
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ II ອັດລົງດ້ວຍຜົນສຳເລັດ ໃນວັນທີ 25 ມັງກອນຜ່ານມາ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 3 ວັນ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມມີ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ມີບັນດາທ່ານການນຳພັກ-ລັດຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຕີລາຄາສູງຕໍ່ສະມາຊິກສະພາປະຊາຊົນແຂວງ, ຜູ້ແທນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາ ບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ຕາມພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ ທີ່ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ແນໃສ່ເຮັດໃຫ້ແຂວງຂອງພວກເຮົາມີການພັດທະນາຢ່າງຕໍ່ເນື່ຶອງ, ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນທາງບວກ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
ກອງປະຊຸມ ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນທີ່ສໍາຄັນຕ່າງໆດັ່ງນີ້: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຂອງແຂວງປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025, ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປະຈໍາປີ 2025, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ແລະ ວຽກງານກວດກາລັດແຂວງ ກ່ຽວກັບການຈັດຕັງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ແລະ ລາຍງງານຜົນການກວດກາ ຕາມຜົນການກວດສອບ ຮອດປີ 2022 ແລະ ວຽກງານສໍ້ລາດບັງຫຼວງ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ແະ ສານ ປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025. ນອກນີ້, ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຜົນການຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງ ແລະ ປົດຕໍາແໜ່ງພະນັກງານນໍາພາ-ຄຸ້ມຄອງຂອງແຂວງ ຕາມການສະເໜີຂອງທ່ານເຈົ້າແຂວງ.
(ຂ່າວ: ມະນີວອນ)