ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IXທີ່ດຳເນີນໃນວັນທີ 18 ມີນານີ້ ຢູ່ຫໍສະພາແຫ່ງຊາດ ໄດ້ມີຄໍາເຫັນເຈາະຈີ້ມ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄໍາເຫັນຢ່າງມີຈຸດສຸມ ຕໍ່ 9 ມາດຕາໃນຮ່າງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ພ້ອມດຽວກັນກໍເນັ້ນວ່າຖ້າມີມາດຕາອື່ນທີ່ເນື້ອໃນບໍ່ທັນລະອຽດ, ບໍ່ສອດຄ່ອງ ກໍສາມາດມີຄໍາເຫັນເພີ່ມຕື່ມໄດ້.
ພາຍຫຼັງການສະເໜີປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນໂດຍ ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ; ທ່ານຄໍາໃບດຳລັດ ໄດ້ມີຄໍາເຫັນເຈາະຈີ້ມ ເພື່ອໃຫ້ ສສຊ ປະກອບຄໍາເຫັນຢ່າງມີຈຸດສຸມ ໂດຍເນັ້ນໃສ່ 9 ມາດຕາດັ່ງນີ້:
ມາດຕາ11ສິດແລະໜ້າທີ່ຂອງຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ; ມາດຕາ30ສິດແລະໜ້າທີ່ຂອງຄະນະກໍາມະການປົກຄອງເມືອງ;ມາດຕາ48ສິດແລະໜ້າທີ່ຂອງຄະນະກໍາມະການປົກຄອງນະຄອນ;ມາດຕາ65 ສິດແລະໜ້າທີ່ຂອງຄະນະກໍາມະການປົກຄອງຕາແສງ.ຕໍ່ການກໍານົດເນື້ອໃນຂອງບັນດາມາດຕາດັ່ງກ່າວ,ບັນດາທ່ານເຫັນວ່າຄົບຖ້ວນແລະສອດຄ່ອງແລ້ວບໍ່ຫຼືຄວນປັບປຸງຄືແນວໃດຕື່ມ?.
ມາດຕາ 20ສິດແລະໜ້າທີ່ຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງເນື້ອໃນຂໍ້5, 6, 8, 9, 10, 11, 12, 13, 20ແລະ21ທີ່ໄດ້ມີການປັບປຸງແລະເພີ່ມເຂົ້າໃໝ່ນັ້ນບັນດາທ່ານເຫັນວ່າຄົບຖ້ວນ, ຮັດກຸມແລ້ວບໍ່ຫຼືຄວນກໍານົດຄືແນວໃດໃຫ້ມີຄວາມຊັດເຈນ?.
ມາດຕາ62ການສ້າງຕັ້ງຕາແສງເນື້ອໃນວັກທີໜຶ່ງທີ່ວ່າ“ຕາແສງຖືກສ້າງຕັ້ງ, ຍຸບເລີກ, ແຍກອອກ, ໂຮມເຂົ້າແລະກໍານົດເຂດແດນຕາມການຕົກລົງຂອງຄະນະກໍາມະການປົກຄອງຂັ້ນແຂວງພາຍຫຼັງສະພາປະຊາຊົນທ້ອງຖິ່ນໄດ້ຮັບຮອງເອົາ”. ບັນດາທ່ານເຫັນວ່າມີຄວາມເໝາະສົມແລ້ວບໍ່ຫຼືຄວນໃຫ້ມີການເຫັນດີຂອງລັດຖະບານກ່ອນເພື່ອໃຫ້ສູນກາງສາມາດຄຸ້ມຄອງດ້ານຈໍານວນໃນຂອບເຂດທົ່ວປະເທດຫຼືຄວນຈະກໍານົດແນວໃດຈຶ່ງມີຄວາມເໝາະສົມແລະສອດຄ່ອງກັບສະພາບຕົວຈິງ?.
ມາດຕາ86 ໂຄງປະກອບກົງຈັກການປົກຄອງຂັ້ນຕາແສງມີ“ຈຸງານຕາມການສະເໜີຂອງທ່ານລັດຖະມົນຕີກະຊວງພາຍໃນ”ເຫດຜົນເອີ້ນຈຸງານກໍເນື່ອງຈາກວ່າລະບົບກົງຈັກມີຊື່ເອີ້ນສະເພາະທີ່ແຕກຕ່າງກັນຄືຂັ້ນສູນກາງກົງຈັກລຸ່ມສຸດເອີ້ນວ່າພະແນກ, ຂັ້ນແຂວງກົງຈັກລຸ່ມສຸດເອີ້ນວ່າຂະແໜງ, ຂັ້ນເມືອງກົງຈັກລຸ່ມສຸດເອີ້ນວ່າໜ່ວຍງານ. ສະນັ້ນ, ຂັ້ນຕາແສງຈຶ່ງເອີ້ນວ່າຈຸງານ, ຖ້າເອີ້ນວ່າໜ່ວຍງານຈະຊໍ້າຊ້ອນກັບຂັ້ນເມືອງແລະບໍ່ໄປຕາມການກໍານົດຕໍາແໜ່ງງານ. ໃນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນຄັ້ງວັນທີ14 ມີນາ2025ມີທ່ານຜູ້ແທນຈໍານວນໜຶ່ງສະແດງຄວາມເຫັນດີເປັນເອກະພາບ, ແຕ່ກໍຍັງມີຫຼາຍຄໍາເຫັນສະເໜີໃຫ້ປ່ຽນຈາກຈຸງານເປັນໜ່ວຍງານ;ສະນັ້ນ, ສະເໜີບັນດາທ່ານ ສສຊຈົ່ງໄດ້ຄົ້ນຄວ້າ, ປະກອບຄໍາເຫັນຕື່ມຄວນກໍານົດຄືແນວໃດເພື່ອໃຫ້ມີຄວາມສອດຄ່ອງແລະສາມາດຈັດຕັ້ງປະຕິບັດເມື່ອກົດໝາຍສະບັບນີ້ໄດ້ຮັບການປະກາດໃຊ້?.
ມາດຕາ68ການແຕ່ງຕັ້ງ, ຍົກຍ້າຍຫຼືປົດຕໍາແໜ່ງປະທານຄະນະກໍາມະການປົກຄອງຕາແສງໂດຍປະທານຄະນະກໍາມະການປົກຄອງເມືອງ, ນະຄອນພາຍຫຼັງໄດ້ຮັບການເຫັນດີຈາກປະທານຄະນະກໍາມະການປົກຄອງຂັ້ນແຂວງ. ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນຄັ້ງວັນທີ14ມີນາ2025ບັນດາທ່ານຜູ້ແທນໄດ້ປະກອບຄໍາເຫັນຫຼາຍເຖິງຈະບໍ່ໄດ້ສະເໜີໃຫ້ສະພາປະຊາຊົນທ້ອງຖິ່ນຮັບຮອງເອົາແຕ່ກໍຄວນຜ່ານການເຫັນດີຈາກປະທານຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງຂັ້ນເມືອງກ່ອນ;ຕໍ່ຄໍາເຫັນດັ່ງກ່າວ,ສະເໜີບັນດາທ່ານຄົ້ນຄວ້າ, ປະກອບຄໍາເຫັນຕື່ມຈະກໍານົດໄວ້ໃນກົດໝາຍບໍ່ຫຼືໃຫ້ເປັນກົນໄກໃນການປະຕິບັດແລ້ວກໍານົດທິດທາງໃນຕໍ່ໜ້າສໍາລັບປະທານຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງຂັ້ນເມືອງຢ່າງໜ້ອຍຕ້ອງໃຫ້ເປັນກໍາມະການຄະນະກໍາມະການປົກຄອງຂັ້ນເມືອງ ຊຶ່ງກໍຈະເປັນຜູ້ທີ່ຄົ້ນຄວ້າກ່ຽວກັບການສະເໜີແຕ່ງຕັ້ງ,ຍົກຍ້າຍແລະປົດຕໍາແໜ່ງປະທານຄະນະກໍາມະການປົກຄອງຂັ້ນຕາແສງ.ບັນດາທ່ານເຫັນວ່າສອດຄ່ອງແລະເໝາະສົມແລ້ວບໍ່?.
ມາດຕາ78ການເງິນ,ທີ່ກໍານົດວ່າ“ການເງິນຂອງອົງການປົກຄອງທ້ອງຖິ່ນແບ່ງອອກເປັນ3 ຂັ້ນຫົວໜ່ວຍງົບປະມານຄືຫົວໜ່ວຍງົບປະມານຂັ້ນແຂວງ, ຫົວໜ່ວຍງົບປະມານຂັ້ນເມືອງແລະຫົວໜ່ວຍງົບປະມານຂັ້ນຕາແສງ”. ການກໍານົດໃຫ້ຂັ້ນຕາແສງເປັນຫົວໜ່ວຍງົບປະມານຂັ້ນໜຶ່ງນັ້ນກໍເພື່ອໃຫ້ຕາແສງມີຄວາມເປັນເຈົ້າຕົນເອງ, ມີກໍາລັງແຮງໃນການພັດທະນາຊຶ່ງກໍຕິດພັນກັບທິດຊີ້ນໍາກອງປະຊຸມຄະນະບໍລິຫານງານສູນກາງພັກແລະການປັບປຸງຮ່າງລັດຖະທໍາມະນູນສະບັບປີ2025; ແຕ່ຜ່ານການຄົ້ນຄວ້າ, ປະກອບຄໍາເຫັນຫຼາຍກອງປະຊຸມຍັງບໍ່ມີຄວາມເປັນເອກະພາບກັບເນື້ອໃນດັ່ງກ່າວເນື່ອງຈາກວ່າປັດຈຸບັນແຕ່ລະເມືອງຍັງຂາດດຸນງົບປະມານແລະບຸກຄະລາກອນຖ້າໃຫ້ຂັ້ນຕາແສງເປັນຫົວໜ່ວຍງົບປະມານຂັ້ນໜຶ່ງຕື່ມກໍຈະເພີ່ມຄວາມຫຍຸ້ງຍາກຕື່ມອີກ. ສະນັ້ນ, ຈຶ່ງສະເໜີບັນດາທ່ານມີຄໍາເຫັນຕື່ມເພື່ອໃຫ້ເນື້ອໃນມີຄວາມຮັດກຸມແລະສາມາດຈັດຕັ້ງປະຕິບັດໄດ້.
(ຂ່າວ-ພາບ: ສຸກສະຫວັນ)