ໃນວັນທີ 11 ທັນວານີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ຢຸຍ ງ໋ອກ ເລຂາທິການສູນກາງພັກຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 10-11 ທັນວາ 2024.
ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສະຫາຍ ຫງວຽນ ຢຸຍ ງ໋ອກ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າ, ໂດຍສະເພາະການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ, ແລກປ່ຽນບົດຮຽນ, ການຢ້ຽມຢາມ, ແລກປ່ຽນທາງດ້ານວິຊາການ ຊຶ່ງກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ. ພ້ອມທັງ ຕີລາຄາສູງຕໍ່ການພົບປະສອງຝ່າຍລະຫວ່າງ ສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ທີ່ໄດ້ມີການທົບທວນຄືນໝາກຜົນແຫ່ງການພົວພັນຮ່ວມມື ຮອບດ້ານ ໃນໄລຍະຜ່ານມາ ຊຶ່ງເຫັນໄດ້ວ່າ ມີຜົນສຳເລັດໃນຫຼາຍດ້ານ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອດ້ານຕ່າງໆແກ່ ສປປ ລາວ ກໍຄື ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ມາໂດຍຕະຫຼອດ.
ສະຫາຍ ຫງວຽນ ຢຸຍ ງ໋ອກ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ລາຍງານແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແລະ ລາຍງານຜົນການພົບປະສອງຝ່າຍ ລະຫວ່າງ ສອງຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມແລະລາວ ໃຫ້ສະຫາຍ ປະທານປະເທດ ໄດ້ຮັບຊາບ.ນອກນັ້ນສອງຝ່າຍຍັງໄດ້ຈັດພິທີມອບ-ຮັບປຶ້ມກິດຈະກຳຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບລາວ-ຫວຽດນາມ,ຫວຽດນາມ-ລາວ 2022ຂອງສອງຫ້ອງວ່າການສູນກາງພັກແລະພິທີປະດັບຫຼຽນໄຊ,ຫຼຽນກາແລະໃບຍ້ອງຍໍໃຫ້ບັນດາກົມກອງພະນັກງານພາຍໃນຫ້ອງວ່າການສູນກາງພັກ ປປລາວ ທີ່ມີຜົນງານ,ຄຸນງາມຄວາມດີໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່,ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານສອງພັກ-ສອງລັດແລະປະຊາຊົນສອງຊາດ ລາວ-ຫວຽດນາມເວົ້າລວມແມ່ນສອງຫ້ອງວ່າການສູນກາງພັກລາວ-ຫວຽດນາມໃນໄລຍະຜ່ານມາ.
ຂ່າວ-ພາບ: ພູວຽງຄຳ