ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສົງຄົມ(ຮສສ) ຄັ້ງທີ VII ຈັດຂຶ້ນໃນວັນທີ 11 ກຸມພາ ຜ່ານມາ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໄຊ ເຊ່ຍ ຢິ້ງຢ່າງ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຮສສ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກເລຂາຄະນະພັກກະຊວງລັດຖະມົນຕີກະຊວງ ຮສສ, ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຜູ້ແທນ ແລະ ແຂກຖືກເຊີນ ຈາກຄະນະບໍລິຫານງານຊາວໜຸ່ມບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ ໄດ້ລົງປະຊາມະຕິເປັນເອກະສັນຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້:ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄໍາເຫັນຕໍ່ຮ່າງລາຍງານການເມືອງ, ທິດທາງຄາດໝາຍສູ້ຊົນແຕ່ລະດ້ານກ່ຽວກັບວຽກງານພັດທະນາຊາວໜຸ່ມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງຊຸດເກົ່າ. ໃນນັ້ນ, ໄດ້ຕີລາຄາຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໃນໄລຍະ 5 ປີຜ່ານມາ(2020-2024); ເປັນເອກະສັນຮັບຮອງເອົາທິດທາງ, ແຜນການ ແລະ ຄາດໝາຍສູ້ຊົນ ຊຶ່ງໄດ້ກໍານົດ 8 ແຜນວຽກຈຸດສຸມໃນ 5 ປີຕໍ່ໜ້າ (2025-2029) ເປັນຕົ້ນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງການຈັດຕັ້ງ, ການກໍ່ສ້າງພະນັກງານ ແລະ ຂະຫຍາຍສະມາຊິກຊາວໜຸ່ມ, ວຽກງານສ້າງຂະບວນການ, ວຽກງານປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ວຽກງານກໍ່ສ້າງຮາກຖານ, ວຽກງານພົວພັນ-ຮ່ວມມືພາຍໃນ ແລະ ຕ່າງປະເທດ ແລະ ວຽກງານກວດກາຂອງຄະນະຊາວໜຸ່ມ; ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາເຫັນ ຈາກຜູ້ຕາງໜ້າໜ່ວຍຊາວໜຸ່ມອ້ອມຂ້າງ.
ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ຊຶ່ງມີຜູ້ສະໝັກເລືອກຕັ້ງ 15 ສະຫາຍຍິງ 5 ສະຫາຍ ແລະ ເລືອກຕັ້ງ ໄດ້ 13 ສະຫາຍຍິງ 3 ສະຫາຍ ເພື່ອນໍາພາວຽກງານຊາວໜຸ່ມພາຍໃນກະຊວງ 5 ປີ ຕໍ່ໜ້າ, ກອງປະຊຸມຄັ້ງປະຖົມມະລືກໄດ້ຕົກລົງແຕ່ງຕັ້ງ ສະຫາຍ ຄອນສີ ມະຫາວົງ ເປັນເລຂາ, ສະຫາຍ ສຸລິວົງ ຫຼ້າໜໍ່ສະຫວັນ ເປັນຮອງເລຂາທັງເປັນປະທານກວດກາ ແລະ ສະຫາຍ ນາງ ແອງນີ ໄຊຍາສຸບັດ ເປັນຮອງເລຂາ, ພ້ອມທັງແຕ່ງຕັ້ງຮອງປະທານກວດກາ 1 ສະຫາຍ ແລະ ກຳມະການຄະນະກວດກາ 1 ສະຫາຍ. ຈາກນັ້ນ,ກອງປະຊຸມຍັງໄດ້ຄັດ ເລືອກຜູ້ແທນສົມບູນ 3 ສະຫາຍຍິງ 1 ສະຫາຍ ແລະ ສຳຮອງ 2 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຕື່ມອີກ.
ໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ຮສສ ຊຸດເກົ່າ ໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີການສັງຄົມຄັ້ງທີ VI ວາງໄວ້ດ້ວຍຜົນສໍາເລັດຫຼາຍດ້ານ. ພ້ອມນັ້ນ, ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ-ຂໍ້ຄົງຄ້າງ ໂດຍໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງຊຸດໃໝ່ ຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ແລະ ໄດ້ໃຫ້ທິດຊີ້ນຳອັນສຳຄັນ ແລະ ລໍ້າຄ່າໃນທາງທີ່ສ້າງສັນ ໃຫ້ແກ່ການຫັນເອົາເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີສັງຄົມ ຄັ້ງທີ VII ເຂົ້າສູ່ການນໍາພາ-ຊີ້ນຳຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງ ຊາວໜຸ່ມທົ່ວ ຮສສ ໃນຕໍ່ໜ້າໃຫ້ມີຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ.
ຂໍ້ມູນ-ພາບ: ຂ່າວສານ ຮສສ