![]() |
ຝ່າຍຄະລາວາດ ເປັນກຽດເຂົ້າຮ່ວມ ຂອງທ່ານ ຄຳໃບ ແກ້ວມະນີ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກ ງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ວຽກງານອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີບັນດາທ່ານການນຳພັກ-ລັດຂັ້ນເມືອງ, ຫົວໜ້າອົງການຈັດຕັ້ງ, ພ້ອມດ້ວຍພຸດທະສາສະນິກະຊົນ ເຂົ້າຮ່ວມພິທີຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ ພະອາຈານ ພອນສະຫວັນ ມະນີໂທ ໄດ້ກ່າວເຖິງຈຸດປະສົງຂອງການແຫ່ພະໄຕຣປີດົກວ່າ:ພະໄຕຣປີດົກເປັນຄັງແຫ່ງພະທຳຄຳສອນຂອງພຣະສຳມາສຳພຸດ
ທະເຈົ້າ ທີ່ລວບ ລວມພະວິໄນ, ພະສູດ ແລະ ພະອະພິທຳ ເພື່ອເປັນແນວທາງໃຫ້ຄະນະສົງໄດ້ສຶກສາຄົ້ນຄວ້າ ແລະ ປະຕິບັດຕາມຫຼັກພະທຳວິໄນ. ຂະນະດຽວກັນ ຍັງເປັນປະໂຫຍດແກ່ອຸບາສົກ, ອຸບາສິກາ ແລະ ພຸດທະສາສະນິກະຊົນ ໃຫ້ໄດ້ສຶກສາຄຳສອນຢ່າງເລິກເຊິ່ງ ເພື່ອນຳໄປປະຍຸກໃຊ້ໃນການດຳເນີນຊີວິດ ແລະ ສ້າງຄຸນຄ່າໃຫ້ແກ່ສັງຄົມ.
ທ່ານ ພິມພາ ໄຊຍະຜົນ ປະທານແນວລາວສ້າງຊາດເມືອງ ໄດ້ກ່າວຄຳເຫັນ ໂດຍສະແດງຄວາມຊົມ ເຊີຍ ແລະ ຂອບໃຈອົງການພຸດທະສາສະໜາສຳພັນລາວ ແຂວງອັດຕະປືທີ່ໄດ້ຈັດຂະບວນແຫ່ ແລະ ນຳພະໄຕຣປີດົກມາຖວາຍໄວ້ປະຈຳວັດປ່າໄຊຍະຣາມ ເພື່ອເປັນແຫຼ່ງຄົ້ນຄວ້າ ແລະ ສຶກສາຮຽນຮູ້ຂອງຄະນະສົງ , ຄູບາອາຈານ ແລະ ພຸດທະສາສະນິກະຊົນ ໂດຍສະເພາະເຍົາວະຊົນ ໃຫ້ເຂົ້າເຖິງຄຳສອນຂອງພຣະພຸດທະເຈົ້າ ແລະ ຂໍສະແດງຄວາມຂອບອົກຂອບໃຈມາຍັງ ທ່ານ ພອນສະຫວັນ ໄຊທະນາສີ ຫົວໜ້າບໍລິຫານບໍລິສັດ ເຈົ້າພາບບໍລິສັດ ບໍ່ຄຳວັງຕັດມາຍນິງກຣຸບຕ່າງໜ້າມອບຖວາຍ ປື້ມພະໄຕຣປີດົກ ຄັ້ງນີ້ ທັງໝົດ ຈໍານວນ 45 ເຫຼັ້ມ.
ການຈັດພິທີຂະບວນແຫ່ພະໄຕຣປີດົກໃນຄັ້ງນີ້ ບໍ່ພຽງແຕ່ເປັນການສັກກາລະບູຊາພະທຳ ທີ່ເປັນຄຳສອນອັນສູງສົ່ງຂອງພະສຳມາສຳພຸດທະເຈົ້າເທົ່ານັ້ນ ແຕ່ຍັງເປັນການສົ່ງ ເສີມໃຫ້ພຸດທະສາສະນິ ກະຊົນທຸກລຸ້ນຄົນ ໄດ້ສຶກສາ ແລະ ນຳຫຼັກພະທຳມະວິໄນ ໄປປະຍຸກໃຊ້ໃນຊີວິດປະຈຳວັນ ພ້ອມທັງຮ່ວມກັນອະນຸລັກ ແລະ ສືບສານຂະນົບທຳນຽມ ວັດທະນະທຳ ແລະ ປະເພນີອັນດີງາມຂອງຊາດ ໃຫ້ຄົງຢູ່ຄູ່ສັງຄົມລາວສືບໄປ.
ຫຼັງຈາກນັ້ນ ຄະນະຜູ້ເຂົ້າຮ່ວມ ຍັງໄດ້ເດີນທາງໄປຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າ ການກໍ່ສ້າງວັດປ່າຄິຣິວົງກົດປັນຍາຕິກະວະນາຣາມ ບ້ານພູໄຊ ເມືອງພູວົງ ເຊິ່ງກຳລັງດຳເນີນການກໍ່ສ້າງ ໂດຍອາ ໄສແຮງສັດທາຈາກພະສົງ ແລະ ພຸດທະສາສະນິກະຊົນຜູ້ມີຈິດສັດທາ ທີ່ຮ່ວມກັນບໍລິຈາກປັດໄຈ ແລະ ແຮງງານ ເພື່ອສ້າງສາສະນະສະຖານ ແລະ ຍັງເປັນການປົກປັກຮັກສາປ່າໄມ້ສິ່ງແວດລ້ອມໃນອະນາຄົດ. ຂ່າວ: ສ.ໄຊຄຳສອນ

ຄໍາເຫັນ