ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ຫ້ອງການກວດຄົນເຂົ້າເມືອງຂອງຍີ່ປຸ່ນ ເປີດເຜີຍວ່າ: ຈຳນວນຄົນຕ່າງປະເທດທີ່ອາໄສຢູ່ຍີ່ປຸ່ນໄດ້ເພີ່ມຂຶ້ນເປັນ 3.7 ລ້ານກວ່າຄົນໃນທ້າຍປີ 2024 ຊຶ່ງຖືເປັນສະຖິຕິສູງສຸດແບບບໍ່ເຄີຍມີມາກ່ອນຕິດຕໍ່ກັນເປັນປີທີ 3.
ຫ້ອງການດັ່ງກ່າວລະບຸວ່າ: ນັບມາຮອດເດືອນທັນວາ ປີ 2024ມີຊາວຕ່າງປະເທດອາໄສຢູ່ຍີ່ປຸ່ນ 3,768,977 ຄົນ, ເພີ່ມຂຶ້ນ 10.5% ຈາກປີ 2023.
ເມື່ອແບ່ງປະເພດພົບວ່າ: ມີຈຳນວນນັກສຶກສາປະມານ 402,000 ຄົນ ທີ່ອາໄສຢູ່ໃນຍີ່ປຸ່ນ, ໃນຂະນະທີ່ຈໍານວນຜູ້ຝຶກງານດ້ານເຕັກນິກ ປະມານ 457,000 ຄົນແລະຈໍານວນແຮງງານທີ່ມີທັກສະ284,000 ຄົນ. ນອກຈາກນີ້, ຜູ້ຢູ່ອາໄສຖາວອນ ຊຶ່ງເປັນກຸ່ມຄົນທີ່ມີຈຳນວນຫຼາຍທີ່ສຸດ ມີປະມານ 918,000 ຄົນ, ເພີ່ມຂຶ້ນ 3%.
ຫ້ອງການດັ່ງກ່າວລະບຸວ່າ: ມີຜູ້ຄົນເດີນທາງມາຍີ່ປຸ່ນຫຼາຍຂຶ້ນຫຼັງຈາກການຜ່ອນຄາຍມາດຕະການຄວບຄຸມຊາຍແດນໄລຍະການລະບາດໃຫຍ່ ແລະຫຼັງຈາກເງິນເຢນຍີ່ປຸ່ນອ່ອນຄ່າລົງ.