ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ຫົວໜ້າ ຫສນຍ ເຄື່ອນໄຫວຊຸກຍູ້ວຽກງານຢູ່ ແຂວງຫຼວງພະບາງ

ຫົວໜ້າ ຫສນຍ ເຄື່ອນໄຫວຊຸກຍູ້ວຽກງານຢູ່ ແຂວງຫຼວງພະບາງ
ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຫົວໜ້າກອງເລຂາຄະນະສະເພາະກິດ 19/ກມສພ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ຢູ່ແຂວງຫຼວງພະບາງ ເມື່ອວັນທີ 9 ສິງຫາ ຜ່ານມາ

 

 ໂດຍມີທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ນຳພາຄະນະນຳຂອງແຂວງ, ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມເຮັດວຽກ.

ໃນໂອກາດນີ້, ທ່ານ ນາງ ສິລິພອນ ສຸພັນທອງ ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ເຫັນວ່າ ເສດຖະກິດຂະຫຍາຍຕົວໃນລະດັບ 3,6% ຕໍ່ປີ (ແຜນການປີ 5,5), ການເກັບລາຍຮັບເຂົ້າງົບປະມານ ແລະ ແຜນລາຍຈ່າຍ ສາມາດປະຕິບັດໄດ້ຕາມແຜນທີ່ໄດ້ກໍານົດໄວ້ ຊຶ່ງບຸລິມະສິດ ໃນການປະຕິບັດແຜນລາຍຈ່າຍ ແມ່ນເບີກຈ່າຍເງິນເດືອນ, ເງິນນະໂຍບາຍ ແລະ ລາຍຈ່າຍປົກກະຕິ; ໄດ້ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ 242 ໂຄງການ, ປະຕິບັດໄດ້ 100,33 ຕື້ກີບ; ໄດ້ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດ ເພື່ອສະໜອງຄວາມຕ້ອງການຢູ່ພາຍໃນແຂວງ ແລະ ສົ່ງອອກຈຳນວນໜຶ່ງ, ອັນພົ້ນເດັ່ນ ໄດ້ຊຸກຍູ້ການປູກເຂົ້ານາແຊງໄດ້ລື່ນແຜນການ 10,26% ແລະ ມີຟາມລ້ຽງສັດສ້າງໃໝ່ ຈໍານວນໜຶ່ງ.

ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີ ຫົວໜ້າ ຫສນຍ ກໍໄດ້ມີຄຳເຫັນແລກປ່ຽນຄວາມຄິດເຫັນຕໍ່ຜູ້ເຂົ້າຮ່ວມ, ພ້ອມທັງ ສະເໜີໃຫ້ແຂວງ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຮັກສາຄວາມສະຫງົບຮອບດ້ານ ແລະ ຄວາມເປັນລະບຽບຮຽນຮ້ອຍພາຍໃນແຂວງ; ສືບຕໍ່ພັດທະນາ ແລະ ປັບປຸງ ລະບົບການບໍລິການ ການທ່ອງທ່ຽວ ໃຫ້ສາມາດດຶງດູດ ແລະ ເປັນທີ່ປະທັບໃຈ ຂອງນັກທ່ອງທ່ຽວ, ທັງຮັບປະກັນໄດ້ ຄວາມສະຫງົບປອດໄພ; ພັດທະນາວຽກງານຄົມມະນາຄົມຂົນສົ່ງ ເພື່ອເຊື່ອມຕໍ່ກັບບັນດາແຂວງພາກເໜືອໃຫ້ມີຄວາມໂລ່ງລ່ຽນ ແລະ ສະດວກຫຼາຍຂຶ້ນ ໂດຍສະເພາະ ຮີບຮ້ອນປັບປຸງເສັ້ນທາງທີ່ເປ່ເພ ເພື່ອບໍ່ໃຫ້ເປ່ເພເສຍຫາຍຫຼາຍ ກວ່າເກົ່າ ແລະ ເດີນທາງໄປມາສະດວກສະບາຍ, ຊ່ວຍປະຢັດຕົ້ນທຶນການຂົນສົ່ງ ໄດ້ຫຼາຍຂຶ້ນ; ສືບຕໍ່ພັດທະນາພະລັງງານໄຟຟ້າ ແລະ ການຜະລິດກະສິກຳ ທີ່ແຂວງມີທ່າແຮງ; ສືບຕໍ່ພັດທະນາຊັບພະຍາກອນມະນຸດ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນປັດຈຸບັນ ແລະ ອະນາຄົດ ໂດຍສະເພາະ ສອດຄ່ອງກັບທິດທາງການພັດທະນາແຂວງ; ສືບຕໍ່ຕິດຕາມກວດກາ ພ້ອມທັງ ລົງເລິກບັນດາໂຄງການຂຸດຄົ້ນແຮ່ຕ່າງໆ ເພື່ອຈຳກັດຊ່ອງວ່າງການສວຍໂອກາດ ເຮັດໃຫ້ລັດເສຍຜົນປະໂຫຍດ; ເອົາໃຈໃສ່ກວດກາ ແລະ ແກ້ໄຂບັນຫາລົດເຖື່ອນ ກໍຄືບັນຫາພາຫະນະ ທີ່ນຳໃຊ້ ແລະ ນຳເຂົ້າ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ຄຽງຄູ່ກັບການຈັດຕັ້ງປະຕິບັດ ທິດຊີ້ນໍາຂອງສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທີ່ໄດ້ຊີ້ນນຳ ໃນໂອກາດດຳ ເນີນກອງປະຊຸມເປີດກວ້າງດັ່ງກ່າວ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ຈັດຕັ້ງປະຕິບັດ ບັນດາໜ້າວຽກຈຸດສຸມ ແລະ ບັນດານິຕິກຳ ທີ່ຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ກໍຄື ລັດຖະບານ ວາງອອກ ໃຫ້ມີການຫັນປ່ຽນດີຂຶ້ນຢ່າງຈະແຈ້ງ ແລະ ມີຄວາມຄືບໜ້າໄວ.

ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ ຫົວໜ້າ ຫສນຍ ພ້ອມດ້ວຍຄະນະ ໄດ້ເຮັດວຽກຮ່ວມກັບ ຫ້ອງວ່າການແຂວງ ໂດຍໄດ້ລົງເລິກແລກປ່ຽນບົດຮຽນວຽກງານ ການເປັນເສນາທິການຮັບໃຊ້ການນໍາ ໃນຂັ້ນຂອງຕົນ ແລະ ວຽກງານຕິດຕາມຊຸກຍູ້ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ບັນດາທິດຊີ້ນໍາຂອງລັດຖະບານ ເພື່ອເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໄດ້ຮັບຜົນດີຂຶ້ນກວ່າເກົ່າ; ໄດ້ຊີ້ນໍາໃຫ້ຄົ້ນຄວ້າກົນໄກໃນການຊ່ວຍຕິດຕາມ ການປະຕິບັດນິຕິກຳ ຂອງແຂວງ ແລະ ລັດຖະບານ ຊຶ່ງທາງ ຫສນຍ ໄດ້ສ້າງແອັບໃນໂທລະສັບມືຖື (Application) ທີ່ເປັນອັນໃໝ່ ເພື່ອນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ຊ່ວຍຕິດຕາມການຈັດຕັ້ງປະຕິບັດ ບັນດາທິດຊີ້ນໍາ ແລະ ນິຕິກຳລຸ່ມກົດໝາຍ ຂອງລັດຖະບານ ເພື່ອໃຫ້ສາມາດກວດກາ, ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ຢ່າງຖືກຕ້ອງ ແລະ ທັນການ.

ຂ່າວ-ພາບ: ຫສນຍ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ ?

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ ?

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງປະຊາຊົນລາວ ບັນດາເຜົ່າ ເປັນເຈົ້າຂອງຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນມູນເຊື້ອອັນດີງາມຂອງຕົນ, ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທໍາ ຂອງແຕ່ລະຊົນເຜົ່າເຮັດໃຫ້ພື້ນຖານວັດທະນະທໍາ ຂອງຊາດລາວ ອຸດົມຮັ່ງມີ. ປະຊາຊົນລາວທຸກຊົນເຜົ່າໃນປະເທດເຮົາ ລ້ວນແຕ່ມີມູນເຊື້ອທາງດ້ານວັດທະນະທໍອັນດີງາມ ທີ່ເປັນເອກະລັກຂອງຕົນ, ລວມເຂົ້າກັນເອີ້ນວ່າ: “ວັດທະນາທຳແຫ່ງຊາດລາວ” ທີ່ມີຄວາມອຸດົມຮັ່ງມີ ດ້ວຍຫຼາຍສີສັນ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເຄື່ອງເອ້ຢ້ອງຕ່າງໆ, ບຸນປະເພນີ, ການຟ້ອນລຳ, ການຫຼິ້ນດົນຕີ, ການຂັບລຳ, ກາບກອນ, ບົດປະພັນເພງ, ການຄວັດແຕ້ມລິງລາຍ, ວັດວາອາຮາມ, ປະເພນີການແຕ່ງດອງ, ກິລາພື້ນເມືອງ ແລະ ອື່ນໆ; ການປຸກເຮືອນ ສ້າງບ້ານຕາມຮີດຄອງປະເພນີ ແລະ ວັດທະນະທຳ ຂອງແຕ່ລະເຜົ່າ; ການໃຊ້ພາຫະນະ ແລະ ເຄື່ອງມືການຜະລິດ, ການຊອກຢູ່ຫາກິນ; ການເສີມຂະຫຍາຍພູມປັນຍາ ຢາພື້ນເມືອງເພື່ອບຳລຸງ ແລະ ຮັກສາ ສຸຂະພາບ ເປັນຕົ້ນ.
ກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX

ກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX

ກອງປະຊຸມສາມັນຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ 2 ສະໄໝທີ IX ຈັດຂຶ້ນໃນວັນທີ 29 ມັງກອນນີ້ ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານຂອງສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ, ມີສະຫາຍຮອງເລຂາ, ຄະນະເລຂາທິການ, ກໍາມະການຄະນະບໍລິຫານງານ ສຊປລ, ເລຂາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ, ອົງການ, ນວ, ແຂວງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມອ້ອມຂ້າງ ສຊປລ ເຂົ້າຮ່ວມທັງໝົດ 77 ສະຫາຍ ຍິງ 28 ສະຫາຍ.
ເປີດຫ້ອງຂາຍລົດ ຮາໂມນີໄອຄາ ບີວາຍດີ

ເປີດຫ້ອງຂາຍລົດ ຮາໂມນີໄອຄາ ບີວາຍດີ

ພິທີເປີດຫ້ອງຂາຍລົດ ຮາໂມນີໄອຄາບີວາຍດີ (Harmony ICAR BYD 4S Store) ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ບ້ານສີດໍາດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ລິວເສ່ຍລ່ຽງ Liu Xueliang ຜູ້ອຳນວຍການຝ່າຍຂາຍພາກພື້ນອາຊີຕາເວັນອອກສ່ຽງໃຕ້ ບໍລິສັດ BYD, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ແຈ່ວບອງຊຽງຂວາງແມ່ວັນຄຳ ຮັກສາລົດຊາດເອກະລັກແຈ່ວບອງຊຽງຂວາງແທ້ 100%

ແຈ່ວບອງຊຽງຂວາງແມ່ວັນຄຳ ຮັກສາລົດຊາດເອກະລັກແຈ່ວບອງຊຽງຂວາງແທ້ 100%

ແຈ່ວບອງຊຽງຂວາງແມ່ວັນຄໍາ ເປັນໜຶ່ງຜະລິດຕະພັນລາວທີ່ມີເອະລັກສະເພາະ ແລະ ຮັກສາລົດຊາດທີ່ເປັນເອກະລັກແຈ່ວບອງຊຽງຂວາງແທ້ 100% ທີ່ນໍາມາວາງຂາຍຮ່ວມໃນງານເທດສະການອາຫານລາວ ປີ 2026 ເພື່ອໃຫ້ຜູ້ມາທ່ຽວໃນງານໄດ້ຊີມ ແລະ ຊື້ໄປຮັບປະທານໄວ້ຍາວນານ.
ແຂວງຫົວພັນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059 ຄົນ

ແຂວງຫົວພັນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059 ຄົນ

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ແຂວງຫົວພັນ ໃນວັນທີ 28 ມັງກອນນີ້ ທີ່ຫ້ອງວ່າການແຂວງ ຊຶ່ງມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ມີນໍ້າໃຈສາກົນກໍາມະຊີບ

ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ມີນໍ້າໃຈສາກົນກໍາມະຊີບ

ວັນທີ 1 ກຸມພາ 1956 ແມ່ນວັນສ້າງຕັ້ງສະຫະພັນກຳມະບານລາວ ຊຶ່ງປີນີ້ໄດ້ໝູນວຽນມາຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ອົງການຈັດຕັ້ງກໍາມະບານໄດ້ຕັ້ງໜ້າຈັດຕັ້ງປະຕິບັດແນວທາງການປ່ຽນ ແປງໃໝ່ຢ່າງຮອບດ້ານຂອງພັກ ເປັນຕົວແທນແຫ່ງສິດ, ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະ ບຽບວິໄນ ໃນການອອກແຮງງານ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ມີສີມືແຮງງານທີ່ດີ ປະກອບສ່ວນເຂົ້າໃນການພັດທະນາຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ຕັ້ງໜ້າປັບປຸງຂະຫຍາຍການຈັດຕັ້ງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

ໃນວັນທີ 28 ມັງກອນ ນີ້ ທີ່ ກະຊວງປ້ອງກັນປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ຂັນມາລາ ພັນດານຸວົງ ຮອງປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2026), ໂດຍມີ ທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກຳມະການຄະນະບໍລິຫານງານຄະນະພັກກະຊວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ສຳເລັດ ການອົບຮົມກຳມະຖານໃຫ້ນັກຮຽນມັດທະຍົມສົງ 300 ອົງ

ສຳເລັດ ການອົບຮົມກຳມະຖານໃຫ້ນັກຮຽນມັດທະຍົມສົງ 300 ອົງ

ສໍານັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ຮ່ວມກັບກຳມາທິການສຶກສາສົງ ນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງເມືອງນາຊາຍທອງ ສຳເລັດຊຸດຝຶກອົບຮົມກຳມະຖານ ໃຫ້ນັກຮຽນມັດທະຍົມສົງໂສກປ່າຫຼວງ, ມັດທະຍົມສົງດົງໂດກ ແລະ ມັດທະຍົມສົງນາຊາຍທອງ ທັງໝົດ 300 ອົງ ໃນວັນ 25 ມັງກອນ ຜ່ານມາ, ໂດຍສາມະເນນ ໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ພາຍຫຼັງທີ່ສິກຂາ, ມຸງຄຸນຊີວິດ, ສາສະໜາພິທີ, ໂທດໄພຂອງສິ່ງເສບຕິດ ແລະ ທິດ 6. ສ່ວນພາກປະຕິບັດຕົວຈິງໄດ້ໄຫວ້ພະສູດມົນເຊົ້າ-ແລງ, ຝຶກວິປັດສະນາກຳມະຖານ, ຝຶກມາລະຍາດທາງສັງຄົມ. ນອກນີ້, ສໍາມະເນນຍັງໄດ້ເຮັດກິດຈະກຳເປັນໝູ່ຄະນະ ແລະ ເຄົາລົບຊຶ່ງກັນ ແລະ ກັນ, ໃຊ້ໃຫ້ເປັນປະໂຫຍດ ແລະ ຫ່າງໄກສິ່ງເສບຕິດ.
ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ການຮ່ວມມືອາຊຽນ (ASEAN) ເປັນວຽກງານໜຶ່ງທີ່ສຳຄັນທີ່ເປັນພັນທະຂອງຂະແໜງການປູກຝັງ ເນື່ອງຈາກເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ໂດຍສະເພາະແມ່ນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ, ຄູ່ຮ່ວມມືພັດທະນາ ບັນດາປະເທດສາມະຊິກອາຊຽນຕ່າງຝ່າຍຕ່າງມີຜົນປະໂຫຍດ ແນໃສ່ເພື່ອພັດທະນາວຽກງານບຸລິມະສິດ ຂອງຂະແໜງການປູກຝັງທີ່ມີຄວາມຈຳເປັນໃນການສະໜັບສະໜູນ ຈັດຕັ້ງປະຕິບັດວຽກງານບຸລິມະສິດ ຂະແໜງການປູກຝັງກັບອາຊຽນ; ດັ່ງນັ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ, ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ ປີ 2025
ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຄະນະກຳມະການດ້ານໂພຊະນາການຂັ້ນແຂວງປະຈຳປີ 2025 ແລະ ແຜນປີ 2026 ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໂມສອນເມືອງລະມາມ ໂດຍມີທ່ານ ນາງ ລຳພັນ ໄຊຄໍາມີ ຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ ທັງເປັນຮອງປະທານຄະນະກຳມະການວຽກງານດ້ານໂພຊະນາການຂັ້ນແຂວງ ພ້ອມດ້ວຍຄະນະກຳມະການຂັ້ນແຂວງ, ເມືອງ, ຕ່າງຫນ້າໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ