ບໍລິສັດພະນົມພອນ ສໍາປະທານເນື້ອທີ່ 4 ເຮັກຕາ ເພື່ອຂຸດຄົ້ນ ແລະ ປຸງແຕ່ງຫີນກໍ່ສ້າງ ຢູ່ບ້ານພີນ

ບໍລິສັດພະນົມພອນ ສໍາປະທານເນື້ອທີ່ 4 ເຮັກຕາ ເພື່ອຂຸດຄົ້ນ ແລະ ປຸງແຕ່ງຫີນກໍ່ສ້າງ ຢູ່ບ້ານພີນ

ບໍລິສັດພະນົມພອນ ສໍາປະທານເນື້ອທີ່ 4 ເຮັກຕາ ເພື່ອຂຸດຄົ້ນ ແລະ ປຸງແຕ່ງຫີນກໍ່ສ້າງ ຢູ່ບ້ານພີນ
ຄະນະກຳມະການປົກຄອງແຂວງຄຳມ່ວນ ອະນຸຍາດໃຫ້ບໍລິສັດ ພະນົມພອນ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຂຸດຄົ້ນ ແລະ ປຸງແຕ່ງຫີນປູນ (ຫີນກໍ່ສ້າງ) ໃນເນື້ອທີ່ໃນ 4 ເຮັກຕາ ຢູ່ເຂດບ້ານພີນ ເມືອງທ່າແຂກ ໂດຍຜ່ານຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ.
ບລສດພະນມພອນ ສາປະທານເນອທ 4 ເຮກຕາ ເພອຂດຄນ ແລະ ປງແຕງຫນກສາງ ຢບານພນ - image 1
 

ພິທີເຊັນສັນຍາສໍາປະທານ ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດຜ່ານມາທີ່ ເມືອງທ່າແຂກ ໂດຍມີທ່ານ ພາກອນ ແກ້ວມະນີ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ປະທານບໍລິສັດພະນົມພອນ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວມີຈຸດປະສົງເພື່ອຂຸດຄົ້ນ ແລະ ປຸງແຕ່ງຫີນກໍ່ສ້າງສຳລັບຈຳໜ່າຍພາຍໃນປະເທດ ພ້ອມທັງສ້າງພື້ນຖານດ້ານການລົງທຶນ ຊຶ່ງໂຄງການຈະດຳເນີນພາຍໃຕ້ຮູບແບບການລົງທຶນພາຍໃນ 100% ໂດຍມີມູນຄ່າການລົງທຶນລວມ 1,100,000 ໂດລາ ແລະ ທຶນຈົດທະບຽນ 1,000,000 ໂດລາ, ກຳນົດອາຍຸສຳປະທານໄວ້ 5 ປີ ແລະ ສາມາດພິຈາລະນາຕໍ່ອາຍຸໄດ້ຕາມເງື່ອນໄຂທີ່ກຳນົດ.

ແຜນການດຳເນີນງານປະກອບດ້ວຍການບຸກເບີກພື້ນທີ່ຂຸດຄົ້ນ, ການກໍ່ສ້າງເສັ້ນທາງເຂົ້າສູ່ພື້ນທີ່ການຜະລິດ, ການກໍ່ສ້າງຫ້ອງການ, ການຕິດຕັ້ງອຸປະກອນ ແລະ ເຄື່ອງຈັກ ກ່ອນເຂົ້າສູ່ຂັ້ນຕອນການຜະລິດ ແລະ ຈຳໜ່າຍ.

ນອກຈາກນັ້ນ ບໍລິສັດຍັງຈະຕ້ອງດຳເນີນກິດຈະການຕາມລະບຽບກົດໝາຍຢ່າງເຄັ່ງຄັດ, ຮັບຜິດຊອບດ້ານເງິນທຶນດ້ວຍຕົນເອງ, ສົ່ງເສີມການຈ້າງງານພາຍໃນທ້ອງຖິ່ນ ແລະ ດຳເນີນມາດຕະການປົກປັກຮັກສາສິ່ງແວດລ້ອມຕາມເງື່ອນໄຂທີ່ກຳນົດໄວ້ໃນບົດສຶກສາຜົນກະທົບສິ່ງແວດລ້ອມ ພ້ອມທັງປະຕິບັດພັນທະດ້ານພາສີ ແລະ ຄ່າສຳປະທານຕາມກົດໝາຍຂອງ ສປປ ລາວ.

ຂ່າວ: ກອງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ໃນໂອກາດເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານຄຸ້ມຄອງ ແລະ ແກ້ໄຂໄພພິບັດ ຢູ່ແຂວງຫຼວງພະບາງ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ), ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ພົບ​ປະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງ​ພະ​ບາງ ໃນ​ວັນ​ທີ 24 ສິງ​ຫາ​ນີ້ ທີ່ ຫ້ອງປະຊຸມສະຖານີວິທະຍຸ-ໂທລະພາບແຂວງ, ໂດຍມີ ທ່ານ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ ແລະ ພະນັກງານ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເຂົ້າ​ຮ່ວມ.
ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງວຽງ​ຈັນ ໄດ້ຈັດພິທິເປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນ ໃຫ້ແກ່ພະນັກງານຫຼັກແແຫຼ່ງຂັ້ນແຂວງຊຸດທີ I ໃນ​ວັນ​ທີ 24 ສິງ​ຫາ​ນີ້ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ບັນດາສະຫາຍກຳມະການພັກແຂວງ ແລະ ພະນັກງານຫລັກແຫຼ່ງທົ່ວແຂວງເຂົ້າຮ່ວມ.
ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ໃນວັນທີ 23 ສິງຫາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມດ້ວຍຄະນະຈາກສູນກາງ ແລະ ແຂວງຈຳປາສັກ ໄດ້ລົງພື້ນທີ່ຕົວຈິງເພື່ອຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ເມືອງປະທຸມພອນ, ແຂວງຈຳປາສັກ ໂດຍມີການນຳຂອງເມືອງ ແລະ ປະຊາຊົນຜູ້ຖືກຜົນກະທົບໃຫ້ການຕ້ອນຮັບ.
ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ ປີ 2024 ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ມີທ່ານຮອງປະທານສານພາກກາງ, ຮອງປະທານສານນະຄອນຫຼວງວຽງຈັນ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ຮັກສາການຫົວໜ້າຄະນະສານແພ່ງ, ຮັກສາການຫົວໜ້າຄະນະສານປົກຄອງ ສປສສ ແລະ ບັນດາຮອງປະທານສານ, ຫົວໜ້າຄະນະສານ, ຜູ້ພິພາກສາຂອງສານພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ຢູ່ຄະນະໂຄສະນາອົຍຮົມສູນກາງພັກ ປະຈຳປີ 2026 ຂຶ້ນໃນ ລະຫວ່າງວັນທີ 18-28 ສິງຫານີ້ ທີ່ ຄອສພ, ໂດຍ ການເປັນປະທານ ແລະ ເປີດຊຸດອົບຮົບດັ່ງກ່າວ ຂອງ ສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄອສພ ຄະນະຮັບຜິດຊອບການຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ໃນວັນທີ 17 ສິງຫາຜ່ານມານີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍໝາກຮຽວນະຄອນຫຼວງວຽງຈັນ ທີ່ນໍາໃຊ້ຮ່ວງເງິນກູ້ຢືມເອດີບີ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ຫຼື ພຊຄ. ພິທີໃນຄັ້ງນີ້ໄດ້ມີການເຊັນມອບ 2 ໂຄງການ:
ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫາງານພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ, ພັກ - ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ເມືອງບາຈຽງຈະເລີນສຸກ ໃນວັນທີ 17 ສິງຫາຜ່ານມາ ໂດຍມີ ທ່ານ ອຳນວຍ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງບາຈຽງຈະເລີນສຸກ ພ້ອມຄະນະໃຫ້ການຕ້ອນຮັບ.
ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ພິທີເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື (MOA) ລະຫວ່າງກົມສົ່ງເສີມຕະຫຼາດການ ທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກັບບໍລິສັດ HTH ການຄ້າຂາອອກ - ຂາເຂົ້າ ຈໍາກັດຜູ້ດຽວ, ບໍລິສັດ ແມັດ ຈໍາກັດຜູ້ດຽວ (MATT) ແລະ ສູນການສຶກສາ LS ໄດ້ຈັດຂຶ້ນໃນວັນທີ 18 ສິງຫານີ້ ທີ່ ນະຄອນຫຼວງວຽງຈັນ.
ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ  ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ໃນວັນທີ 18 ສິງຫາ 2026 ນີ້,ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຈາກພະແນກການອ້ອມຂ້າງແຂວງ, ມີທ່ານ ຈັນ ທະລາ ພາມີສິດ ເລຂາພັກເມືອງເຊໂປນ, ພ້ອມການນຳເມືອງໄປຢ້ຽມຢາມ ແລະ ມອບເຄື່ອງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຂດຈຸດສຸມລາດຫໍ້ເມືອງເຊໂປນ ແຂວງສະຫວັນນະເຂດ.
ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ແຂວງເຊກອງ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໃນວັນທີ 18 ສິງຫາ 2026 ໂດຍການປາຖະກະຖາຂອງທ່ານ ພອນເພັດ ຄິວລະວົງ, ພະນັກງານບໍານານ, ອະດີດຮອງເລຂາພັກແຂວງ, ມີທ່ານ ນາງ ຄໍາເສັງ ທຸມມະວົງສາ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຄະນະກໍາມະການແນວລາວສ້າງຊາດແຂວງ ແລະ ການນໍາພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ