ໃນວັນທີ 21 ຕຸລານີ້ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ ໄດ້ເປັນປະທານກອງປະຊຸມຄະນະກຳມະການຮ່າງຖະແຫຼງການຮ່ວມຂອງກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ ຄັ້ງທີ 45 ໂດຍມີຄະນະຜູ້ແທນລັດຖະສະພາສະມາຊິກໄອປາ ແລະ ທ່ານເລຂາທິການໃຫຍ່ໄອປາ ເຂົ້າຮ່ວມ.
ກອງປະຊຸມໄດ້ຮ່ວມກັນປຶກສາຫາລື ແລະ ເປັນເອກະພາບກັນຕໍ່ກັບຮ່າງຖະແຫຼງການຮ່ວມ ເຊິ່ງເປັນຜົນຂອງກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ກ່ອນທີ່ຈະນຳເຂົ້າພິຈາລະນາລົງລາຍເຊັນຮັບຮອງໃນກອງປະຊຸມຄົບຄະນະວາລະສຸດທ້າຍ ໂດຍບັນດາທ່ານປະທານ ຫຼື ຫົວໜ້າຄະນະຜູ້ແທນສະມາຊິກໄອປາ.
ພາບ: ສຸກສະຫວັນ