ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ   ຮອງນາຍົກລັດຖະມົນຕີ ລັດຖະມົນຕີປ້ອງກັນຄວາມສະຫງົບ (ປກສ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 14 ມິຖຸນາ ນີ້ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ວ່າ: ກ່ຽວກັບວຽກງງານປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຊຶ່ງວຽກງານດັ່ງກ່າວເປັນວຽກງານທີ່ຍາກແລະສັບສົນ.
ເພື່ອເຮັດໃຫ້ບັນດາຄະນະພັກ-ຄະນະນໍາຂັ້ນຮາກຖານ, ຂະແໜງການທັງຢູ່ສູນກາງ ແລະ ທ້ອງຖິ່ນກໍາໄດ້ເນື້ອໃນຈິດໃຈຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ກະຊວງ ປກສ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານ ແລະ ທັງເປັນໃຈກາງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດມີດັ່ງນີ້1. ຈະໄດ້ເພີ່ມທະວີການລົງໂຄສະນາເຜີຍແຜ່ ຕິດພັນກັບການກໍ່ສ້າງຮາກຖານການເມືອງ ໂດຍສະເພາະຕໍ່ກັບ ຄໍາສັ່ງເລກທີ 02/ກມສພ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອສ້າງຄວາມເປັນເອກະພາບດ້ານທັດສະນະ, ຄວາມຮັບຮູ້ເຂົ້າໃຈ ແລະ ການກະທໍາຕົວຈິງ ໃນທົ່ວລະບົບການເມືອງ ແລະ ໃນທົ່ວສັງຄົມ; ໂດຍຈະປະສານງານຮ່ວມກັບຫ້ອງວ່າການສູນກາງພັກ ແລະ ລັດຖະບານຕັດສິນໃຈ ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ມີຄວາມເດັດຂາດ ແລະ ເຂັ້ມງວດຂຶ້ນກວ່າເກົ່າ,2. ຕ້ອງໃຫ້ຄະນະພັກແຕ່ລະຂັ້ນ ກຳແໜ້ນເນື້ອໃນຈິດໃຈສໍາຄັນທີ່ເປັນພື້ນຖານ ຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດ ດໍາເນີນໄປຢ່າງຖືກຕ້ອງ, ເປັນລະບົບ ແລະ ໄດ້ຮັບການເຂົ້າຮ່ວມ, ສະໜັບສະໜູນຢ່າງກວ້າງຂວາງຈາກມະຫາຊົນ ໂດຍປະຕິບັດເຂັ້ມງວດ, 3. ເພີ່ມທະວີການນໍາພາ-ຊີ້ນໍາອົງການປົກຄອງກໍຄືບັນດາຂະແໜງການຕ່າງໆ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; 4. ເພີ່ມທະວີຍົກລະດັບ ການນໍາພາ-ຊີ້ນໍາ ແລະ ການເຄື່ອນໄຫວວຽກງານການປະຕິບັດຕົວຈິງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຂະແໜງການກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ 5. ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມາດຂອງຄະນະພັກແຕ່ລະຂັ້ນໃນການນໍາພາຊີ້ນໍາແກ້ໄຂບັນຫາຢາເສບຕິດແມ່ນຄວາມຮັບຜິດຊອບໂດຍກົງ, ເດັດຂາດຂອງຄະນະພັກແຕ່ລະຂັ້ນ. ຕ້ອງຖືເອົາການແກ້ໄຂບັນຫາຢາເສບຕິດເປັນມາດຕະຖານເງື່ອນໄຂໜຶ່ງ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງບ້ານປອດຢາເສບຕິດ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຢູ່ບ້ານ, ສໍານັກງານ, ອົງການ, ສະຖາບັນການສຶກສາ, ໂຮງໝໍ, ໂຮງຈັກ, ໂຮງງານ ແລະ ບັນດາຫົວ    ໜ່ວຍການຜະລິດ-ທຸລະກິດ; ເຮັດໃຫ້ບັນຫາຢາເສບຕິດຫຼຸດນ້ອຍຖອຍລົງ ແລະ ກ້າວໄປສູ່ການກຳຈັດໃຫ້ໝົດສິ້ນໄປຈາກສັງຄົມລາວເປັນກ້າວໆ.
 ເພື່ອເຮັດໃຫ້ທິດທາງແຜນການ, ໂດຍສະເພາະຄາດໝາຍທີ່ກຳນົດໄວ້ໃນມາດຕາ 2, ຂໍ້ 4 ມະຕິຂອງສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 6 ສະບັບເລກທີ 110/ສພຊ, ລັດຖະບານ ກໍຄືກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມສາມາດໃນການນໍາພາ-ຊີ້ນໍາ ຮ່ວມກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງຂະບວນການແຂ່ງຂັນສ້າງໂຮງຮຽນ ປອດຢາເສບຕິດ, ບ້ານປ້ອງກັນຄວາມສະຫງົບດີ, ບ້ານປອດຢາເສບຕິດ, ບ້ານປອດຄະດີ; ປັດຈຸບັນ ມີບ້ານປອດຢາເສບຕິດ 2.797 ບ້ານ, ໂຮງຮຽນປອດຢາເສບຕິດ 8.387 ໂຮງຮຽນ, ມີບ້ານຄູ່ຂະໜານສີຂາວ ປອດຢາເສບຕິດຕາມຊາຍແດນ 20 ບ້ານ (ກັບປະເທດໄທ ມີ 17 ບ້ານ, ກັບປະເທດ ກຳປູເຈຍ ມີ 3 ບ້ານ) ແລະ ພວມສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງລົງໂຄສະນາ ເພື່ອສືບຕໍ່ສ້າງບ້ານ, ສ້າງໂຮງຮຽນ, ສ້າງສະຖາບັນການສຶກສາ ແລະ ກົມກອງຕ່າງໆ ໃຫ້ປອດຢາເສບຕິດ. ສໍາລັບການສ້າງຈຸດສະກັດກັ້ນ ແລະ ຕ້ານຢາເສບຕິດ; ກະຊວງປ້ອງກັນຄວາມສະຫງົບໄດ້ເປີດນໍາໃຊ້ອາຄານຈຸດກວດກາຢາເສບຕິດເພີ່ມຕື່ມ ທີ່ບ້ານສາມັກຄີໄຊເມືອງທ່າພະບາດແຂວງບໍລິຄໍາໄຊ 1 ຈຸດ ແລະ ໄດ້ມີຫ້ອງການ ຫຼື ຈຸດກວດກາອັດປ່ອງຂ້າມລອຍຢາເສບຕິດ 5 ຈຸດ (ໃນນີ້, ຢູ່ແຂວງບໍ່ແກ້ວ ມີ 2 ຈຸດ, ແຂວງຫຼວງນໍ້າທາ, ອຸດົມໄຊ ແລະ ບໍລິຄຳໄຊ ແຂວງລະ 1 ຈຸດ; ແຕ່ລະຈຸດ ໄດ້ນໍາໃຊ້ໝາວິຊາສະເພາະ ແລະ ເຄື່ອງມືເຕັກນິກຈໍານວນໜຶ່ງ ເຂົ້າໃນການກວດກາຫາຢາເສບຕິດ); ນອກນັ້ນ, ຍັງມີສູນປະສານງານແມ່ນໍ້າຂອງປອດໄພ, ສູນປະສານງານແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 1 ຈຸດ ແລະ ມີຫ້ອງການປະສານງານຕາມຊາຍແດນ (BLO) ອີກ 22ຈຸດ ເພື່ອສະກັດກັ້ນການລັກລອບລໍາລຽງ, ຂົນສົ່ງຢາເສບຕິດ ແລະ ສານເຄມີຂັ້ນຕົ້ນ.
ໃນຕໍ່ໜ້າ, ໂດຍໄດ້ຮັບການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດສາກົນ ຈະໄດ້ສ້າງຈຸດກວດກາສະກັດກັ້ນການລັກລອບຂົນສົ່ງຢາເສບຕິດ ແລະ ສານເຄມີຕົ້ນ ຈາກພາກເໜືອຂອງລາວ ຜ່ານໄປພາກເໜືອຂອງປະເທດເພື່ອນບ້ານ (ເສັ້ນທາງບໍ່ແກ້ວ-ໄຊຍະບູລີ); ໂດຍໄດ້ກໍ່ສ້າງຈຸດກວດກາ (ຫໍຄອຍ)ຢູ່ດ່ານເມືອງປາກທາແຂວງບໍ່ແກ້ວ ແລະ ຈຸດກວດກາເຂດບ້ານຫ້ວຍເຜິ້ງເມືອງເງິນແຂວງໄຊຍະບູລີ(ເນື່ອງຈາກກຸ່ມຄ້າຂາຍຢາເສບຕິດ ໄດ້ມີການປັບປ່ຽນເສັ້ນທາງລັກລອບຂົນສົ່ງ); ຕໍ່ກັບພື້ນທີ່ສ່ຽງທີ່ມີການຂົນສົ່ງ-ເຄື່ອນຍ້າຍຢາເສບຕິດຈາກປະເທດໃກ້ຄຽງ ຜ່ານເຂົ້າເສັ້ນທາງເມືອງລອງ, ແຂວງຫຼວງນໍ້າທາ ແລະ ເມືອງເມິງແຂວງບໍ່ແກ້ວ;  ກໍໄດ້ຄົ້ນຄວ້າ, ສົມທົບກັບທະຫານຊາຍແດນເພື່ອມີມາດຕະການສະກັດກັ້ນ ເພາະເປັນເສັ້ນທາງໃໝ່ ທີ່ພວກຄົນບໍ່ດີນໍາໃຊ້ຫຼົບຫຼີກ.
(ຂ່າວ-ພາບ: ຍຸພິນທອງ-ຕຸໄລເພັດ)