ເພື່ອເປັນທິດທາງໃນການພັດທະນາວຽກງານທ່ອງທ່ຽວໃນຕໍ່ໜ້າ, ທ່ານ ກິແກ້ວ ໄຂຄຳພິທູນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວປະທານຄະນະກໍາມະການຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ໃນວັນທີ 5 ກຸມພານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາພາກ ສ່ວນຕ່າງໆທີ່ປະກອບສ່ວນໃນການປັບປຸງຄຸນນະພາບສະຖານທີ່ທ່ອງທ່ຽວ, ກິດຈະກຳການທ່ອງທ່ຽວ, ການບໍລິການການທ່ອງທ່ຽວ ແລະ ອື່ນໆ ທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນທຽບເທົ່າກັບພາກພື້ນ ແລະ ສາກົນເທື່ອລະກ້າວ. ສິ່ງສໍາຄັນໃຫ້ສືບຕໍ່ເອົາໃຈໃສ່ຢ່າງຕັ້ງໜ້າໃນການແກ້ໄຂຂອດອຸດຕັນຕ່າງໆຢ່າງວ່ອງໄວ ແລະ ທັນການ. ຮຽກຮ້ອງມາຍັງບັນດາການນໍາແຕ່ລະຂັ້ນ ແລະ ພາກສ່ວນຕ່າງໆ ທັງຂັ້ນສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ, ຈົ່ງສືບຕໍ່ເພີ່ມທະວີໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນຕື່ມ ເພື່ອພັດທະນາວຽກງານທ່ອງທ່ຽວຂອງລາວເຮົາໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງຊາດໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.
ພ້ອມທັງເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງຈົ່ງສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ: ກຳນົດແຜນໄລຍະສັ້ນ, ກາງ ແລະ ຍາວນານ ໂດຍມີຈຸດສຸມການພັດທະນາຢ່າງຈະແຈ້ງ, ຂົງເຂດ, ເປົ້າໝາຍໃນແຕ່ລະໄລຍະ; ເພີ່ມທະວີການລົງທຶນໃສ່ຂົງເຂດພື້ນຖານໂຄງລ່າງ, ສ້າງການຄົມມະນາຄົມ-ຂົນສົ່ງໃຫ້ໂລ່ງລ່ຽນໂດຍການມີສ່ວນຮ່ວມຂອງທຸກພາກສ່ວນເສດຖະກິດ-ສັງຄົມ; ຂະຫຍາຍ ແລະ ປັບປຸງທີ່ພັກອາໄສ; ປັບປຸຸງສິ່ງອຳນວຍການສື່ສານໂທລະຄົມມະນາຄົມ; ດ້ານອາຫານ ແລະອື່ນໆ; ປົກປັກຮັກສາ ແລະ ພັດທະນາຊັບພະຍາກອນການທ່ອງທ່ຽວ: ປັບປຸງ, ພັດທະນາພູມສັນຖານທໍາມະຊາດ, ມໍຣະດົກທີ່ມີຄຸນຄ່າທາງປະຫວັດສາດ ແລະ ວັດທະນະທໍາ ແລະ ແຫຼ່ງທ່ອງທ່ຽວອື່ນໆຢ່າງສົມເຫດສົມຜົນ. ພ້ອມນັ້ນໃຫ້ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມທາງນິເວດວິທະຍາ ແລະ ການສືບທອດຮີດຄອງປະເພນີວັດທະນະທໍາອັນດີງາມຂອງບັນດາເຜົ່າ ແລະ ອື່ນໆ;ສົ່ງເສີມການໂຄສະນາການຕະຫຼາດດ້ານການທ່ອງທ່ຽວຜ່ານຫຼາຍຊ່ອງທາງທີ່ອຸດົມສົມບູນກວ່າເກົ່າ ໂດຍສ້າງຄ່ານິຍົມ, ສ້າງເປັນຍີ່ຫໍ້ທີ່ເປັນເອກະລັກ ທີ່ມີການເຂົ້າຮ່ວມຂອງທຸກພາກສ່ວນເສດຖະກິດ-ສັງຄົມເພື່ອດຶງດູູດການທ່ອງທ່ຽວ; ປັບປຸງຄຸນນະພາບການບໍລິການ, ເພີ່ມທະວີການຝຶກອົບຮົມຜູູ້ບໍລິການໆທ່ອງທ່ຽວ ແລະຜູ້ປະກອບການຕິດພັນກັບການສ້າງກິດຈະກຳທີ່ເປັນເອກະລັກຂອງຊາດລາວເຮົາ ທັງສ້າງມາດຕະຖານການທ່ອງທ່ຽວໃຫ້ທຽບທັນກັບສາກົນ. ພ້ອມທັງສ້າງຄວາມເປັນລະບຽບຮຽບຮ້ອຍເພື່ອປົກປ້ອງສິດຜົນປະໂຫຍດຂອງນັກທ່ອງທ່ຽວ; ວາງນະໂຍບາຍດ້ານຕ່າງໆຂອງພາກລັດ ເພື່ອເປັນແຮງຈູງໃຈໃຫ້ຜູ້ປະກອບການ ກໍຄືຜູ້ພັດທະນາວິສາຫະກິດການທ່ອງທ່ຽວດ້ວຍຮູບແບບຫຼຸດຜ່ອນພາສີອາກອນ, ການເຂົ້າເຖິງແຫຼ່ງທຶນ, ເງິນອຸດໜູນ ແລະ ນະໂຍບາຍອື່ນໆ; ສົ່ງເສີມການຜະລິດກະສິກຳ, ອຸດສາຫະກຳ ແລະ ສິ່ງປະດິດຄິດສ້າງອື່ນໆ ເພື່ອຕອບສະໜອງໃຫ້ການທ່ອງທ່ຽວ ທັງສ້າງ ແລະ ຫັນເປັນອຸດສາຫະກຳການທ່ອງທ່ຽວເທື່ອລະກ້າວ; ຫັນການນຳໃຊ້ດ້ານເຕັກໂນໂລຊີໃໝ່ໆເຂົ້າໃນກິດຈະການ ການທ່ອງທ່ຽວ ໂດຍການນຳໃຊ້ຮູບແບບການຈອງອອນລາຍ, ການໃຊ້ຈ່າຍຜ່ານອອນລາຍທີ່ເຊື່ອມຕໍ່ໃນທະນາຄານທີ່ຕັ້ງຢູ່ພາຍໃນປະເທດ ເພື່ອບໍ່ໃຫ້ມີການຮົ່ວໄຫຼໃນການເກັບພາສີອາກອນ ແລະ ອື່ນໆທັງສ້າງຄວາມສະດວກສະບາຍໃຫ້ກັບນັກທ່ອງທ່ຽວ;ສຳຄັນທີ່ສຸດຕ້ອງໄດ້ສ້າງດ້ານຄວາມປອດໄພ ໂດຍເພີ່ມທະວີການຄຸ້ມຄອງຄວາມປອດໄພຂອງແຫຼ່ງທ່ອງທ່ຽວ ທັງສ້າງກົນໄກການປະສານງານ, ການກູ້ໄພສຸກເສີນຮັບປະກັນຄວາມປອດໄພຄວາມເປັນສ່ວນຕົວ, ຄວາມປອດໄພດ້ານຊີວິດ, ສຸຂະພາບ ແລະ ຊັບສິນຂອງນັກທ່ອງທ່ຽວ.
(ຂ່າວ-ພາບ: ວັນເພັງ)