ພາຍຫຼັງທີ່ ພັກ-ລັດ ໄດ້ມີນະໂຍບາຍເປີດກວ້າງ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປຸກລະດົມຊຸກຍູ້ໃຫ້ພະນັກງານ ແລະ ປະຊາຊົນ ຫັນມາປູກຝັງ-ລ້ຽງສັດ ໃຫ້ຫຼາຍກາຍເປັນສິນຄ້າເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ມີຄວາມຮັ່ງມີທາງດ້ານເສດຖະກິດນັ້ນ. ທ່ານ ນາງ ສັ້ນນ້ອຍ ແກ້ວພິລາ ກໍແມ່ນຜູ້ໜຶ່ງທີ່ໄດ້ປະຕິບັດຕາມນະໂຍບາຍຂອງພັກ-ລັດດ້ວຍການສ້າງເສດຖະກິດຄອບຄົວນອກໂມງການ ໂດຍການຂະຫຍາຍພັນລູກໝູຂາຍ ສ້າງລາຍຮັບໃຫ້ກັບຄອບຄົວປີລະ 300 ລ້ານກວ່າກີບ. ນອກຈາກມີລາຍຮັບທີ່ໝັ້ນທ່ຽງແລ້ວ ນາງຍັງກາຍເປັນແບບຢ່າງທີ່ດີໃຫ້ກັບພະນັກງານ-ລັດຖະກອນອີກດ້ວຍ. ນາງ ສັ້ນນ້ອຍ ແກ້ວພິລາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວເມືອງແກ່ນທ້າວວ່າ: ຂ້າພະເຈົ້າ ເປັນພະນັກງານສັງກັດຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແກ່ນທ້າວ ແຂວງໄຊຍະບູລີ. ປັດຈຸບັນຢູ່ບ້ານນາບອນ. ໃນຄອບຄົວມີ 5 ຄົນ ຍິງ 3 ຄົນ, ມີແຮງງານຕົ້ນຕໍ 1 ຄົນ, ແຮງງານສຳຮອງ 3 ຄົນ. ຄອບຄົວຂ້າພະເຈົ້າກ່ອນປີ 2011 ແມ່ນເປັນພະນັກງານລັດພຽງຢ່າງດຽວ, ຊີວິດການເປັນຢູ່ພຽງແຕ່ກຸ້ມຢູ່ກຸ້ມກິນເວົ້າລວມແລ້ວບາງໄລຍະການດຳລົງຊີວິດ ບາງຄັ້ງກໍພົບຄວາມຫຍຸ້ງຍາກ. ຈຶ່ງໄດ້ປຶກສາຫາລືກັບຄອບຄົວຊອກຫາທຸກວິທີທາງ ເພື່ອບັນລຸຈຸດປະສົງດັ່ງກ່າວ ຊ່ຶງເລີ່ມແຕ່ປີ 2011 ເປັນຕົ້ນມາ ໄດ້ວາງແຜນໃນການສ້າງເສດຖະກິດຄອບຄົວ ນອກໂມງການ ເພື່ອໃຫ້ມີລາຍຮັບເພີ້ມຂຶ້ນ ນອກຈາກເງິນເດືອນ ແລະ ໄດ້ຕັ້ງໜ້າສຸມໃສ່ລ້ຽງພໍ່ພັນ-ແມ່ພັນໝູ ເພື່ອຜະລິດລູກໝູ ແລະ ການລ້ຽງຂຸນຂາຍ ເປັນສິນຄ້າໃຫ້ຫຼາຍຂຶ້ນ ໂດຍໄດ້ລິເລິ່ມລ້ຽງໃນປີ 2011 ເບື້ອງຕົ້ນມີພໍ່ພັນ-ແມ່ພັນໝູ 5 ໂຕ ສາມາດຜະລິດລູກໝູໄດ້ປະມານ 98 ໂຕຕໍ່ປີ, ສ້າງລາຍຮັບໃຫ້ຄອບຄົວ 37 ລ້ານກີບຕໍ່ປີ ຫັກຄ່າໃຊ້ຈ່າຍຕົ້ນທຶນແລ້ວເຫັນວ່າມີຜົນກຳໄລໜ້າພໍໃຈ ຕໍ່ມາຈຶ່ງໄດ້ມີການຂະຫຍາຍການລ້ຽງເພີ່ມຂຶ້ນໃນແຕ່ລະປີ.
ມາຮອດປັດຈຸບັນມີພໍ່ພັນໝູ 2 ໂຕ, ແມ່ພັນໝູ 29 ໂຕ, ສາມາດຜະລິດລູກໝູໄດ້ປະມານ 725 ໂຕຕໍ່ປີ (ໝູແມ່ພັນ 1 ໂຕ ໃຫ້ລູກ 2 ຄັ້ງຕໍ່ປີ) ຈຳນວນລູກໝູທີ່ຜະລິດໄດ້ໃນແຕ່ລະຮອບ ຈະແບ່ງຂາຍ 2 ສ່ວນ ແລະ ລ້ຽງຂຸນຂາຍ 1 ສ່ວນ ສັງລວມແລ້ວ ໃນຈຳນວນລູກໝູທີ່ຜະລິດໄດ້ຕໍ່ປີ ຂາຍເປັນໝູນ້ອຍ (ລູກໝູ) ປະມານ 480 ໂຕຕໍ່ປີ ແລະ ຂຸນຂາຍປະມານ 245 ໂຕຕໍ່ປີ, ສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ລະປີ 355 ລ້ານກີບ, ລວມໄລຍະ 5 ປີ ຜ່ານມາ ເທົ່າກັບ 1,774 ລ້ານກີບ. ນອກຈາກລາຍຮັບຈາກການລ້ຽງໝູແລ້ວ ຄອບຄົວຍັງມີລາຍຮັບຈາກເງິນເດືອນ ແລະ ອື່ນໆອີກ.
(ຂ່າວ: ແກ່ນທ້າວ)