ເມື່ອບໍ່ດົນມານີ້, ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງອຸດົມໄຊ (ສາຂາ ທຫລ.ອຊ) ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງເມືອງນາໜໍ້ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ ການຄຸ້ມຄອງເງິນຕາຕ່າງປະເທດ ໃນການຕິດປ້າຍລາຄາສິນຄ້າເປັນສະກຸນເງິນກີບ, ການຊຳລະຄ່າສິນຄ້າ ແລະ ບໍລິການ ສະກຸນເງິນກີບ ຢູ່ບັນດາຫົວໜ່ວຍທຸລະກິດ, ຮ້ານອາຫານ ແລະ ບັນດາຫົວໜ່ວຍຜູ້ປະກອບການຕ່າງໆ ນໍາໂດຍທ່ານ ເພັດສະໝອນ ພິລາສັກ ຮອງຫົວໜ້າພະແນກເສດຖະກິດ ແລະ ຄຸ້ມຄອງເງິນຕາຕ່າງປະເທດ ສາຂາ ທຫລ.ອຊ, ມີຜູ້ຕາງໜ້າຈາກຫ້ອງວ່າການເມືອງ ແລະ ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.
ການລົງເຄື່ອນໄຫວຄັ້ງນີ້, ເພື່ອເປັນການປຸກລະດົມຊຸກຍູ້ ໃຫ້ບັນດາຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການ ພາຍໃນເມືອງຕິດລາຄາສິນຄ້າ ແລະ ບໍລິການເປັນສະກຸນເງິນກີບ ໃນການຊໍາລະສະສາງ ເພື່ອໃຫ້ສອດຄ່ອງກັບກົດໜາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15/ສພຊ, ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ ແລະ ບັນດານິຕິກຳຕ່າງໆ ທີ່ກ່ຽວຂ້ອງ
(ພາບ-ຂ່າວ: ສົມຈິດ ວົງດາຣາ)