ກອງປະຊຸມນຳສະເໜີທຶນສົມທົບຂະໜາດນ້ອຍທີ່ນະຄອນຫຼວງວຽງຈັນ

ກອງປະຊຸມນຳສະເໜີທຶນສົມທົບຂະໜາດນ້ອຍທີ່ນະຄອນຫຼວງວຽງຈັນ

ກອງປະຊຸມນຳສະເໜີທຶນສົມທົບຂະໜາດນ້ອຍທີ່ນະຄອນຫຼວງວຽງຈັນ
ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມນຳສະເໜີທຶນສົມທົບຂະໜາດນ້ອຍລາວຍືນຍາວ ໂຄງການ “ລາວຍືນຍາວ” (Lasting Laos) ຂຶ້ນໃນວັນທີ 1 ກໍລະກົດນີ້ ທີ່ ໂຮງແຮມ DoubleTree by Hilton ນະຄອນຫຼວງວຽງຈັນ, ໂດຍການເປັນປະທານເປີດງານ ຂອງທ່ານ ນາງ ມາໄລຄຳ ພິລາພອນ ຮອງຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ສຸພະພອນ ຄຳແສນນາມ ຮັກສາການເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານນາງ ແຄໂຣໂມເທນຊັນ ອຳນວຍການອົງການແພລນສາກົນປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນ ​ຈາກ​ບັນດາພາກລັດ, ອົງການຈັດຕັ້ງສາກົນ, ພາກທຸລະກິດ, ກຸ່ມໄວໜຸ່ມ Startup Business, Eco-Business, ນັກສຶກສາຈາກຄະນະວິທະຍາສາດສິ່ງແວດລ້ອມ, ກຸ່ມໄວໜຸ່ມພາຍໃຕ້ໂຄງການ Youth in Change ສະມາຄົມ RDA ແລະ ກຸ່ມໄວໜຸ່ມ ໂຄງການ Connecting Young Laotians with Decent Job Opportunities ພາຍໃຕ້ໜ່ວຍງານ SOYEE ແລະ ສະມາຄົມ ໃນຂະແໜງການທີ່ປິ່ນອ້ອມການທ່ອງທ່ຽວ.
ກອງປະຊມນຳສະເໜທນສມທບຂະໜາດນອຍທນະຄອນຫວງວຽງຈນ - image 1
 

 

ຈຸດປະສົງຂອງງານ ເພື່ອຮັບຟັງບົດສະເໜີໂຄງການຂອງຜູ້ສະໝັກທຶນທີ່ເປັນຕົວແທນ MSME ແລະ ຜູ້ປະກອບການໄວໜຸ່ມ ຊຶ່ງມາຈາກແຂວງເປົ້າໝາຍ ຂອງໂຄງການ ຄື: ກຸ່ມໄວໜຸ່ມ (Young Entrepreneur Category) ມີ 10 ທຸລະກິດໄດ້ແກ່: IU Mien Gallery (ຫັດຖະກໍາຊົນເຜົ່າ ຈາກແຂວງຫຼວງພະບາງ), Print Squares (ເຄື່ອງພິມ 3D ຈາກນະຄອນຫຼວງ), Keeps Louder (ຫັດຖະກໍາກະເປົາເຮັດຈາກຜ້າຝ້າຍລາວ ຈາກນະຄອນຫຼວງ), Vela Café and Restaurant (ຮ້ານອາຫານ ໃນເມືອງວັງວຽງ - ຕົວແທນແຂວງວຽງຈັນ), PSV MINIFARM (ຜູ້ຜະລິດປຸຍຂີ້ກະເດືອນ ຈາກນະຄອນຫຼວງວຽງຈັນ), Jaidee Eco-printing (ຫັດຖະກໍາທີ່ໃຊ້ໃບໄມ້ແທ້ສ້າງລວດລາຍ ແລະ ສີໃນຜືນຜ້າ ຈາກຫຼວງພະບາງ), Tamper Coffee and Studio (ຮ້ານກາເຟ ໃນນະຄອນຫຼວງວຽງຈັນ), LeLao (ຫັດຖະກໍາ ໃນນະຄອນຫຼວງ), Ban KhaoHom (ຂາຍຂອງຝາກ ແລະ ເຄື່ອງໃຊ້ໂດຍເນັ້ນເປັນຜະລິດຕະພັນລາວ ໃນນະຄອນຫຼວງວຽງຈັນ), Crozy Design (ຫັດຖະກໍາທີ່ນໍາໃຊ້ຜ້າເສດ ໃນນະຄອນຫຼວງວຽງຈັນ) ແລະ ກຸ່ມ MSME ມີ 5 ທຸລະກິດໄດ້ແກ່: Lao Pottery House (ຫັດຖະກໍາເຄື່ອງປັ້ນດິນເຜົາ ໃນນະຄອນ-ຫຼວງພະບາງ), GAEBI Handicraft Shop (ຫັດຖະກໍາ ໃນນະຄອນຫຼວງພະບາງ), Lao Natural & Organic (ຜະລິດເຄື່ອງໃຊ້ສະໜອງໃຫ້ໂຮງແຮມ ໃນນະຄອນ-ຫຼວງພະບາງ), LK Farm & Forest Cafe (ຮ້ານອາຫານ ແລະ ສວນເລມ້ອນ ໃນນະຄອນ-ຫຼວງພະບາງ), Her Works (ຫັດຖະກໍາ ໃນນະຄອນຫຼວງ) ແລະ ຜົນການຄັດເລືອກຈະປະກາດຜ່ານ Facebook page ຂອງໂຄງການໃນອີກ 1 ອາທິດ ຂໍເຊີນທຸກທ່ານຕິດຕາມການປະກາດຜົນໄດ້ທີ່ Page: Lasting Laos.

ໂຄງການ ລາວຍືນຍາວ (Lasting Laos) ແມ່ນໂຄງການຮ່ວມຈັດຕັ້ງປະຕິບັດ ລະຫວ່າງກົມສົ່ງເສີມຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ອົງການແພລນສາກົນປະຈໍາລາວ ຊຶ່ງໄດ້ຮັບທຶນສະໜັບສະໜູນ ຈາກ ສະຫະພາບເອີຣົບໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ໂຄງການ “ລາວຍືນຍາວ” ແມ່ນການສືບຕໍ່ ແລະ ຂະຫຍາຍຜົນສໍາເລັດຈາກໂຄງການ SUSTOUR Laos. ໂຄງການນີ້ ມີເປົ້າໝາຍສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໂດຍສະເພາະແມ່ນຜູ້ປະກອບການໄວໜຸ່ມໃນ 5 ຂະແໜງການຫຼັກທີ່ກ່ຽວຂ້ອງກັບຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວ: ການຄົມ ມະນາຄົມ ແລະ ຂົນສົ່ງ, ອາຫານ ແລະ ເຄື່ອງດື່ມ, ຫັດຖະກຳ ແລະ ຂອງທີ່ລະນຶກ, ການທ່ອງທ່ຽວຮູບແບບວັດທະນະທຳ, ການແປຮູບອາຫານກະສິກຳ (ຂະແໜງທີ່ເພີ່ມໃໝ່) ໂດຍມີທຶນສົມທົບຂະໜາດນ້ອຍລາວຍືນຍາວໃຫ້ແກ່ພາກທຸລະກິດ ໃນການຍົກລະດັບທຸລະກິດສີຂຽວ, ເຕີບໂຕຢ່າງຍືນຍົງ ໂດຍຜູ້ສະໝັກທຶນສົມ ທົບຂະໜາດນ້ອຍລາວຍືນຍາວ ແມ່ນຕ້ອງເປັນກຸ່ມເປົ້າໝາຍທີ່ດຳເນີນທຸລະກິດຕາມເງື່ອນໄຂ ແລະ ມີໃບຢັ້ງ ຢືນລາວຍືນຍາວຈາກ Travelife ຫຼື Lasting Laos ທີ່ເນັ້ນໃສ່ການຈັດຕັ້ງປະຕິບັດກ່ຽວກັບການຫຼຸດຜ່ອນການນຳໃຊ້ພລາສະຕິກທີ່ໃຊ້ຄັ້ງດຽວ ແລະ ບົດນຳສະເໜີໂຄງການທີ່ກ່ຽວຂ້ອງໂດຍກົງກັບການຫຼຸດຜ່ອນ, ການນຳໃຊ້ສິ່ງອື່ນມາທົດແທນ ຫຼື ການປັບປຸງການຄຸ້ມຄອງພລາສະຕິກທີ່ໃຊ້ຄັ້ງດຽວຖິ້ມ (SUP) ໂດຍບໍລິສັດ ທີ່ຕ້ອງການສະໝັກທຶນສົມທົບຂະໜາດນ້ອຍລາວຍືນຍາວ.

ສາມາດດາວໂຫຼດຟອມສະໝັກທີ່ http://bit.ly/4mafCj2 ແລະ ສົ່ງຟອມສະໝັກຜ່ານອີເມວ Lastinglaos@gmail.com ຊຶ່ງເປັນບາດກ້າວອັນສໍາຄັນອັນໜຶ່ງ ແລະ ເປັນໂອກາດທີ່ດີ ໃຫ້ແກ່ຜູ້ປະກອບການ ເພື່ອຫັນທຸລະກິດຂອງຕົນໄປສູ່ການດໍາເນີນທຸລະກິດແບບຍືນຍົງ ໂດຍຜ່ານການເຂົ້າຮ່ວມບັນດາກິດຈະກໍາຕ່າງໆຂອງໂຄງການ ທີ່ເປັນຜົນປະໂຫຍດໃນຫຼາຍດ້ານ ເປັນຕົ້ນການຍົກສູງສັກກະຍະພາບທາງດ້ານການດໍາເນີນທຸລະກິດ ແລະ ການປັບປຸງມາດຖານຄຸນນະພາບສໍາລັບທຸລະກິດຂອງຕົນໃຫ້ມີຄວາມເຂັ້ມແຂງຂຶ້ນໄປເລືື່ອຍໆ, ພ້ອມທັງເປັນທີ່ຮັບຮູ້ ແລະ ຍອມຮັບໃນຖານະເຈົ້າຂອງທຸລະກິດທີ່ມີຄວາມຍືນຍົງໃນແຖວໜ້າ. (ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ