໆ.
ການຂຸດຄົ້ນລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ແມ່ນໄດ້ສຸມໃສ່ການຈັດເກັບລາຍຮັບ ຕາມຖານທີ່ສູນກາງໄດ້ມອບໃຫ້ແຂວງ ຄົບຖ້ວນ, ການປະຕິບັດລາຍຮັບ 9 ເດືອນ ປີ 2024 ລວມພູດສູນກາງ ແລະ ທ້ອງຖິ່ນ 298,426 ຕື້ກີບ ເທົ່າກັບ 134%. ໃນນັ້ນ, ພູດສູນກາງ 92,202 ຕື້ກີບ, ເທົ່າກັບ 120%, ພູດທ້ອງຖິ່ນ 398,939 ຕື້ກີບ ເທົາກັບ 140%; ໄດ້ເອົາໃຈໃສ່ແຕ່ຫົວທີໃນການແກ້ໄຂບັນດາຮ້ານແລກປ່ຽນເງິນຕາໃນທົ່ວແຂວງ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ, ຊຶ່ງມາຮອດປັດຈຸບັນທົ່ວແຂວງ ບໍ່ມີຮ້ານແລກປ່ຽນເງິນຕາ, ມີແຕ່ໄປແລກປ່ຽນນໍາທະນາຄານທຸລະກິດເທົ່ານັ້ນ.
ໂອກາດນີ້, ຄະນະທີມງານຮັບຜິດຂອບ 116/ລບ ໄດ້ເຜີຍແຜ່ນິຕິກຳຕ່າງໆ ຂອງຄະນະ 116/ນຍ, ມະຕິ 04/ກມສພ, 05/ລບ, 19/ກມສພ ແລະ ແຜນວຽກຈຸດສຸມ 4 ເດືອນທ້າຍປີ 2024 ຕື່ມອີກ.