ເນື່ອງໃນໂອກາດວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 23 ປີ (12 ຕຸລາ 2001-12 ຕຸລາ 2024). ໃນວັນທີ 22 ຕຸລາ ນີ້ ທີ່ສະໝາມບິນເກົ່າ ແຂວງບໍ່ແກ້ວ ໄດ້ຈັດພິທີທໍາລາຍຢາເສບຕິດ ຈໍານວນ 16 ລາຍການ ໂດຍການເຂົ້າຂອງທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ມີການນໍາຂອງແຂວງ-ເມືອງ, ກອງບັນຊາການ ປກຊ-ປກສ, ນັກທຸລະກິດ, ອໍານາດການປົກຄອງບ້ານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ທ່ານ ພັທ ປັນຍາ ແສງວິຈິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 1254/ຈຂ-ບກ, ວ່າດ້ວຍການອານຸຍາດໃຫ້ທຳລາຍຢາເສບຕິດທີ່ເຈົ້າໜ້າທີ່ຢຶດໄດ້ ແລະ ໂດຍຜ່ານການຕັດສີນຂອງສານປະຊາຊົນຢ່າງເດັດຂາດຊຶ່ງມີ 16 ລາຍການ, ມີນໍ້າໜັກທັງໝົດ 18,249 ກິລາກຼາມ. ໃນນັ້ນ, ມີຢາບ້າ 82,244,611 ເມັດ, ນໍ້າໜັກ 8,963 ກິໂລກຣາມ, ຢາໄອສ໌ 928 ຫໍ່, 166 ຖົງ, 37 ຫຼອດ, 1 ກ້ອນ, ນໍ້າໜັກ 928 ກິໂລກຣາມ, ຄາເຟອິນ 289 ເປົາ, 1 ຫໍ່, 2 ຖົງ, ນໍ້າໜັກ 7,226 ກິໂລກຣາມ, ເຄຕາມິນ 224 ຫໍ່, 97 ຖົງ, ນໍ້າໜັກ 224 ກິໂລກຼາມ, ເຮໂລອິນ 1,895 ແຫ່ງ, 2 ຖົງ, 1 ຫໍ່, 1 ກ້ອນ, 11 ຫຼອດ ນໍ້າໜັກ 908 ກິໂລກຣາມ, ຝິນ 1 ກ້ອນ, ນໍ້າໜັກ 20.9 ກຣາມ, ແປ້ງຝຸ່ນ 52 ຖົງ, 119 ຫຼອດ, ນໍ້າໜັກ 619.52 ກຣາມ, ຢາອີ ຈຳນວນ 23 ເມັດ, ນໍ້າໜັກ 3.6 ກຣາມ, ເມັດສີເຫຼືອງ 2 ເມັດ, ນໍ້າໜັກ 0,4 ກຣາມ, ເມັດສີຟ້າ 8 ເມັດ, ນໍ້າໜັກ 6.6 ກຣາມ, ຄໍລາເຈັນ ຈຳນວນ: 66 ຖົງ, ຢາສູບໄຟຟ້າ ຈຳນວນ: 3,465 ອັນ, ຖັງບັນຈຸສານໄນຕັດອ໋ອກໄຊຈຳນວນ: 2 ຖັງ, ນໍ້າຢາດີໄອ (ສ່ວນປະສົມນໍ້າກະທ້ອມ) ມີ 558 ຂວດ, ນໍ້າຕານໝາກພ້າວ (ສ່ວນປະສົມນໍ້າກະທ້ອມ) ມີ 50 ຂວດ ແລະ ໃບກະທ້ອມ 20 ກີໂລກຣາມ.
(ຂ່າວ: ຄໍາເພັງ ສີສະຫວ່າງ)