ພິທີສະເຫຼີມສະຫຼອງບຸນກິນຈຽງ ຢູ່ບັນດາແຂວງພາກເໜືອ

ຮອງປະທານ ສນຊ ສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງບຸນກິນຈຽງ ຢູ່ບັນດາແຂວງພາກເໜືອ

ຮອງປະທານ ສນຊ ສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງບຸນກິນຈຽງ ຢູ່ບັນດາແຂວງພາກເໜືອ
ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງບຸນກິນຈຽງ ຂອງຊົນເຜົ່າມົ້ງ ຢູ່ບ້ານຫາດຍາວ ເມືອງນ້ຳທາ ແຂວງຫຼວງນ້ຳທາ ແລະ ບ້ານນ້ຳຖ້ວມ ເມືອງນ້ຳບາກ ແຂວງຫຼວງພະບາງ ເປັນກຽດເຂົ້າຮ່ວມມີທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍຄະນະນຳຂອງສອງແຂວງ,
ຂອງເມືອງນ້ຳທາ ແລະ ເມືອງບາກ, ຄະນະອົງການປົກຄອງບ້ານ ແລະ ປະຊາຊົນ ຂອງທັງສອງບ້ານດັ່ງກ່າວ ເຂົ້າຮວມຢ່າງເບີກບານມ່ວນຊື່ນໃນລະຫວ່າງວັນທີ 1-3 ມັງກອນ ຜ່ານມາ.
ໃນພິທີໄດ້ຮັບຟັງການລາຍງານກ່ຽວກັບປະຫວັດຄວາມເປັນມາ ຂອງງານສະເຫຼີມສະຫຼອງບຸນກິນຈຽງຂອງຊົນເຜົ່າມົ້ງ ແລະ ລາຍງານກ່ຽວກັບການກະກຽມງານບຸນ ດັ່ງກ່າວວ່າ: ບຸນກິນຈຽງປີນີ້ ໄດ້ມີຫຼາຍກິດຈະກຳ ທີ່ເປັນເອກະລັກຂອງຊົນເຜົ່າມົ້ງ ແລະ ກິດຈະກຳທົ່ວໄປ ເປັນຕົ້ນແມ່ນ ການປະກວດນາງສາວງາມ, ເປົ່າແຄນມົ້ງ, ງົວຊົນງົວ, ສະແດງບົດຟ້ອນ, ໂຍນໝາກຄອນ ແລະ ອື່ນໆ ຫຼາກຫຼາຍກິດຈະກຳ; ພ້ອມກັນນີ້, ຍັງໄດ້ລາຍງານກ່ຽວກັບປະຫວັດຫຍໍ້ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທັງສອງບ້ານ ຊຶ່ງໄດ້ໃຫ້ຮູ້ວ່າ: ບ້ານຫາດຍາວ ແລະ ບ້ານນ້ຳຖ້ວມ ໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ເວົ້າລວມ ເວົ້າສະເພາະແມ່ນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງແຂວງ ແລະ ເມືອງ ແຕ່ລະສະໄໝ ເຂົ້າສູ່ວຽກງານຕົວຈິງ ແລະ ການລົງໃກ້ຊິດຕິດແທດຈາກພາກສ່ວນຕ່າງໆ ຂອງເມືອງ ໂດຍໄດ້ນໍາພາປະ ຊາຊົນທຳການຜະລິດກະສິກຳເປັນສິນຄ້າ ໂດຍສະເພາະແມ່ນການປູກໄມ້ອຸດສາຫະກໍາຢາງພາລາ ເຮັດໃຫ້ມາຮອດປັດຈຸບັນປະຊາຊົນສ່ວນຫຼາຍ ຂອງທັງສອງບ້ານ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຢາງພາລາໄດ້ກາຍເປັນລາຍໄດ້ຫຼັກຂອງແຕ່ລະຄອບຄົວ; ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະທິດທາງແຜນການທີ່ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃຫ້ສຳເລັດໃນຕໍ່ໜ້າ ຕື່ມອີກ;
ທ່ານຮອງປະທານ ສນຊ ໄດ້ຕາງໜ້າຄະນະພັກ, ຄະນະປະຈຳ ສນຊ ອວຍພອນປີ ໃໝ່ 2025 ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າ ພາຍໃນສອງບ້ານດັ່ງກ່າວ ທີ່ໄດ້ມີຄວາມສາມັກຄີກັນຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ນີ້ຂຶ້ນ ຊຶ່ງໃຫ້ຖືວ່າງານບຸນໃນຄັ້ງນີ້ ແມ່ນງານບຸນແຫ່ງຄວາມສາມັກຄີ, ແຫ່ງຄວາມຄິດຮອດຄິດເຖິງ ແລະ ແຫ່ງຄວາມເບີກບານມ່ວນຊື່ນ ຂອງປະຊາຊົນຊາວເມືອງນ້ຳທາ ແລະ ປະຊາຊົນຊາວເມືອງນ້ຳບາກ ແລະ ທ່ານຍັງໄດ້ຮຽກຮ້ອງຕື່ມວ່າ: ໃຫ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງແຕ່ລະຊົນເຜົ່າ, ອັນໃດດີໃຫ້ຊຸກຍູ້ສົ່ງເສີມ ອັນໃດເປັນອັນຫຍໍ້ທໍ້ແມ່ນໃຫ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນບ້ານໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ, ສືບຕໍ່ຊຸກຍູ້ສົ່ງເສີມໃຫ້ເດັກນ້ອຍໄປໂຮງຮຽນຕາມເກນອາຍຸ ເພາະຄວາມຮູ້ແມ່ນກະແຈເປີດທຸກຄວາມສຳເລັດ ແລະ ສືບຕໍ່ສົ່ງເສີມດ້ານການປູກ-ການລ້ຽງ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ພັດທະນາເສດຖະກິດຄອບຄົວ ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ; ຍົກສູງສະຕິລະວັງຕົວຕໍ່ກຸ່ມຄົນບໍ່ຫວັງດີທີ່ສວຍໃຊ້ວຽກງານສາສະໜາ ແລະ ຊົນເຜົ່າ ເພື່ອແບ່ງແຍກຄວາມສາມັກຄີ, ສືບຕໍ່ຍູ້ແຮງປະກອບສ່ວນເຂົ້າໃນ 2 ໜ້າທີ່ຍຸດທະສາດ ຄື: ປົກປັກສັກສາ ແລະ ສ້າງສາພັດທະນາ ຕິດພັນກັບ 2 ວາລະແຫ່ງຊາດ ແລະ ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃຫ້ຫຼຸດນ້ອຍຖອຍລົງ.
ຂ່າວ+ພາບ: ຢຢ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ