ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ພົບປະສອງຝ່າຍກັບທ່ານ ອອສ์ມານ ຊາລັມ (OSMAN SAĞLAM) ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດໃຫຍ່ ແຫ່ງສາທາລະນະລັດ (ສ. ຕວັກກີ) ໃນວັນທີ 21 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ທ່ານ ສຸບັນ ສະວະບຸດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນມາຍັງທ່ານ ອອສ์ມານ ຊາລັມ ພ້ອມຄະນະ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນໄອປາ (AIPA) ຄັ້ງທີ 45. ການພົບປະໃນຄັ້ງນີ້ເປັນຄັ້ງທຳອິດ ແລະ ເປັນໂອກາດດີທີ່ພວກເຮົາຈະໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ.ຕວັກກີ ກໍຄືລະຫວ່າງສອງອົງການນິຕິບັນຍັດໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ຍິ່ງໆຂຶ້ນ.
ທ່ານ ອອສ์ມານ ຊາລັມ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ຄວາມເວົ້າອັນຈົບງາມຂອງທ່ານ
ສຸບັນ ສະວະບຸດ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດລາວ-ຕວັກກີ ເວົ້າລວມ, ເວົ້າສະເພາະລະຫວ່າງສອງອົງການນິຕິບັນຍັດ ພ້ອມທັງໄດ້ແຈ້ງສະພາບການທີ່ພົ້ນເດັ່ນໃນປັດຈຸບັນຂອງຕວັກກີໃຫ້ໄດ້ຮັບຊາບ. ການພົວພັນຮ່ວມມືລະຫວ່າງສອງປະເທດລາວ ແລະ ຕວັກກີ ຕະຫຼອດ ໄລຍະ 66 ປີ (26/6/1958-26/6/2024) ທີ່ຜ່ານມາໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ, ເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິລະຫວ່າງການນຳຂັ້ນສູງ ແລະ ລະດັບຕ່າງໆຂອງສອງປະເທດ, ການຮ່ວມມືທາງດ້ານການເມືອງ, ເສດຖະກິດ-ການຄ້າ, ການລົງທຶນ, ສາທາລະນະສຸກ, ການສຶກສາ, ກະສິກໍາ-ປ່າໄມ້, ແຮງງານ, ທ່ອງທ່ຽວ ແລະ ອື່ນໆ ໄດ້ມີການຂະຫຍາຍຕົວ. ໃນໄລຍະຜ່ານມາຕວັກກີ ໄດ້ໃຫ້ ການຊ່ວຍເຫຼືອທາງດ້ານພັດທະນາຊັບພະຍາກອນມະນຸດແກ່ ສປປ ລາວ ຊຶ່ງບຸກຄະລາກອນເຫຼົ່ານັ້ນ ລ້ວນແຕ່ເປັນກຳລັງແຮງໃຫ້ແກ່ບັນດາຂະແໜງການທີ່ສຳຄັນຂອງພາກລັດ. ເວົ້າສະເພາະຕໍ່ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາຕວັກກີ ການພົວພັນຮ່ວມມືຍັງບໍ່ທັນຕໍ່ເນື່ອງ ແຕ່ໄດ້ຮັບການເສີມຂະຫຍາຍເປັນຢ່າງດີ ຊຶ່ງມີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນກຳມາທິການຮ່ວມກັນ. ນອກນີ້, ຍັງໄດ້ມີການແລກປ່ຽນສານຊົມເຊີຍໃນໂອກາດວັນສຳຄັນຂອງຊາດ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນເຊັ່ນ: AIPA, IPU, APPF ຊຶ່ງເປັນການປະກອບສ່ວນສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.
ທ່ານ ສຸບັນ ສະວະບຸດ ໄດ້ລາຍງານສະພາບການພົ້ນເດັ່ນຂອງສປປລາວໃນ 6 ເດືອນຕົ້ນປີ 2024
ເສດຖະກິດສືບຕໍ່ຂະຫຍາຍຕົວ ລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 4.7%; ປັດຈຸບັນ ສະພາແຫ່ງຊາດລາວໄດ້ຮັບຮອງເອົາກົດໝາຍທັງໝົດ 167 ສະບັບ ທີ່ກວມເອົາຂົງເຂດການປົກຄອງ, ເສດຖະກິດ, ວັດທະນະທຳ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ. ກຳລັງສຸມໃສ່ຄົ້ນຄວ້າ ປັບປຸງ ລັດຖະທຳມະນູນ ສະບັບປີ 2015 ຊຶ່ງເປັນການປັບປຸງລັດຖະທຳມະນູນເປັນຄັ້ງທີ 3 ແລະ ຄາດວ່າຈະນໍາເຂົ້າມາພິຈາລະນາ ແລະ ຮັບຮອງໃນປີ 2025 ນີ້. ໃນຕໍ່ໜ້າສອງອົງການນິຕິບັນຍັດຈະສືບຕໍ່ຊຸກຍູ້ໃຫ້ມີການ ແລກປ່ຽນຄະນະຜູ້ແທນນຳກັນໃນລະດັບຕ່າງໆຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ; ຊ່ວຍສ້າງຊັບພະຍາກອນມະນຸດເປັນຕົ້ນແມ່ນການຝຶກອົບຮົມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນນຳກັນ ເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຂອງ ສປປ ລາວ; ສະເໜີໃຫ້ຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບານຂອງສອງປະເທດສືບຕໍ່ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ, ຂໍ້ຕົກລົງ ແລະ ໂຄງການຮ່ວມມືທີ່ໄດ້ລົງນາມຮ່ວມກັນໃຫ້ເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນຢ່າງແທ້ຈິງ; ສະເໜີໃຫ້ມີການສືບຕໍ່ແລກປ່ຽນຄຳເຫັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ໂອກາດນີ້, ທ່ານ ສຸບັນ ສະວະບຸດ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານ, ລັດຖະສະພາ ແລະ ປະຊາຊົນຕວັກກີ ທີ່ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວຕະຫຼອດໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ພິເສດ, ໄດ້ມອບພາຫະນະໜຶ່ງຄັນໃຫ້ແກ່ສະພາແຫ່ງຊາດລາວ ຊຶ່ງມີຄຸນຄ່າຢ່າງສູງໃຫ້ແກ່ພວກຂ້າພະເຈົ້າໄດ້ນຳໃຊ້ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.
ຂ່າວ: ພູວັນ, ພາບ: ຕຸໄລເພັດ