ການຈັດຕັ້ງປະຕິບັດວຽກງານ ກອງທຶນສາມັກຄີພັດທະນາ

ຮອງປະທານ ສນຊ ລົງຕິດຕາມ ແລະ ຊຸກຍູ້ວຽກງານກອງທຶນຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ລົງຕິດຕາມ ແລະ ຊຸກຍູ້ວຽກງານກອງທຶນຢູ່ແຂວງຄຳມ່ວນ
ໃນວັນທີ 15 ຕຸລາຜ່ານມາ, ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະທ່ານ ວັນໄຊ ພອງສະຫວັນ

 ເຈົ້າແຂວງຄຳມ່ວນ ທີ່ຫ້ອງວ່າການແຂວງ ເພື່ອລາຍງານການຈັດຕັ້ງປະຕິບັດວຽກງານ ກອງທຶນສາມັກຄີພັດທະນາ ຂອງແນວລາວສ້າງຊາດ.

ໃນວັນດຽວກັນນີ້, ທ່ານຮອງປະທານ ສນຊ ກໍໄດ້ສືບຕໍ່ເຄື່ອນໄຫວວຽກງານຢູ່ທີ່ຫ້ອງການແນວລາວສ້າງຊາດແຂວງຄຳມ່ວນ ຊຶ່ງໄດ້ຮັບຟັງການລາຍງານຈາກຄະນະຮັບຜິດຊອບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກອງທຶນ ໃນໄລຍະຜ່ານມາ ຊຶ່ງໄດ້ຈັດຕັ້ງປະຕິບັດຢູ່ບ້ານໂພນເຍຍນ້ອຍ ເມືອງທ່າແຂກ ແລະ ບ້ານໜອງຜໍາ ເມືອງໜອງບົກ. ສໍາລັບກອງທຶນຢູ່ບ້ານໂພນເຍຍນ້ອຍ ເມືອງທ່າແຂກ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 11 ສິງຫາ 2021 ໃນວົງເງິນ 5 ຕື້ກີບ ເປັນແຜນງານໜຶ່ງ ທີ່ຕິດພັນກັບຂະບວນການສ້າງບ້ານສາມັກຄີປອງດອງ ແລະ ຕິດພັນກັບວຽກງານ 3 ສ້າງ ແນໃສ່ເຮັດໃຫ້ປະຊາຊົນໄດ້ມີໂອກາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍ ແລະ ມີດອກເບ້ຍຕໍ່າ.

ສຳລັບຢູ່ບ້ານໜອງຜໍາ ເມືອງໜອງບົກ ໄດ້ສ້າງຕັ້ງຂຶ້ນປີ 2020 ເປັນຕົ້ນມາ ໂດຍໄດ້ເຄື່ອນໄຫວ ຕາມພາລະບົດບາດ ເປັນອົງການສະຖາບັນການເງິນຂັ້ນບ້ານ ເຮັດໜ້າທີ່ໃນການສະໜອງກອງທຶນສິນເຊື່ອ, ສະໜອງ ປຸ໋ຍໃຫ້ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງ ເພື່ອຊຸກຍູ້ ສົ່ງເສີມການຜະລິດຂອງປະຊາຊົນ. ນັບແຕ່ປີ 2020 ເຖິງປັດຈຸບັນ ກອງທຶນໄດ້ຮັບອະນຸມັດ ແຫຼ່ງທຶນຈາກທະນາຄານພົງສະຫວັນ ທັງໝົດ ຈໍານວນ 5 ຕື້ກີບ ໄດ້ນໍາໃຊ້ໄປແລ້ວ ຈໍານວນ 1.9 ຕື້ກີບ ແລະ ຍອດຍັງເຫຼືອທີ່ສາມາດຖອນໄດ້ ຈໍານວນ 3.1 ຕື້ກີບ.

ກອງທຶນສາມັກຄີ ພັດທະນາແນວລາວສ້າງຊາດ ໄດ້ຮັບການສ້າງຕັ້ງຂຶ້ນ ຕາມແນວທາງນະໂຍບາຍຂອງພັກ-ລັດ ໂດຍການຊີ້ນຳ ຂອງສູນກາງແນວລາວສ້າງຊາດ ມີຈຸດປະສົງເພື່ອນຳເອົາແຫຼ່ງທຶນລົງສູ່ການຜະລິດດ້ານກະສິກຳ, ຫັດຖະກຳ ແລະ ທ່ອງທ່ຽວ ໃຫ້ເຂົ້າເຖິງປະຊາຊົນຂັ້ນທ້ອງຖິ່ນໄດ້ງ່າຍຂຶ້ນ, ສົ່ງເສີມການຜະລິດເປັນສິນຄ້າ ແລະ ສະໜອງເພື່ອການຈັດຊື້ອຸປະກອນການຜະລິດ ແລະ ວັດຖຸ ດ້ານການກະເສດ ເພື່ອຈັດຈຳໜ່າຍ ໃຫ້ປະຊາຊົນພາຍໃນບ້ານ ແລະ ບ້ານອ້ອມຂ້າງເຊັ່ນ: ການຈັດຊື້ ປຸ໋ຍ, ລົດໄຖນາ, ລົດກ່ຽວເຂົ້າ, ລົດບັນທຸກ ແລະ ວັດຖຸອຸປະກອນ ເຄື່ອງມືການກະເສດ. ນອກຈາກນີ້ ກອງທຶນກໍ່ຍັງປ່ອຍກູ້ໃຫ້ປະຊາຊົນ ເພື່ອສົ່ງເສີມການຜະລິດໃຫ້ກາຍເປັນສິນຄ້າເຊັ່ນ: ໂຄງການລ້ຽງໄກ່, ຈົກໜອງລ້ຽງປາ, ຊື້ກົນຈັກ, ເກັບຊື້ເຂົ້າ ແລະ ອື່ນໆ ທີ່ປະຊາຊົນມີຄວາມຕ້ອງການ ເພື່ອສ້າງລາຍໄດ້ໃຫ້ປະຊາຊົນ ຫຼຸດຜ່ອນຄວາມທຸກຍາກໄປເທື່ອລະກ້າວ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມລາຍງານຜົນການຄົ້ນຄວ້າ, ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດທີ່ຖືກສານຕັດສິນປະຫານຊີວິດປະຈຳປີ 2026 ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ, ມີບັນດາຮອງຫົວໜ້າກອງເລຂາ ແລະ ຄະນະກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສານປະຊາຊົນສູງສຸດເຂົ້າຮ່ວມ.
ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ໃນວັນທີ 2 ກັນຍາ 2026 ນີ້, ທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມຄະນະ ໄດ້ລົງຕິດຕາມ,ຊຸກຍູ້ວຽກງານການຫຍິບຜ້າອະນາໄມຂອງໄວໜຸ່ມຍິງ ທີ່ມີຄວາມເປັນພິການ ແລະ ດ້ອຍໂອກາດ ໂດຍໄດ້ຮັບທຶນສະໜັບຈາກໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ ( SFE ).
ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ວັນທີ 1 ກັນຍາ 2026 ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນໄດ້ສະຫຼຸບວຽກງານຮອບດ້ານພາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການ ຫົວໜ້າພະແນກ, ມີຮອງຫົວໜ້າພະແນກ, ຄະນະຂະແໜງການປິ່ນອ້ອມ ແລະ ພາກສ່ວນທີ່ຂຶ້ນກັບເຂົ້າຮ່ວມ.
ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ເລີ່ມວັນທີ 1 ກັນຍາ 2026 ເປັນຕົ້ນໄປ, ພາກລັດໄດ້ເຂົ້າມາຄຸ້ມຄອງ, ປົກປັກຮັກສາ ແລະ ບໍລິຫານຈັດການແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ ຢ່າງເຕັມຮູບແບບ ພາຍຫລັງໂຄງການພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ຂອງກຸ່ມບໍລິສັດ ຍິ່ງໂຊກໄຊ ຈຳກັດຜູ້ດຽວ ໄດ້ສິ້ນສຸດກຳນົດອະນຸຍາດລົງທຶນ ໃນວັນທີ 22 ມິຖຸນາ 2026 ທີ່ຜ່ານມາ.
ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ແຂວງຄໍາມ່ວນ ລະດົມການຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ ໂດຍມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 350 ລ້ານກີບ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດ 10 ເມືອງ ເພື່ອນໍາໄປແຈກຢາຍແກ່ປະຊາຊົນທີ່ປະສົບໄພ.
ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ແຂວງຄໍາມ່ວນ ໄດ້ປະເມີນຄວາມເສຍຫາຍ ຈາກໄພນໍ້າຖ້ວມໃນ 10 ເມືອງ ໃນໄລຍະເດືອນກໍລະກົດ ຫາ ເດືອນ ສິງຫາ 2026 ມູນຄ່າເສຍຫາຍເບື້ອງຕົ້ນ 275.57 ຕື້ກີບ ແລະ ມີປະຊາຊົນ 151.000 ຄົນໄດ້ຮັບຜົນກະທົບ,ປັດ​ຈຸ​ບັນກຳ​ລັງເລັ່ງ ສືບຕໍ່ປະເມີນຄວາມເສຍຫາຍ ແລະ ຟື້ນຟູພື້ນຖານໂຄງລ່າງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ເມືອງບໍ່ແຕນ ແຂວງໄຊຍະບູລີໄດ້ຈັດພິມອບ-ຮັບ ໂຄງການສ້າງຄວາມເຂັມແຂງ ແລະ ພັດທະນາຊີວິດການເປັນຢູ່ຂອງຊຸມຊົນໃນການປັບຕົວຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ບ້ານຕາລິ່ງເມືອງ​ບໍ່​ແຕນໂດຍການເປັນປະທານຮ່ວມຂອງທ່ານ ບຸນເດີມ ເສີມນະພາ ຮອງຫົວໜ້າຫ້ອງການ ກະສິກຳ ແລະສິ່ງແວດລ້ອມເມືອງ​ບໍ່​ແຕນ, ທ່ານສຽງພິນ ບຸນມີອາໄພ ຜູ້ປະສານງານໂຄງການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະ​ຊວງ​ອຸດ​ສາ​ຫະ​ກຳແລະການ​ຄ້າ (ອ​ຄ)ແລະບໍ​ລິ​ສັດ​ເບຍ​ລາວຈຳ​ກັດໄດ້​ນຳ​ເອົາ​ເງິນແລະເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອຸດົມໄຊເຊິ່ງ​ກະ​ຊວງ ອ​ຄ ໄດ້ມອບ​ເງິນ 200 ລ້ານ​ກີບ; ສ່ວນ​ບໍ​ລິ​ສັດ​ເບຍ​ລາວມອບນ້ຳ​ຫວານແລະນ້ຳ​ດື່ມ.
ວັນໃໝ່ ເປັນສ່ວນໜຶ່ງຮ່ວມສະເຫຼີມສະຫຼອງຄົບຮອບ 32 ປີ ຕັງຈະເລີນ

ວັນໃໝ່ ເປັນສ່ວນໜຶ່ງຮ່ວມສະເຫຼີມສະຫຼອງຄົບຮອບ 32 ປີ ຕັງຈະເລີນ

ບໍລິສັດ ວັນໃໝ່ ອະສັງຫາລິມະຊັບ ຮ່ວມສະເຫຼີມສະຫຼອງ ວັນສ້າງຕັ້ງ ຕັງຈະເລີນ ຄົບຮອບ 32ປີ, ພິທີດັ່ງກ່າວ ຈັດຂຶ້ນເປັນເວລາ 9 ວັນ ຄື ເລີ່ມແຕ່ວັນທີ 1-9 ກັນຍານີ້ ທີ່ຕັງຈະເລີນ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ບໍລິຈາກເລືອດໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ບໍລິຈາກເລືອດໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ (ສນຊ) ຄົບຮອບ 76 ປີ, ອະນຸກຳມະການເນື້ອໃນ, ໂຄສະນາ-ຂະບວນການ ແລະ ຍ້ອງຍໍ 76 ປີແນວລາວສ້າງຊາດ ຮ່ວມກັບອົງການກາແດງແຫ່ງຊາດລາວ, ສູນເລືອດແຫ່ງຊາດ ຈັດກິດຈະກໍາຮັບບໍລິຈາກເລືອດ ພາຍໃຕ້ຫົວຂໍ້ ‘‘ ໃຫ້ເລືອດຊ່ວຍຊີວິດ ’’ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ທີ່ ສນຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ຮອງຫົວໜ້າອະນຸກຳມະການເນື້ອໃນ, ໂຄສະນາ-ຂະບວນການ ແລະ ຍ້ອງຍໍ 76 ປີຂອງແນວລາວສ້າງຊາດ, ມີທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີຄະນະປະຈໍາ ສນຊ, ແຂກຖືກເຊີນ, ຄະນະຮັບຜິດຊອບ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.
ເພີ່ມເຕີມ