
ໃນວັນທີ 28 ມັງກອນຜ່ານມານີ້, ທ່ານ ພົວຈ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ໄດ້ລົງຊຸກຍູ້ ຕິດຕາມ ການຮຽນ-ການສອນ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ II ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງໄຊສົມບູນ, ມີບັນດາຄູ-ອາຈານ ແລະ ນັກສຶກສາຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.
ໂຮງຮຽນການເມືອງ-ການປົກຄອງ ແຂວງໄຊສົມບູນ ໄດ້ເລີ່ມເປີດການຮຽນ-ການສອນ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ II ນັບແຕ່ວັນທີ 16 ທັນວາ ປີ 2024 ເປັນຕົ້ນມາ ຊຶ່ງຈຸດປະສົງສໍາຄັນຂອງຫຼັກສູດແມ່ນແນໃສ່ຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານທິດສະດີການເມືອງ, ແນວຄິດໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ວຽກງານການຄຸ້ມຄອງຂອງລັດ, ຄຸ້ມຄອງສັງຄົມ ເຮັດໃຫ້ພະນັກງານມີທັດສະນະຫຼັກໝັ້ນ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກວຽກງານ. ໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນຂອງຄູ-ອາຈານ ແລະ ນັກສຶກສາ ສາມາດບັນລຸຜົນສຳເລັດໄດ້ 50% ຕາມຄາດໝາຍ, ໄດ້ເອົາໃຈໃສ່ການຄົ້ນຄວ້າ, ແລກປ່ຽນຖອດຖອນບົດຮຽນ ຢ່າງເປັນປົກກະຕິ, ຕໍ່ກັບວຽກງານການຮຽນ-ການສອນ, ມີພະນັກງານຄູ-ອາຈານ ພາຍໃນໂຮງຮຽນເປັນຜູ້ສິດສອນ ພ້ອມທັງມີຄູ-ອານຈານ ຮັບເຊີນຈາກພາຍນອກກໍຄືການນຳຂອງແຂວງ ທີ່ໄດ້ໃຫ້ການຮ່ວມມື ແລະ ເຫັນເຖິງຄວາມສຳຄັນຂອງການຮຽນທິດສະດີການເມືອງ ໂດຍການຂຶ້ນສິດສອນ, ບັນຍາຍ ແລກປ່ຽນຄວາມຮູ້ ເພື່ອຖ່າຍຖອດບົດຮຽນ, ປະສົບການຕົວຈິງ ໃຫ້ແກ່ນັກສຶກສາໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເຮັດໃຫ້ຖັນແຖວພະນັກງານນຳພາ-ຄຸ້ມຄອງ ໄດ້ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ໃຫ້ມີຄຸນນະພາບ.
ໂອກາດນີ້, ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ຂຶ້ນບັນຍາຍ ແລກປ່ຽນ ຖອດຖອນບົດຮຽນ ຊຶ່ງໄດ້ລົງເລິກແນວຄິດໄກສອນ ພົມວິຫານ ກ່ຽວກັບການກໍ່ສ້າງຮາກຖານການເມືອງ ກໍຄືທັດສະນະພື້ນຖານຂອງລັດທິມາກເລນິນ ຊຶ່ງການກໍ່ສ້າງຮາກຖານການເມືອງ, ການໝູນໃຊ້ ເສີມຂະຫຍາຍແນວຄິດ ໄກສອນ ພົມວິຫານ, ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ມະຫາຊົນຢູ່ຮາກຖານຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ຫັນເອົາທຸກຂັ້ນ, ທຸກຂະແໜງການເສດຖະກິດ-ສັງຄົມຂອງພັກ-ລັດ ໄປສູ່ຮາກຖານ, ໄປສູ່ຊົນນະບົດຢ່າງແຂງແຮງ, ສ້າງໜ່ວຍພັກເຂັ້ມແຂງ ຮອບດ້ານ ດ້ວຍຂະບວນການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ເພີ່ມທະວີການກໍ່ສ້າງພະນັກງານຢູ່ຮາກຖານ ໃຫ້ຮັບປະກັນດ້ານຄວາມຮູ້, ຄວາມສາມາດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ປະຕິບັດນະໂຍບາຍຕ່າງໆໃຫ້ພະນັກງານຂອງບ້ານ ແລະ ພະນັກງານຮາກຖານ ຢ່າງເໝາະສົມ, ເພີ່ມທະວີປັບປຸງ ແລະ ຍົກລະດັບອົງການປົກຄອງ, ອົງການຈັດຕັ້ງມະຫາຊົນຂັ້ນບ້ານ ແລະ ຂັ້ນເມືອງ ໃຫ້ເຂັ້ມແຂງ ໜັກແໜ້ນ ຕາມທິດ 3 ສ້າງ.
(ຂ່າວ: ສີລິພອນ ສົງຄຳ)