ໃນຂະນະທີ່ ສປປ ລາວ ພວມດໍາເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45  ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 8-11 ຕຸລາ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ປະທານກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2024 ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະ ຂອງ ທ່ານ ດ່າວ ຫງ໋ອກ ຢຸງ (H.E Dao Ngoc Dung), ລັດຖະມົນຕີກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມ ທັງເປັນລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍ ຂອງ ວັນທີ 9 ຕຸລາ 2024 ເພື່ອຊຸກຍູ້ສົ່ງເສີມວຽກງານຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ໃຫ້ບັນລຸຕາມແຜນການທີ່ວາງໄວ້.

      ສອງຝ່າຍໄດ້ພ້ອມກັນຕີລາຄາສູງຕໍ່ຜົນສໍາເລັດຂອງການຢ້ຽມຢາມພົບປະສອງຝ່າຍ ຂອງການນໍາຂັ້ນສູງລະ ຫວ່າງສອງປະເທດ ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45  ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ປະກອບສ່ວນຢ່າງແຂງແຮງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດທີ່ເປັນມູນເຊື້ອອັນດີງາມໃຫ້ນັບມື້ນັບເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ດ່າວ ຫງ໋ອກ ຢຸງ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສໍາຄັນຕ່າງໆ ລວມທັງການເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາວັດທະນະທໍາ-ສັງຄົມອາຊຽນຄັ້ງທີ 31 ​ແລະ 32 ເຊິ່ງບັນລຸຜົນສໍາເລັດໄປດ້ວຍດີ, ພິເສດແມ່ນການສະໜັບສະໜູນບັນດາເອກະສານສໍາຄັນຕ່າງໆ​ ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ທີ່ຈະສະເໜີໃຫ້ຜູ້ນໍາອາຊຽນຮັບຮອງ ແລະ ຮັບຊາບຢ່າງເປັນທາງການໃນກອງປະຊຸມສຸດຍອດຜູ້ນໍາອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນຄັ້ງນີ້, ພ້ອມທັງເຊື່ອໝັ້ນວ່າບັນດາເອກະສານເຫຼົ່ານັ້ນຈະເປັນບ່ອນອີງທີ່ສໍາຄັນໃຫ້ແກ່ອາຊຽນ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງແຕ່ລະຂະແໜງການຢ່າງແຂງແຮງ.

ທ່ານ ດ່າວ ຫງ໋ອກ ຢຸງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການກະກຽມຮອບດ້ານ ຂອງ ສປປ ລາວ ໃນການເປັນປະທານອາຊຽນ 2024 ກໍຄືການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີສະພາວັດທະນະທໍາ-ສັງຄົມອາຊຽນສອງຄັ້ງຜ່ານມາ ແລະ ບັນດາກອງປະຊຸມປິ່ນອ້ອມອື່ນໆ​ ເຊິ່ງເຫັນວ່າໄດ້ຮັບຜົນສໍາເລັດເປັນຢ່າງດີ.

ພ້ອມນີ້, ສອງຝ່າຍຍັງເຫັນດີເປັນເອກະພາບກັນວ່າ ຄຽງຄູ່ກັບດ້ານຕັ້ງໜ້າທີ່ປະຊາຄົມວັດທະນະທໍາ-ສັງຄົມອາຊຽນໄດ້ພ້ອມກັນບັນລຸຜ່ານມານັ້ນ, ຍັງມີສິ່ງທ້າທາຍຫຼາຍດ້ານ ທີ່ອາຊຽນຕ້ອງໄດ້ພ້ອມກັນສືບຕໍ່ເພີ່ມທະວີການຮ່ວມມືໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນວຽກງານການພັດທະນາສັງຄົມ ກໍຄືການພັດທະນາຊັບພະຍາກອນມະນຸດ ແລະ ການສຶກສາ, ການຕ້ານການຄ້າມະນຸດ ແລະ ການໃຊ້ແຮງງານເດັກ, ບັນດາແຮງງານເຄື່ອນຍ້າຍ, ຄວາມສະເໝີພາບດ້ານບົດບາດຍິງ-ຊາຍ, ການປົກປັກຮັກສາມໍລະດົກວັດທະນະທໍາໃຫ້ມີຄວາມຍືນຍົງ ໂດຍສະເພາະໃນຍຸກເຕັກໂນໂລຊີມີການພັດທະນາຢ່າງໄວວາ.

ໃນຕອນທ້າຍ, ສອງຝ່າຍຍັງໄດ້ສະແດງຄວາມໝາຍໝັ້ນໃນການເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດທີ່ເປັນມູນເຊື້ອໃຫ້ເກີດດອກອອກຜົນຍິ່ງໆຂື້ນ ເວົ້າລວມ, ເວົ້າສະເພາະໃນຂົງເຂດວຽກງານວັດທະນະທໍາ ແມ່ນສືບຕໍ່ຊຸກຍູ້ການສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ ຂອງ ສປປ ລາວ ເປັນມໍລະດົກໂລກຮ່ວມຊາຍແດນທາງທໍາມະຊາດ ກັບອຸທິຍານຟອງຍາແກບາງ ສສ ຫວຽດນາມ ລວມທັງການກະກຽມຈັດງານສັບປະດາສິລະປະວັດທະນະທໍາ-ວັນນະຄະດີ ລາວ-ຫວຽດນາມ ໃນທ້າຍປີນີ້ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ແນໃສ່ໂຄສະນາສົ່ງເສີມການທ່ອງທ່ຽວ ເພື່ອກະຕຸ້ນການໄປຫາມາຫາສູ່ລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.

 

ຂ່າວ: ກອງເລຂາ ແລະ ເນື້ອໃນເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ, ກະຊວງ ຖວທ