ກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນອົງຄະນະພັກ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 18 ມີນານີ້ ຢູ່ຫ້ອງວ່າການ ເມືອງບໍລິຄັນ,ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ພາຍໃຕ້ການເປັນປະທານຂອງສະຫາຍ ວັນເລີນ ປຸ້ຍໄມນີ ກຳມະການພັກແຂວງ ເລຂາຄະນະບໍລິຫານພັກ ເມືອງບໍລິຄັນ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ145 ສະຫາຍຍິງ 17 ສະຫາຍ ທີ່ເປັນຕົວແທນໃຫ້ສິມາຊີກພັກທົ່ວເມືອງ
ສະຫາຍ ວັນເລີນ ປຸ່ຍໄມນີ ໄດ້ກ່າວໄຂກອງປະຊຸມ ພ້ອມທັງກ່າວຈຸດປະສົງວາລະດຳເນີນກອງປະຊຸມ. ຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກພວກເຮົາໄດ້ຮ່ວມກັບປະຊາຊົນບັນດາເຜົ່າພາຍໃນ ເມືອງບໍລິຄັນ ຕັ້ງໜ້າເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມບຸກບືນກ້າວຂຶ້ນ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ, ເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສ້າງຄອບຄົວແລະ ບ້ານປ້ອງກັນຄວາມສະຫງົບດີໄດ້ 100% ຮັບຮອງບ້ານປອດຢາເສບຕິດໄດ້ 5 ບ້ານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ໃນລະດັບສະເລ່ຍ 6.46% ຕໍ່ປີ;ເກັບລາຍຮັບເຂົ້າປະມານບັນລຸ 44.64 ຕື້ກີບ, ປະຕິບັດລາຍຈ່າຍທັງໝົດ162.64 ຕື້ກີບເທົ່າກັບ 77.61%ແລະ ອັນທີ່ພົ້ນເດັ່ນ ແມ່ນໄດ້ສ້ອມແປງເສັ້ນທາງທຽວໄດ້ 2 ລະດູ ກວມເອົາ 95.45%; ກໍ່ສ້າງທາງເບຕົ່ງໄດ້ 18 ເສັ້ນມູນຄ່າ 11.18 ຕື້ກີບ, ຕິດຕັ້ງໄຟຟ້າເຍືອງທາງ 243 ຊຸດ,ມູນຄ່າ 364,500,000 ກີບ,ການສ້າງບ້ານເປັນຫົວໜ່ວยພັດທະນາ 4 ດ້ານປະຕິບັດໄດ້ 95.45%,ຄອບຄົວພັດທະນາ ກວມເອົາ 91.24%, ປະກາດຮັບຮອງບ້ານຫ້ວຍຄູນເປັນຕົວເມືອງນ້ອຍໃນຊົນນະບົດໄດ້ສຳເລັດ,ຄຸ້ມຄອງ ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ທາງດ້ານວັດຖຸ ແລະ ຈິດໃຈນັບມື້ດີຂຶ້ນ.
ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ພ້ອມກັນສັງເກດຕີລາຄາເຖິງຜົນສໍາເລັດການຈັດຕັ້ງແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານມາ ແລະ ຈະໄດ້ຄົ້ນຄວ້າຕົກລົງເປັນເອກະພາບຮັບຮອງເອົາທິດທາງ, ໜ້າທີ່ການເມືອງໃນສະເພາະໜ້າ ແລະ ຈະໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ເມືອງບໍລິຄັນຊຸດໃໝ່ ແລະ ປ່ອນບັດເລືອກເອົາຜູ້ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄໍາໄຊ ແລະ ຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເລຂາຄະນະບໍລິຫານງານພັກແຂວງບໍລິຄໍາໄຊ. (ຂ່າວ-ພາບ: ຄຳຟອງ)