ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ)ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກທີ່ ນະຄອນຫຼວງມົດສະກູ ສະຫະພັນຣັດເຊຍ ເມື່ອບໍ່ດົນມານີ້ ຊຶ່ງຈຸດປະສົງຂອງການຢ້ຽມຢາມດັ່ງກ່າວ ແມ່ນເພື່ອປະຕິບັດຕາມການມອບໝາຍ ໂດຍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຈັດຕັ້ງພິທີປະດັບຫຼຽນໄຊມິດຕະພາບໃຫ້ແກ່ ສະຫາຍ ເກນນາດີ ຊູການົບ ປະທານຄະນະບໍລິຫານງານສູນກາງພັກກອມມູນິດສະຫະພັນຣັດເຊຍ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ຣັດເຊຍ-ລາວ ກໍຄື ລະຫວ່າງ ພັກກອມມູນິດສະຫະພັນຣັດເຊຍ ແລະ ພັກປະຊາຊົນປະຕິວັດລາວຕະຫຼອດໄລຍະຫຼາຍປີຜ່ານມາ.ການມອບລາງວັນແຫ່ງຊາດອັນສູງສົ່ງຂອງ ລັດຖະບານລາວ ໃຫ້ແກ່ສະຫາຍ ເກນນາດີ ຊູການົບມີຂຶ້ນໃນຄັ້ງນີ້ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງສະຫາຍ ຄົບຮອບ 80 ປີ.
ພິທີການປະດັບຫຼຽນໄຊມິດຕະພາບດັ່ງກ່າວ ໄດ້ຈັດຂຶ້ນທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງມົດສະກູ, ໂດຍມີຜູ້ຕາງໜ້າຈາກ ພັກກອມມູນິດສະຫະພັນຣັດເຊຍ, ສະມາຄົມມິດຕະພາບຣັດເຊຍ-ລາວ, ພະນັກງານສະຖານທູດລາວ ແລະ ນັກຂ່າວຂອງຣັດເຊຍຈໍານວນໜຶ່ງ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ສະຫາຍເກນນາດີ ຊູການົບ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງ ພັກ, ລັດ ແຫ່ງ ສປປ ລາວ ທີ່ໄດ້ຕີລາຄາສູງຕໍ່ຜົນງານ ທີ່ສະຫາຍ ໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຣັດເຊຍ ແລະ ສປປ ລາວ ໃນໄລຍະຜ່ານມາ ໂດຍໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ຜູ້ກ່ຽວ ຕໍ່ຜົນງານອັນພົ້ນເດັ່ນດັ່ງກ່າວ; ຕີລາຄາສູງຕໍ່ການຢ້ຽມຢາມຂອງຄະນະຜູ້ແທນ ພັກ ປປ ລາວໃນຄັ້ງນີ້ ພ້ອມທັງເຫັນດີກັບຝ່າຍລາວ ຕໍ່ກັບການຕີລາຄາສະພາບການພົວພັນຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດສະຫະພັນຣັດເຊຍ. ຝ່າຍຣັດເຊຍ ເຫັນດີທີ່ຈະຊູກຍູ້ ການພົວພັນຮ່ວມມື ໃນດ້ານຕ່າງໆກັບ ສປປ ລາວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ແລະຍິນດີທີ່ຈະຢ້ຽມຢາມ ສປປລາວໃນເວລາທີ່ເໝາະສົມ.
ໃນໄລຍະການຢ້ຽມຢາມ, ສະຫາຍທອງສະຫວັນ ພົມວິຫານພົບປະກັບສະຫາຍດີມີຕຣີ ໂນວິກກົບຮອງປະທານພັກກອມມູນິດສະຫະພັນຣັດເຊຍຮອງປະທານກໍາມາທິການຕ່າງປະເທດຂອງສະພາດູມາ ແຫ່ງສະຫະພັນຣັດເຊຍ ຊຶ່ງໃນການພົບປະດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວພັນ ແລະ ຮ່ວມມື ດ້ານລັດ ແລະ ດ້ານພັກ ລະຫວ່າງ ສອງປະເທດ, ໄດ້ມີການພົບປະແລກປ່ຽນ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ. ໃນນີ້,ສະຫາຍ ທອງສະຫວັນພົມວິຫານ ໄດ້ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງສະຫະພາບໂຊວຽດ ໃນໄລຍະການຕໍ່ສູ້ປະຕິວັດເພື່ອປົດປ່ອຍປະເທດລາວ ໃນເມື່ອກ່ອນ ກໍຄື ໃນການປົກປັກຮັກສາ ແລະ ພັດທະນາ ສປປ ລາວ ໃນໄລຍະໃໝ່; ໄດ້ຍົກໃຫ້ເຫັນເຖິງການພົວພັນທາງດ້ານການເມືອງ ທີ່ໄດ້ຮັບການຮັດແໜ້ນ ແລະ ເລິກເຊິ່ງຍິ່ງໆຂຶ້ນແລະ ດ້ານອື່ນໆໄດ້ຮັບການຊຸກຍູ້ ເສີມຂະຫຍາຍ ຢ່າງຕັ້ງໜ້າ ອັນພົ້ນເດັ່ນທາງດ້ານການສຶກສາ ແມ່ນໄດ້ເລີ່ມໃຫ້ມີການສອນພາສາຣັດເຊຍ ຢູ່ໂຮງຮຽນທີ່ນະຄອນຫຼວງວຽງຈັນ ເຖິງ 6 ແຫ່ງ;ໄດ້ແຈ້ງສະພາບໂດຍສັງເຂບກ່ຽວກັບ ສປປ ລາວ, ໂດຍສະເພາະການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີXIຂອງພັກ ໃນທ້າຍສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX,ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຜົນສໍາເລັດຂອງການເປັນເຈົ້າພາບການຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ ໃນປີ 2024.
ສະຫາຍ ດີມີຕຣີ ໂນວິກກົບ ໄດ້ແຈ້ງສະພາບພາຍໃນຣັດເຊຍ; ສະພາບການເຄື່ອນໄຫວ ແລະ ບົດບາດ ຂອງພັກກອມມູນິດ ໃນໄລຍະຜ່ານມາ ໂດຍສະເພາະການເຄື່ອນໄຫວເພື່ອປົກປ້ອງຜົນປະໂຫຍດຊາວຣັດເຊຍ; ການເຂົ້າຮ່ວມການເລືອກຕັ້ງບັນດາເຈົ້າແຂວງ ແລະ ສະພາທ້ອງຖິ່ນ ໃນເດືອນກັນຍາ2024 ທີ່ຜ່ານມາ; ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງພັກຊຶ່ງມັນສະແດງໃຫ້ເຫັນການມອບລາງວັນແຫ່ງຊາດອັນສູງສົ່ງໃຫ້ແກ່ປະທານພັກກອມມູນິດສະຫະພັນຣັດເຊຍ. ນອກນີ້, ສະຫາຍ ຍັງໄດ້ສະເໜີໃຫ້ມີການຊຸກຍູ້ ແລະ ເສີມຂະຫຍາຍການຮ່ວມມືດ້ານການໂຄສະນາຂໍ້ມູນຂ່າວສານຮ່ວມກັນຢ່າງຕັ້ງໜ້າ ໂດຍອີງໃສ່ທ່າແຮງຂອງສອງຝ່າຍ ເພື່ອເປັນການໂຄສະນາກ່ຽວກັບປະເທດລາວ ແລະ ພັກປະຊາຊົນປະຕິວັດລາວ, ເພື່ອເຮັດໃຫ້ຊາວຣັດເຊຍຮູ້ຈັກ ສປປ ລາວ ຫຼາຍຍິ່ງຂຶ້ນ ແລະ ທັງເປັນການສົ່ງເສີມດ້ານການທ່ອງທ່ຽວນໍາກັນ.
ການມາຢ້ຽມຢາມ ສະຫະພັນຣັດເຊຍຂອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໃນຄັ້ງນີ້ ຖືເປັນອີກບາດກ້າວໜຶ່ງທີ່ສຳຄັນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມລະຫວ່າງ ສປປລາວ ແລະ ສະຫະພັນຣັດເຊຍກໍຄື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດສະຫະພັນຣັດເຊຍ ໃຫ້ແໜ້ນແຟ້ນເລິກເຊິ່ງຍິ່ງຂຶ້ນ.
ຂ່າວ:ຄຕພ