ໃນປັດຈຸບັນການທ່ອງທ່ຽວໄດ້ກາຍເປັນປັດໄຈທີ່ສຳຄັນທີ່ເປີດໂລກະທັດໃຫ້ໄດ້ຮູ້ຈັກໂລກແບບຕ່າງໆ ເຮັດໃຫ້ການທ່ອງທ່ຽວເຕັມໄປດ້ວຍຄວາມມ່ວນຊື່ນ ພ້ອມກັບຄວາມປະທັບໃຈ ນອກຈາກຕົນເອງທີ່ເປັນຜູ້ທ່ອງທ່ຽວເອງແລ້ວ, ບໍລິສັດທ່ອງທ່ຽວກໍເປັນປັດໄຈສຳຄັນອີກອັນໜຶ່ງທີ່ຈະເຮັດໃຫ້ການທ່ອງທ່ຽວຕ່າງໆຜ່ານໄປດ້ວຍດີ ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ປະທັບໃຈຢູ່ໃນຄວາມຊົງຈຳຂອງນັກທ່ອງທ່ຽວຕະຫຼອດໄປ.
ທ່ານ ນີລັນໄຊ ດາຣາຣັດສະໝີຜູ້ອໍານວຍການບໍລິສັດທ່ອງທ່ຽວດີລັກຊເວີທົວ ຈຳກັດ (Deluxe World Tour)ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ບໍລິສັດ Deluxe World Tour ໄດ້ສ້າງຕັ້ງໃນປີ 2019 ຊຶ່ງສ້າງຂຶ້ນຈາກຄວາມຕັ້ງໃຈທີ່ຈະໃຫ້ເປັນບໍລິສັດທ່ອງທ່ຽວທີ່ມີຄຸນນະພາບ ບໍລິການດ້ວຍໃຈ ໃຫ້ສົມກັບຄຳຂວັນຂອງບໍລິສັດທີ່ວ່າ: ອົບອຸ່ນ ມີລະດັບໄປກັບດີລັກຊເວີທົວ, ບໍລິສັດຂອງພວກເຮົາໃຫ້ບໍລິການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ໂດຍມີທີມງານທີ່ມີປະສົບການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ,ຮັບຈັດທົວແບບໝູ່ຄະນນະ, ປະຊຸມ, ອົບຮົມ, ທັດສະນະສຶກສາທັງພາຍໃນ ແລະ ນອກສະຖານທີ່, ຮັບຈອງໂຮງແຮມ,ຣີສອດ ທັງພາຍໃນ ແລະ ຕ່າງປະເທດ; ຮັບຈັດກິດຈະກຳເສີມສ້າງຄວາມສາມັກຄີໃນອົງກອນ ແລະ ຈັດສຳມະນາໃຫ້ກັບໜ່ວຍງານຕ່າງໆ. ຈັດແພັກເກັດທົວທັງພາຍໃນ ແລະ ຕ່າງປະເທດ ຈຳໜ່າຍປີ້ຍົນພາຍໃນ ແລະ ຕ່າງປະເທດ, ບໍລິການລົດເຊົ່າທຸກປະເພດ, ຮັບຈັດງານລ້ຽງ ແລະ ຮັບຈັດງານຂອບໃຈລູກຄ້າ.
ທ່ານໃຫ້ຮູ້ຕື່ມອີກວ່າ: ຈາກຄວາມຕັ້ງໃຈ ແລະ ໃສ່ໃຈໃນການບໍລິການລູກຄ້າເຮັດໃຫ້ບໍລິສັດທ່ອງທ່ຽວດີລັກຊເວີທົວ ຈຳກັດ ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ມາໃຊ້ບໍລິການພວກເຮົາເປັນຜູ້ບໍລິການນຳທ່ຽວໃນເສັ້ນທາງຕ່າງໆຢ່າງຫຼວງຫຼາຍ. ໂດຍມີນັກທ່ອງທ່ຽວທີ່ຕິດຕໍ່ເຂົ້າມາໃຊ້ບໍລິການທ່ອງທ່ຽວນຳບໍລິສັດຂອງພວກເຮົາເປັນຈໍານວນຫຼາຍ ນອກຈາກນີ້ ກໍຍັງມີບາງໜ່ວຍງານຂອງພາກລັດ, ລັດວິສາຫະກິດ, ພາກເອກະຊົນ ແລະ ອົງການຕ່າງໆກໍໄດ້ເລືອກໃຊ້ບໍລິການດີລັກຊເວີທົວ ຈຳກັດໃຫ້ເປັນຜູ້ເບິ່ງແຍງໃນຫຼາຍໆເສັ້ນທາງທ່ອງທ່ຽວ ແລະ ສິ່ງທີ່ພາກພູມໃຈເປັນຢ່າງຍິ່ງ ກໍຄື ເອີ້ນໃຊ້ບໍລິການບໍລິສັດຂອງພວກເຮົາຕະຫຼອດຈົນກາຍເປັນລູກຄ້າປະຈຳ ຊຶ່ງນີ້ແມ່ນສະແດງໃຫ້ເຫັນການບໍລິການທີ່ດີ ສາມາດຮັກສາມາດຕະຖານໃຫ້ຢູ່ໃນລະດັບທີ່ໜ້າພໍໃຈຂອງນັກທ່ອງທ່ຽວໃນທຸກດ້ານ ບໍ່ວ່າຈະເປັນທີ່ພັກລະດັບມາດຕະຖານ, ອາຫານທີ່ມີຫຼາຍປະເພດ, ພາຫະນະສະອາດປອດໄພ, ການບໍລິການຂອງຫົວໜ້າທົວທີ່ລ້ວນແລ້ວແຕ່ເຕັມໄປດ້ວຍປະສົບການສາມາດແກ້ໄຂບັນຫາສະເພາະໜ້າທີ່ອາດຈະເກີດຂຶ້ນໄດ້ຕະຫຼອດເວລາ.
ບໍລິສັດດີລັກຊເວີທົວ ຈຳກັດ ຕັ້ງຢູ່ ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ບໍລິສັດຍັງມີເພຈທາງເຟສບຸກໃນຊື່ Deluxe World Tourໄວ້ຄອຍອຳນວຍຄວາມສະດວກໃຫ້ກັບລູກຄ້າທີ່ສົນໃຈໃຫ້ບໍລິສັດໄດ້ບໍລິການນຳທ່ຽວ.
ຂ່າວ-ພາບ: ຍຸພິນທອງ