ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ໄບຣອັນ ຍູລິຍາໂຕ ລັດຖະມົນຕີກະຊວງສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ ຂອງອິນໂດເນເຊຍ ເປີດເຜີຍວ່າ: ລັດຖະບານ​ອິນ​ໂດ​ເນ​ເຊຍ​ໄດ້​ວາງ​ເປົ້າ​ໝາຍ​​ເພີ່ມ​ງົບປະມານການ​ຄົ້ນຄວ້າ​ ສຳລັບມະຫາວິທະຍາ​ໄລ​ໃຫ້​ເປັນ 1% ຂອງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ຊຶ່ງ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ຈາກ 0.3% ​ໃນ​ປີ 2024.
ທ່ານ ຍູລິຍາໂຕ ກ່າວ​ວ່າ: ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ປັບປຸງ​ສະຫວັດດີ​ການ​ຂອງ​ຄະນະ​ວິຊາ​ໂດຍ​ຜ່ານ​ການ​ເພີ່ມ​ງົບປະມານ​ການ​ຄົ້ນຄວ້າຕາມ​ຕົວ​ຈິງ. ໂດຍການ​ຂະ​ຫຍາຍ​ການ​ລົງ​ທຶນ​ດ້ານ​ການ​ຄົ້ນ​ຄວ້າ​ຖືເປັນ​ກະ​ແຈສຳຄັນໃນການ​ຟື້ນ​ຟູ​ເສດ​ຖະ​ກິດ​ແລະ​ອຸດ​ສາ​ຫະ​ກໍາ​ຂອງ​ອິນ​ໂດ​ເນ​ເຊຍ. ແຕ່ການບັນລຸເປົ້າໝາຍ 1% ນີ້ບໍ່ສາມາດເກີດຂຶ້ນໄດ້ທັນທີ.
​ໃນ​ຂະນະ​ດຽວກັນ, ທ່ານ ຍູລິຍາໂຕ ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ພະຍາຍາມ​ຂອງ​ລັດຖະບານອິນ​ໂດ​ເນ​ເຊຍ ​ໃນ​ການ​ເພີ່ມ​ທະວີ​ການ​ຄົ້ນຄວ້າ ​ແລະ ການປະດິດສ້າງນະ​ວັດຕະກຳ​ໃນ​ບັນດາມະຫາວິທະຍາ​ໄລ​ຂອງ​ປະ​ເທດ ຊຶ່ງ​ຈະ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ຫັນ​ປ່ຽນມະຫາວິທະຍາ​ໄລ​ໃຫ້​ກາຍ​ເປັນ​ສູນກາງການ​ປະດິດ​ສ້າງນະວັດຕະກຳ ​ແລະ ການພັດທະນາ​ຜູ້​ທີ່ມີ​ຄວາມ​ຮູ້ ​ແລະ ທັກ​ສະ.
ນອກ​ນີ້, ກະຊວງດັ່ງກ່າວ​ໄດ້​ຈັດ​ສັນ​ທຶນເພື່ອການ​ຄົ້ນຄວ້າ​ຈາກ​ງົບປະມານ​ແຫ່ງ​ຊາດ, ກອງທຶນຊ່ວຍເຫຼືອດ້ານການສຶກສາ ​ແລະ​ຄູ່​ຮ່ວມ​ມື​ທາງອຸດສາຫະກຳ​ມູນ​ຄ່າ 122.1 ລ້ານ​ໂດ​ລາ.