ພາຍຫຼັງທີ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມປະຈຳປີ2024ແລະທິດທາງແຜນການປີ2025 ໄດ້ເປີດຂຶ້ນໃນວັນທີ 30 ມັງກອນຜ່ານມາທີ່ ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ (ກຊສ); ໃນວັນທີ 31ມັງກອນຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໂອ້ລົມແລະໃຫ້ທິດຊີ້ນຳ ຕໍ່ກອງປະຊຸມໂດຍໄດ້ຊີ້ນໍາໃຫ້ເນັ້ນຕື່ມ 5 ວຽກງານສໍາຄັນ.
ກ່ອນອື່ນໝົດ, ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຂະແໜງການຍາດມາໄດ້; ຖ້າທຽບໃສ່ທ່າແຮງບົ່ມຊ້ອນ, ເງື່ອນໄຂຕົວຈິງແລະກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ໂດຍສະເພາະໄລຍະທີ່ພວກເຮົາພວມປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໃນນັ້ນກໍຍັງຈະຕ້ອງໄດ້ສືບຕໍ່ບຸກບືນສູ້ຊົນເພື່ອປັບປຸງແລະແກ້ໄຂຂໍ້ຄົງຄ້າງຈໍານວນໜຶ່ງທີ່ແກ່ຍາວມາດົນແລ້ວຫຼືບັນຫາທີ່ເກີດຂຶ້ນໃໝ່ຈໍານວນໜຶ່ງທີ່ຍັງບໍ່ທັນໄດ້ຮັບການປັບປຸງແກ້ໄຂໃຫ້ດີເທົ່າທີ່ຄວນຊຶ່ງບັນດາຂໍ້ຫຍຸ້ງຍາກແລະຂໍ້ຄົງຄ້າງດັ່ງກ່າວນັ້ນ, ກອງປະຊຸມກໍໄດ້ພ້ອມກັນຍົກຂຶ້ນມາປຶກສາຫາລືແລະສະເໜີມາດຕະການແກ້ໄຂລະອຽດແລ້ວ ຊຶ່ງທ່ານນາຍົກລັດຖະມົນຕີກໍໄດ້ມີຄໍາເຫັນແລກປ່ຽນແລະເນັ້ນຕື່ມບາງວຽກງານຄືດັ່ງນີ້:
1) ວຽກທີ່ດິນ ແມ່ນໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກສະບັບເລກທີ026/ຄບສພວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງແລະພັດທະນາທີ່ດິນໃນໄລຍະໃໝ່ໃຫ້ມີຜົນສໍາເລັດ; ສູ້ຊົນຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ບັນລຸໂຕເລກຄາດໝາຍ300,000ຕອນໃນປີ2025; ຮີບຮ້ອນຈັດຕັ້ງປະຕິບັດມະຕິສະບັບເລກທີ57/ຄປຈວ່າດ້ວຍການພິຈາລະນາຮັບຮອງການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ໃຫ້ມີປະສິດທິຜົນ;ເອົາໃຈໃສ່ຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ2030ໂດຍຈັດສັນທີ່ດິນໃຫ້ໄດ້ຕາມເປົ້າໝາຍ (ເນື້ອທີ່ດິນທີ່ຈະສະຫງວນແລະອະນຸລັກໃຫ້ໄດ້70%ແລະເນື້ອທີ່ດິນທີ່ຈະນໍາໃຊ້ແລະພັດທະນາ30%)ເພີ່ມທະວີການປະສານສົມທົບກັບບັນດາຂະແໜງການແລະອົງການປົກຄອງທ້ອງຖິ່ນສ້າງແຜນຈັດສັນທີ່ດິນຂັ້ນເມືອງແລະບ້ານໃຫ້ສໍາເລັດໃນຂອບເຂດທົົ່ວປະເທດເພື່ອໃຫ້ມີຂໍ້ມູນທີ່ດິນແຕ່ລະປະເພດຢ່າງລະອຽດແລະເປັນບ່ອນອີງໃນການຂື້ນທະບຽນອອກໃບຕາດິນ, ເກັບອາກອນທີ່ດິນປະຈໍາປີ; ຊຸກຍູ້ບັນດາຂະແໜງການຂຶ້ນບັນຊີທີ່ດິນລັດແລະສ້າງຍຸດທະສາດແລະແຜນການນໍາໃຊ້ທີ່ດິນທີ່ຕົນເອງຄຸ້ມຄອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ; ໃຫ້ກວດຄືນແລະດັດປັບເຂດປະເມີນລາຄາທີ່ດິນແລະແຜນທີ່ປະເມີນລາຄາໃຫ້ແທດເໝາະຕົວຈິງ,ສຸມໃສ່ການຫັນເປັນທັນສະໄໝໃນວຽກງານການຄຸ້ມຄອງທີ່ດິນແລະພັດທະນາລະບົບຖານຂໍ້ມູນທີ່ດິນໃຫ້ສໍາເລັດໂດຍໄວເພື່ອເຊື່ອມຕໍ່ລະບົບຖານຂໍ້ມູນທີ່ດິນໃນການຈັດເກັບລາຍຮັບກ່ຽວກັບທີ່ດິນ; ເລັ່ງຫັນເອົາທຸລະກິດການຊື້-ຂາຍທີ່ດິນ (ການໂອນກໍາມະສິດທີ່ດິນ), ການປ່ຽນປະເພດທີ່ດິນໃຫ້ເຂົ້າສູ່ລະບຽບການແລະເຂົ້າໃນລະບົບຄຸ້ມຄອງທີ່ທັນສະໄໝແລະກໍານົດການຊໍາລະຜ່ານລະບົບທະນາຄານ; ໃຫ້ກວດກາແລະປະເມີນຄືນບັນດາໂຄງການໃຫ້ເຊົ່າ-ສໍາປະທານທີ່ດິນຂອງລັດໂດຍໃຫ້ກວດກາເນື້ອທີ່ດິນຄືນ, ໂຄງການໃດບໍ່ປະຕິບັດພັນທະທາງດ້ານພາສີອາກອນທີ່ດິນຫຼືບໍ່ພັດທະນາກໍໃຫ້ມີມາດຕະການດ້ານວິໄນຕ່າງໆລວມທັງການກ້າວໄປເຖິງການຖອດຖອນສິດນໍາໃຊ້ທີ່ດິນຂອງໂຄງການ,ແລະໃຫ້ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ແລະຫາງສຽງປະຊາຊົນກ່ຽວກັບວຽກງານທີ່ດິນ.
2) ວຽກສິ່ງແວດລ້ອມໄດ້ເນັ້ນໃຫ້ເອົາໃຈໃສ່ປັບປຸງລະບົບແລະສ້າງກົນໄກເພື່ອປ້ອງກັນ, ຫຼຸດຜ່ອນແລະແກ້ໄຂບັນຫາມົນລະພິດຕ່າງໆໂດຍສ້າງໃຫ້ມີການຫັນປ່ຽນແທ້ແລະມີຕົວຊີ້ວັດທີ່ຊັດເຈນ; ໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດວຽກງານການຄຸ້ມຄອງສິີ່ງເສດເຫຼືອຢ່າງເອົາຈິງເອົາຈັງໂດຍສະເພາະສິ່ງເສດເຫຼືອ ພລາສຕິກໂດຍຫຼຸດຜ່ອນການນໍາໃຊ້ພລາສຕິກຄັ້ງດຽວຖິ້ມແລະຫັນມານໍາໃຊ້ຜະລິດຕະພັນທົດແທນ; ປະສານສົມທົບກັບກະຊວງກະສິກໍາແລະປ່າໄມ້ແລະອົງການປົກຄອງທ້ອງຖິ່ນເພື່ອແກ້ໄຂບັນຫາມົນລະພິດໝອກຄວັນແລະໄຟໄໝ້ປ່າຢ່າງຈິງຈັງແລະມີຮູບປະທໍາພ້ອມນັ້ນກໍສົມທົບກັບປະເທດໃກ້ຄຽງ (ໂດຍສະເພາະປະເທດໄທແລະມຽນມາທີ່ນາຍົກທັງ3ປະເທດໄດ້ຕົກລົງກັນ) ເພື່ອສ້າງແລະຈັດຕັ້ງປະຕິບັດແຜນດໍາເນີນງານຮ່ວມກັນໃຫ້ມີປະສິດທິຜົນ;ສົ່ງເສີມເສດຖະກິດໝູນວຽນໃຫ້ເປັນຮູບປະທໍາເພື່ອນໍາໃຊ້ຊັບພະຍາກອນຢ່າງມີປະສິດທິຜົນແລະຫຼຸດຜ່ອນບັນຫາສິ່ງເສດເຫຼືອ; ເພີ່ມທະວີການໂຄສະນາແລະສ້າງຈິດສໍານຶກໃຫ້ແກ່ປະຊາຊົນດ້ວຍຫຼາຍຮູບແບບເພື່ອສ້າງໃຫ້ສັງຄົມມີສ່ວນຮ່ວມໃນການຄຸ້ມຄອງຊັບພະຍາກອນທໍາມະຊາດແລະປົກປັກຮັກສາສິ່ງແວດລ້ອມ; ຊຸກຍູ້ການສ້າງຕົວເມືອງ, ຂຽວສະອາດງາມຕາແລະການສ້າງຕົວເມືອງຍືນຍົງໃຫ້ເປັນຮູບປະທໍາຫຼາຍຂຶ້ນໂດຍສຸມໃສ່ຕົວເມືອງໃຫຍ່ແລະເມືອງທີ່ຄວາມອຸດົມສົມບູນທາງດ້ານລະບົບນິເວດເພື່ອສ້າງໃຫ້ໄດ້ເມືອງຕົວແບບແລະຂະຫຍາຍຜົນໄປສູ່ຕົວເມືອງອື່ນໃນນີ້ໃຫ້ຊຸກຍູ້ທ້ອງຖິ່ນເປັນເຈົ້າການຫຼາຍຂຶ້ນຈຶ່ງຈະມີລັກສະນະຍືນຍົງ; ໃຫ້ສືບຕໍ່ຈັດຕັ້ງປະຕິບັດຂອດຂັ້ນການພິຈາລະນາອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມໃຫ້ມີຄວາມວ່ອງໄວແລະມີປະສິດທິພາບຕອບສະໜອງນະໂຍບາຍການປັບປຸງບັນຍາກາດການລົງທຶນຂອງລັດຖະບານພ້ອມທັງຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມຂອງໂຄງການລົງທຶນໃຫ້ເປັນປົກກະຕິເພື່ອຮັບປະກັນການພັດທະນາໃຫ້ໄປຕາມທິດການເຕີບໂຕສີຂຽວແລະຍືນຍົງ.
3) ວຽກການຄຸ້ມຄອງການປ່ຽນແປງດິນຟ້າອາກາດ ແມ່ນຕ້ອງເອົາໃຈໃສ່ປະຕິບັດຢ່າງເອົາຈິງເອົາຈັງບັນດາພັນທະຂອງສົນທິສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNF CCC), ສົນທິສັນຍາແລະສັນຍາທີ່ກ່ຽວຂ້ອງທີ່ສປປລາວເຂົ້າເປັນພາຄີລວມທັງປະຕິບັດຄາດໝາຍໝັ້ນທີ່ລັດຖະບານໄດ້ສະເໜີຕໍ່ບັນດາກອງປະຊຸມຂອງປະເທດສະມາຊິກໂດຍສະເພາະCOP29ໂດຍຫັນເປັນແຜນງານ, ແຜນການ, ໂຄງການແລະນິຕິກໍາລະອຽດແລະເພີ່ມທະວີການປະສານສົມທົບກັບບັນດາກະຊວງຂະແໜງການ, ອົງການປົກຄອງທ້ອງຖິ່ນແລະພາກເອກະຊົນເພື່ອຮ່ວມກັນປະຕິບັດຍຸດທະສາດແລະແຜນງານທີ່ມີແລ້ວໃຫ້ປະກົດຜົນເປັນຈິງ; ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃນການສ້າງຄວາມທົນທານແລະປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໂດຍໃຫ້ມີການສຶກສາຄວາມສ່ຽງ, ວາງແຜນປ້ອງກັນ, ແກ້ໄຂແລະຟື້ນຟູໄພພິບັດໃຫ້ທັນກັບສະພາບການ; ສິ່ງສໍາຄັນຕ້ອງໄດ້ຍົກລະດັບຄວາມເຂົ້າໃຈແລະສ້າງຈິດສໍານຶກວຽກງານດັ່ງກ່າວໃຫ້ກວ້າງຂວາງ, ເລິກເຊິ່ງແລະຫຼາຍຂຶ້ນກວ່າເກົ່າທັງຢູ່ຂັ້ນສູນກາງແລະທ້ອງຖິ່ນ; ວຽກງານການປ່ຽນແປງດິນຟ້າອາກາດເປັນວຽກງານທີ່ສາກົນໃຫ້ຄວາມສໍາຄັນແລະມີທຶນສະໜັບສະໜູນຢ່າງຫຼວງຫຼາຍ. ສະນັ້ນ, ຕ້ອງໄດ້ສ້າງຄວາມເຂັ້ມແຂງເພື່ອເຂົ້າຫາແຫຼ່ງທຶນພ້ອມທັງຮັບປະກັນການນໍາໃຊ້ທຶນໃຫ້ມີປະສິດທິຜົນສູງ; ໃຫ້ສືບຕໍ່ສົ່ງເສີມການຊື້-ຂາຍສິນເຊື່ອກາກບອນໂດຍສະເພາະຈາກປ່າໄມ້, ພະລັງງານສະອາດແລະອື່ນໆໂດຍການຈັດຕັ້ງຜັນຂະຫຍາຍດໍາລັດວ່າດ້ວຍສິນເຊື່ອກາກບອນໃຫ້ເປັນຮູບປະທໍາເພື່ອຮັບປະກັນການສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດຢ່າງແທ້ຈິງ.
4) ວຽກຊັບພະຍາກອນນໍ້າ, ອຸຕຸນິຍົມແລະອຸທົກກະສາດ ເນັ້ນໃຫ້ຄົ້ນຄວ້າກົນໄກການຄຸ້ມຄອງນໍ້າໃຫ້ຊັດເຈນລະຫວ່າງຂະແໜງການທີ່ນໍາໃຊ້ນໍ້າເພື່ອຄວາມເອກະພາບແລະມີການຈັດສັນນໍ້າຢ່າງເໝາະສົມເຊັ່ນ: ນໍານໍ້າໃຊ້ເຂົ້າໃນການອຸປະໂພກແລະບໍລິໂພກ, ການຜະລິດກະສິກໍາປູກຝັງ, ລ້ຽງສັດ, ຊົນລະປະທານ, ການປະມົງ, ອຸດສາຫະກໍາ, ຜະລິດໄຟຟ້າ, ການທ່ອງທ່ຽວແລະອື່ນໆ; ສົມທົບກະຊວງກະສິກໍາແລະປ່າໄມ້ແລະພາກສ່ວນທີ່ກ່ຽວຂ້ອງເພື່ອປົກປັກຮັກສາແຫຼ່ງນໍ້າໂດຍສະເພາະປ່າຍອດນໍ້າພ້ອມທັງຄົ້ນຄວ້ານໍາໃຊ້ທ່າແຮງຈາກນໍ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິຜົນແລະຍືນຍົງ; ສຸມໃສ່ການຈັດຕັ້ງປະຕິບັດບັນດາແຜນຄຸ້ມຄອງອ່າງຮັບນໍ້າຂະໜາດໃຫຍ່ທີ່ໄດ້ຮັບຮອງແລ້ວໃຫ້ມີປະສິດຜົນພ້ອມທັງສືບຕໍ່ສ້າງແຜນຄຸ້ມຄອງອ່າງນໍ້າຂະໜາດກາງໃຫ້ສໍາເລັດຕາມຄາດໝາຍ; ຄຸ້ມຄອງໂຄງການແລະກິດຈະການຕ່າງໆບໍ່ໃຫ້ມີການປ່ອຍນໍ້າເປື້ອນລົງສູ່ແຫຼ່ງນໍ້າສາທາລະນະ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງສ້າງລະບົບບໍາບັດນໍ້າເປື້ອນຈາກຄົວເຮືອນ. ສໍາລັບວຽກງານອຸຕຸນິຍົມ, ອຸທົກກະສາດແລະກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດກໍໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມພາລະບົດບາດໂດຍສະເພາະການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ1995, ການປະຕິບັດຂະບວນກາານປຶກສາຫາລືກ່ຽວກັບການແຈ້ງໃຫ້ຮູ້ລ່ວງໜ້າເພື່ອຮັບປະກັນໃຫ້ການພັດທະນາໂຄງການພະລັງນໍ້າຕາມລໍາແມ່ນໍ້າຂອງໄດ້ຖືກຈັດຕັ້ງປະຕິບັດຕາມແຜນການ, ສືບຕໍ່ຂະຫຍາຍແລະສ້າງຕາໜ່າງອຸຕຸນິຍົມແລະອຸທົກກະສາດໃຫ້ກວມເອົາທຸກເຂດໃນທົ່ວປະເທດແລະຮັບປະກັນການບໍາລຸງຮັກສາໃຫ້ມີຄວາມຍືນຍົງແລະຫັນເປັນທັນສະໄໝເພື່ອຕອບສະໜອງໃນການລາຍງານສະພາບພະຍາກອນແລະແຈ້ງເຕືອນສະພາບອາກາດ, ລະດັບນໍ້າແລະແຜ່ນດິນໄຫວໃຫ້ສັງຄົມຮັບຊາບຢ່າງເປັນປົກກະຕິ, ມີຄວາມຊັດເຈນແລະທັນເຫດການຍິ່ງຂຶ້ນພ້ອມທັງຈັດຕັ້ງຜັນຂະຫຍາຍແຜນແມ່ບົດໃຫ້ມີປະສິດທິຜົນ.
5) ສໍາລັບວຽກງານອື່ນໆກໍໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍແລະວຽກງານຈຸດສຸມຂອງຂະແໜງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5 ປີຄັ້ງທີIX ໃນທ້າຍສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈໍາປີ2025 ສົມທົບກັບການຈັດຕັ້ງປະຕິບັດ2 ວາລະແຫ່ງຊາດ, ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແລະການເຕີບໂຕສີຂຽວທີ່ຕິດພັນກັບຄວາມຮັບຜິດຊອບຂອງຂະແໜງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ.
(ຂ່າວ: ສຸກສະຫວັນ, ຂໍ້ມູນ: ກຊສ)