ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູ ມິນ ນອງ ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະໃນວັນທີ 22 ຕຸລານີ້ ທີ່​ຫ້ອງ​ວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນຕີ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານລາວ-ມຽນມາ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ອູ ມິນ ນອງ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ຊຶ່ງເປັນການປະກອບສ່ວນສໍາຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງປະເທດ ລາວ-ມຽນມາ ແລະ ມຽນມາ-ລາວ ເວົ້າລວມ, ເວົ້າ​ສະ​ເພາະ​ ແມ່ນການພົວພັນຮ່ວມມື ຂອງສອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ກະຊວງແຮງງານ ແຫ່ງ ສ ມຽນມາ, ໃຫ້ສືບຕໍ່ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນໄປເລື້ອຍໆ ຊຶ່ງເຫັນວ່າໄລຍະຜ່ານມາການນໍາຂອງສອງປະເທດ ກໍໄດ້ມີການພົວພັນແລກປ່ຽນຊຶ່ງກັນ ແລະ ກັນ, ຍົກສູງການພົວພັນຮ່ວມມື ໃນຫຼາຍຂົງເຂດເຊັ່ນ: ການຮ່ວມມືດ້ານແຮງງານ, ວຽກງານປ້ອງກັນຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ການຄ້າ, ການລົງທຶນ ແລະ ອື່ນໆ.
ໂອກາດດຽວກັນນີ້, ທ່ານ ອູ ມິນ ນອງ ພ້ອມດ້ວຍຄະນະ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ, ຖືໂອກາດນີ້ແຈ້ງຈຸດປະສົງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຮັບຊາບຕື່ມອີກ.
ຂ່າວ-ພາບ: ບຸນອູ້ມ