ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ປະທານພັກປະຊາຊົນ ກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າວາງພວງມະລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫຼວງວຽງຈັນໃນວັນທີ6ກຸພານີ້,ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມສປປລາວຢ່າງເປັນທາງການໃນລະຫວ່າງວັນທີ6-7 ກຸມພາ2025
ການວາງພວງມະລາໃນຄັ້ງນີ້, ເພື່ອເປັນການສະແດງເຖິງຄວາມເຄົາລົບຕໍ່ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈຳນົນຂອງບັນພະບູລຸດລາວກໍຄືບັນດານັກຮົບປະຕິວັດຂອງລາວທີ່ເສຍສະລະຊີວິດ,ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນປະຕິວັດລາວຈົນສາມາດຍາດໄດ້ໄຊຊະນະແລະປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດປະຊາທິປະໄຕປະຊາຊົນລາວໃນວັນທີ 2 ທັນວາ 1975.
(ຂ່າວ-ພາບ: ສຳນານ)