ກອງປະຊຸມຄະນະກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ

ກອງປະຊຸມຄັ້ງທີ 10 ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ

ກອງປະຊຸມຄັ້ງທີ 10 ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ
ກອງປະຊຸມຄະນະກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ໄດ້ຈັດຂຶ້ນໃນ ວັນທີ 7 ພະຈິກ ນີ້ ທີ່ ແຂວງສຽມຣຽບຣາຊະອານາຈັກກໍາປູເຈຍ,

 

 

 ຄະນະອະນຸກໍາມະການເຕັກນິກຝ່າຍລາວ ນໍາໂດຍ ທ່ານ ໂພໄຊ ໄຂຄຳພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມຝ່າຍກໍາປູເຈຍ ນໍາໂດຍ ທ່ານ ໄອ ວູທິຮອງລັດຖະມົນຕີປະຈໍາຄະນະກໍາມະການຊາຍແດນ ແຫ່ງ ຣາຊະອານາຈັກກໍາປູເຈຍປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມໄດ້ຮ່ວມກັນຮັບຮອງເອົາບົດບັນທຶກຂອງກອງປະຊຸມ ຄັ້ງທີ 4 ຂອງກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ຄັ້ງວັນທີ 6 ພະຈິກ 2024 ທີ່ ແຂວງສຽມຣຽບຣາຊະອານາຈັກກຳປູເຈຍ ແລະ ຮັບຮອງບົດບັນທຶກກອງປະຊຸມຄະນະວິຊາການເຕັກນິກຮ່ວມ ສະບັບລົງວັນທີ 23 ຕຸລາ 2024 ທີ່ ແຂວງຈໍາປາສັກ ສປປ ລາວ ກ່ຽວກັບການຂີດທິດເນັ່ງເສັ້ນຊາຍແດນທີ່ສອງຝ່າຍໄດ້ເອກະພາບກັນໃນການສໍາຫຼວດທິດເນັ່ງເສັ້ນຊາຍແດນຂອງສອງປະເທດ 80%. ພ້ອມກັນນັ້ນ, ໄດ້ປຶກສາຫາລືກ່ຽວກັບແຜນການປະຕິບັດງານຮ່ວມກັນໃນການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງ ຢູ່ບໍລິເວນຫຼັກໝາຍຊາຍແດນ 032/17-033/3; ການສໍາຫຼວດ ແລະ ກໍານົດທິດເນັ່ງເສັ້ນຊາຍແດນບໍລິເວນຈຸດຄາດກະຈະປັກຫຼັກໝາຍຊາຍແດນ 033/3-034; ການຖອນຫຼັກໝາຍຊາຍແດນທີ່ມີຢູ່ ແລະ ປັກຫຼັກໝາຍຊາຍແດນຢູ່ບໍລິເວນຊາຍແດນ 024-028;ການກຳນົດຈຸດຄາດກະຈະປັກຫຼັກໝາຍຊາຍແດນເລກທີ 002 ແລະ 003; ປຶກສາຫາລືກ່ຽວກັບການສ້າງຕັ້ງເພີ່ມໜ່ວຍວິຊາການເຕັກນິກຮ່ວມ,ການລົງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຢູ່ບໍລິເວນຈຸດຄາດກະຈະປັກຫຼັກໝາຍຊາຍແດນເລກທີ 003-024 ແລະ 037-040,ການປັບປຸງຮ່າງເນື້ອໃນຂໍ້ກຳນົດທາງດ້ານເຕັກນິກວ່າດ້ວຍການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມສອງຝ່າຍ (TOR) ແລະ ບັນຫາອື່ນໆ.

ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ວາງແຜນການເຮັດວຽກຮ່ວມກັນໃນປີ 2025 ໂດຍມອບໝາຍໃຫ້ຄະນະວິຊາການສອງຝ່າຍ ສືບຕໍ່ລົງໄປກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນ ແລະ ປັກຫຼັກໝາຍຊາຍແດນເພີ່ມ (ປັກຫຼັກໝາຍຖີ່) ຢູ່ພື້ນທີ່ຕົວຈິງ ຢູ່ ແຂວງອັດຕະປື ກັບ ແຂວງລັດຕະນະຄີລີ ຈົນໄປເຖິງຈຸດຄົບເສັ້ນຊາຍແດນສາມປະເທດ ລາວ-ກໍາປູເຈຍ-ຫວຽດນາມ ແລະ ສືບຕໍ່ປຶກສາຫາລື ເພື່ອຊອກຫາວິທີການແກ້ໄຂບັນດາບໍລິເວນທີ່ຍັງບໍ່ທັນເປັນເອກະພາບກັນໃຫ້ສໍາເລັດໄປເທື່ອລະກ້າວ.

ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປພາຍໃຕ້ບັນຍາກາດ ແຫ່ງ ໄມຕີຈິດມິດຕະພາບ ແລະ ໄດ້ປິດລົງດ້ວຍຜົນສຳເລັດທີ່ຈົບງາມ. ກອງປະຊຸມຄັ້ງນີ້ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຂອງສອງປະເທດຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄື ວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລະຫວ່າງສອງປະເທດ ແນໃສ່ຕອບສະໜອງຄວາມປາຖະໜາອັນແຮງກ້າຂອງການນໍາສອງພັກ, ສອງລັດ, ກໍຄືຂອງປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃນການສ້າງຊາຍແດນຂອງສອງປະເທດ ລາວ-ກຳປູເຈຍ ໃຫ້ກາຍເປັນຊາຍແດນ ແຫ່ງ ສັນຕິພາບ,ມິດຕະພາບ ແລະ ການຮ່ວມມືທີ່ຍາວນານ.

(ຂ່າວ-ພາບ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງບັນນາທິການໃຫຍ່ໜັງສືພິມ ເຢີນ ເຢີນ ຕ້ອນຮັບຄະນະສື່ມວນຊົນຕ່າງປະເທດ

ຮອງບັນນາທິການໃຫຍ່ໜັງສືພິມ ເຢີນ ເຢີນ ຕ້ອນຮັບຄະນະສື່ມວນຊົນຕ່າງປະເທດ

ໃນໂອກາດເຂົ້າຮ່ວມ ເກັບກຳຂ່າວ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຊຶ່ງໄດ້ຈັດຂື້ນໃນລະຫວ່າງວັນທີ 19-25 ມັງກອນ 2026, ໃນວັນທີ 22 ມັງກອນ ນີ້, ຄະນະສື່ມວນຊົນຕ່າງປະເທດໃນນັ້ນມີ ນັກຂ່ວຈາກປະເທດລາວ ເຂົ້າຮ່ວມນໍາ ໄດ້ຢ້ຽມຢາມ ແລະ ແລກປ່ຽນບາງບົດຮຽນ ປະສົບການກ່ຽວກັບການອອກຂ່າວໃນໜ້າໜັງສືພິມເຈ້ຍ ແລະ ໜັງສືພິມ ເອເລັກໂຕຣນິກ ກັບພະນັກງານ ໜັງສືພິມ ເຢີນ ເຢີນ ໂດຍໃຫ້ການຕ້ອນຮັບ ຂອງທ່ານ ຟາມ ວັນຮຸງ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມ ເຢີນ ເຢີນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ.
ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເພີ່ມເຕີມ