ທ່ານ ແສງດາລາ ສຸລິນທອນ ຫົວໜ້າໂຄງການ ສົ່ງເສີມຕາໜ່າງສັດຕະວະແພດ ໃນຮູບແບບທຸລະກິດ ໄດ້ນຳສະເໜີລາຍງານລະອຽດກ່ຽວກັບຄວາມຄືບໜ້າ ແລະ ແຜນການໃນປີ 2026, ຊຶ່ງກິດຈະກຳຫຼັກຂອງໂຄງການປະກອບມີ: ສ້າງຕາໜ່າງສັດຕະວະແພດ; ສ້າງຄວາມອາດສາມາດໃຫ້ກັບສັດຕະວະ ແພດທີ່ຖືກຄັດເລືອກ; ອອກແບບ ແລະຈັດຕັ້ງປະຕິບັດແຜນງານ ການຝຶກອົບຮົມສັດຕະວະແພດ; ການຈັດຕັ້ງປະຕິບັດຕາໜ່າງສັດຕະວະແພດ, ສ້າງ ແລະທົດລອງເຄື່ອງມືສໍາຫຼວດ;ເກັບກຳຂໍ້ມູນເພື່ອປັບປຸງແຜນການຝຶກອົບຮົມສັດຕະວະແພດ; ຕິດຕາມກ່ຽວກັບການນຳໃຊ້ກ້ອນແຮ່ທາດ ຄວບຄຸມການປ່ອຍອາຍພິດເຮືອນແກ້ວຂອງຊາວກະສິກອນ ຂະໜາດນ້ອຍ. ປັດຈຸບັນຕາໜ່າງສັດຕະວະແພດ ກວມເອົາ 19 ບ້ານ, ມີ 1,015 ຄອບຄົວ, ມີງົວ ແລະຄວາຍ 6,416 ໂຕ, ຈໍານວນຄອບຄົວເຂົ້່າຮ່ວມການສັກວັກຊິນໃຫ້ສັດ 556 ຄອບຄົວ ເທົ່າກັບ (55%) ຂອງຄອບຄົວທີ່ລ້ຽງສັດ, ງົວ-ຄວາຍໄດ້ຮັບການສັກວັກຊິນທັງໝົດ 3,843 ໂຕ ກວມ 60%, ໝູ 1,189 ໂຕ ໄດ້ຮັບການສັກວັກຊິນ 279 ໂຕ ກວມ 27.4%, ແບ້ 1,034 ໄດ້ຮັບການສັກວັກຊິນ 113 ກວມ 11%, ສັດປີກທັງໝົດ 17,859 ໂຕ ໄດ້ຮັບການສັກວັກຊິນ 1,237 ໂຕ ກວມ 7% ແລະ ລາຍຮັບຂອງສັດຕະວະແພດ ຈາກການໃຫ້ການບໍລິການຮັກສາສຸຂະພາບສັດ ທັງໝົດ 61 ລ້ານກ່ວາກີບ. ນອກນັ້ນ ໄດ້ໃຫ້ການບໍລິການບ້ານທີ່ຢູ່ອ້ອມຂ້າງ ບ້ານເປົ້າໝາຍຂອງໂຄງການ ຕື່ມອີກ. ນອກຈາກການປຶກສາຫາລືໃນຫ້ອງປະຊຸມແລ້ວ, ຜູ້ເຂົ້າຮ່ວມໄດ້ ລົງຢ້ຽມຢາມພາກສະໜາມຢູ່ ບ້ານຫົວແກ້ງ, ເມືອງປາກແຊງ, ເພື່ອຮັບຟັງການລາຍງານກ່ຽວກັບ ການຮັກສາສຸຂະພາບສັດ ພ້ອມທັງແລກປ່ຽນຄຳເຫັນ ເຮັດໃຫ້ກິດຈະກຳຂອງໂຄງການສອດຄ່ອງກັບຄວາມຕ້ອງການຂອງທ້ອງຖິ່ນຢ່າງແທ້ຈິງ.ພາບ-ຂ່າວ: ທະນູສິນ ອິດທິພົນ
ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026
ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ຄໍາເຫັນ