ກອງປະຊຸມວຽກງານປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນຄັ້ງທີ 7 (The 7th Meeting of the ASEAN Data Protection and Privacy Forum)ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 22ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີເຈົ້າໜ້າທີ່46ທ່ານ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ແມ່ນໜຶ່ງໃນກອງປະຊຸມຍ່ອຍຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈີຕອນອາຊຽນ (ADGSOM) ທີ່ໄດ້ຈັດຂຶ້ນໃນນະຄອນຫຼວງວຽງຈັນ ໃນລະຫວ່າງ21-25ຕຸລານີ້,ກອງປະຊຸມວຽກງານປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນອາຊຽນໄດ້ສຸມໃສ່ປຶກສາຫາລືກ່ຽວກັບການປະຕິບັດຫຼັກການປົກຂໍ້ມູນແລະເພື່ອອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນຄວາມຮູ້ ແລະ ການປະຕິບັດທີ່ດີທີ່ສຸດສຳລັບວຽກງານປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ລະຫວ່າງບັນດາປະເທດສະມາຊິກອາຊຽນ.
ກອງປະຊຸມໄດ້ຈັດຂຶ້ນເປັນເວລາໜຶ່ງວັນ ຊຶ່ງໃນພາກເຊົ້າແມ່ນກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານປົກປ້ອງຂໍ້ມູນ ຂອງແຕ່ລະປະເທດສະມາຊິກອາຊຽນ ທັງດ້ານນິຕິກຳ, ເຫດການຕ່າງໆ ແລະ ການແກ້ໄຂສິ່ງທ້າທາຍ ໃນວຽກງານປົກປ້ອງຂໍ້ມູນ, ສຳລັບ ສປປ ລາວ ນຳພາໂດຍ ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດີຈີຕອນ ແລະ ຂຶ້ນລາຍງານວຽກງານປົກປ້ອງຂໍ້ມູນ ຂອງ ສປປ ລາວ ໂດຍ ທ່ານ ສຸເນດໂຕ ຊາພັກດີ ຮອງຫົວໜ້າກົມຄວາມປອດໄພໄຊເບີກະຊວງເຕັກໂນໂລຊີແລະການສື່ສານ. ຈາກນັ້ນ ປະເທດສິງປະໂປ ໄດ້ລາຍງານເພີ່ມຕື່ມ ກ່ຽວກັບແຜນຈັດຕັ້ງປະຕິບັດຂອບການຮ່ວມມືອາຊຽນທາງດ້ານຂໍ້ມູນລັດຖະບານ (initiatives under ASEAN Framework on Digital Data Governance), ຂອບຮ່ວມມືສຳລັບການໂອນຍ້າຍຂໍ້ມູນສ່ວນບຸກຄົນຂ້າມແດນ (Operational Framework for the Global Cross-Border Privacy Rules (Global CBPR) System). ນອກຈາກນັ້ນ, ຜູ້ແທນຈາກປະເທດກໍາປູເຈຍ ໃນນາມປະທານຂອງກອງປະຊຸມ ໄດ້ລາຍງານ ບັນດາຂໍ້ລິເລີ່ມ ພາຍໃຕ້ແຜນງານ ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ.
ໃນຕອນບ່າຍ ຂອງວັນດຽວກັນ ແມ່ນການຈັດສຳມະນາ ພາຍໃນຫົວຂໍ້ ເຕັກໂນໂລຊີໃໝ່ ແລະ ໃນການປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ (Industry EngagementForum On Emerging Technologies and Data Privacy). ໂດຍມີການນໍາສະເໜີ ຈາກອົງການປົກປ້ອງຂໍ້ມູນເອເລັກໂຕຣນິກ ຂອງປະເທດຍີ່ປຸ່ນ, ພາກສ່ວນທຸລະກິດຈາກບັນດາປະເທດອາຊຽນ ແລະ ມີການແລກປ່ຽນຄຳເຫັນກ່ຽວກັບ ຄວາມກັງວົນຕໍ່ກັບມາດຕະຖານປົກປ້ອງຂໍ້ມູນສ່ວນບຸກຄົນຂອງພາກທຸລະກິດ, ການແບ່ງປັນຂໍ້ມູນຂອງພາກລັດໃນແບບຂໍ້ມູນເປີດ, ລວມທັງການນຳໃຊ້ຂໍ້ມູນເພື່ອຕໍ່ຍອດໃຫ້ແກ່ ເຕັກໂນໂລຊີໃໝ່.
ກອງປະຊຸມຄັ້ງນີ້ , ຜູ້ເຂົ້າຮ່ວມໄດ້ສະແດງຄວາມຫວັງໃນອະນາຄົດຂອງການປົກປ້ອງຂໍ້ມູນໃນພາກພື້ນອາຊຽນຊຶ່ງໄດ້ຍົກໃຫ້ເຫັນເຖິງຄວາມມຸ່ງໝັ້ນລວມຂອງບັນດາປະເທດສະມາຊິກເພື່ອເສີມສ້າງກົນໄກການປົກປ້ອງຂໍ້ມູນສ່ວນບຸກຄົນແລະສົ່ງເສີມວັດທະນະທໍາຄວາມເປັນສ່ວນຕົວທີ່ສອດຄ່ອງກັບຄວາມຕ້ອງການຂອງພົນລະເມືອງແລະທຸລະກິດ.
ຂ່າວ:ກະຊວງເຕັກໂນໂລຊີແລະການສື່ສານ