ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາ; ຜົນການ​ວິ​ເຄາະ​ທີ່​ນຳ​ພາ​ໂດຍ NASA ລະບຸ​ວ່າ: ລະ​ດັບ​ນ້ຳ​ທະ​ເລ​ທົ່ວ​ໂລກ​​ເພີ່ມ​ສູງຂຶ້ນ​ໄວ​ກວ່າ​ທີ່​ຄາດ​ຄະ​ເນ​ໄວ້​ໃນ​ປີ 2024, ໂດຍມີປັດໄຈຈາກການຂະຫຍາຍຕົວຂອງ​ນ້ຳ​ທະ​ເລທີ່​ມີ​ອຸນ​ຫະ​ພູມ​ຮ້ອນຂຶ້ນ.
ອັດຕາການເພີ່ມຂຶ້ນຂອງລະດັບນໍ້າທະເລໃນປີ 2024 ແມ່ນ 0.59 ຊັງຕີແມັດຕໍ່ປີ. ສູງກວ່າທີ່ຄາດຄະເນໄວ້ 0.43 ຊັງຕີແມັດຕໍ່ປີ ຊຶ່ງເປັນຜົນມາຈາກສະພາບນ້ໍາທະເລທີ່ອຸ່ນຂຶ້ນແບບຜິດປົກກະຕິ ປະກອບກັບນໍ້າທີ່ລະລາຍຈາກນໍ້າກ້ອນເທິງພື້ນດິນ. ໂດຍທ່ານ ຈອດ ວິລລິສ ນັກຄົ້ນຄວ້າລະດັບນ້ຳທະເລຈາກຫ້ອງທົດລອງແຮງຂັບເຄື່ອນໄອພົ່ນ(Jet Propulsion Laboratory (JPL))ຂອງອົງການ NASA ເປີດເຜີຍວ່າ: ສິ່ງທີ່ເຫັນໄດ້ຢ່າງຊັດເຈນຄືລະດັບນ້ຳທະເລເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະມັນສືບຕໍ່ເພີ່ມຂຶ້ນເລື້ອຍໆ.
ບົດ​ລາຍ​ງານລະບຸ​ວ່າ:​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ລະດັບນໍ້າທະເລທີ່ເພີ່ມຂຶ້ນປະມານ 2/3 ເກີດຈາກນໍ້າລະລາຍຈາກແຜ່ນນໍ້າກ້ອນ ແລະ ນໍ້າກ້ອນ, ສ່ວນທີ່ເຫຼືອແມ່ນເກີດຈາກການຂະຫຍາຍຕົວຂອງນ້ໍາທະເລຍ້ອນຄວາມຮ້ອນ. ​ແຕ່​ໂຕ​ເລກ​ນີ້ແມ່ນປີ້ນກັບກັນໃນ​ປີ 2024, ຍ້ອນ​​ລະດັບ​ນ້ຳ​ທະ​ເລ​ສູງ​ຂຶ້ນ​ປະມານ 2/3 ເກີດຈາກການຂະຫຍາຍຕົວ​ຍ້ອນ​ຄວາມ​ຮ້ອນ.
ທ່ານ ນັດຍາ ວິໂນກຣາໂດວາ ຊິບເຟີຫົວໜ້າໂຄງການມະຫາສະໝຸດທາງດ້ານຮ່າງກາຍ ແລະ ຫໍສັງເກດການລະບົບໂລກແບບປະສົມປະສານຂອງອົງການ NASA ລະບຸວ່າ: ປີ 2024 ເປັນປີທີ່ອົບອຸ່ນທີ່ສຸດໃນບັນທຶກ. ສົ່ງຜົນໃຫ້ມະຫາສະໝຸດຂະຫຍາຍຕົວ ແລະ ມີລະດັບນ້ໍາເພີ່ມສູງທີ່ສຸດໃນຮອບສາມທົດສະວັດ.
ອັດຕາ​ການ​ເພີ່ມ​ຂຶ້ນ​ຂອງ​ລະດັບ​ນ້ຳ​ທະ​ເລ​ຕໍ່​ປີ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ສອງ​ເທົ່າແລະເພີ່ມຂຶ້ນທົ່ວໂລກ10 ຊັງຕີແມັດແລ້ວ, ນັບ​ຕັ້ງ​ແຕ່​ມີການ​ບັນ​ທຶກ​ລະ​ດັບ​ຄວາມສູງຂອງນໍ້າທະເລດ້ວຍ​ດາວ​ທຽມ​​ໃນ​ປີ 1993​.