ພິທີມອບ-ຮັບ ໜ້າທີ່ຜູ້ອໍານວຍການສະຖາບັນຂົງຈືຝ່າຍລາວ ມະຫາວິທະຍາໄລສຸພານຸວົງ ໄດ້ຈັດຂື້ນໃນອາທິດຜ່ານມາ,ມີທ່ານ ວິລະ ອາໂນລັກ ອະທິການບໍດີມະຫາວິທະຍາໄລສຸພານຸວົງ, ພ້ອມດ້ວຍແຂກຮັບເຊີນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ສຸດທິດາ ຮຸ່ງແສງຟ້າ ຜູ້ອຳນວຍການສະຖາບັນຂົງຈື ຝ່າຍລາວ ຜູ້ເເກົ່າ ໄດ້ຜ່ານບົດລາຍງານຜົນສຳເລັດ ການປະຕິບັດວຽກງານໃນໄລຍະຜ່ານມາ ທັງກ່າວມອບໜ້າທີ່ໃຫ້ ທ່ານ ທອງພັນ ຈັນຖາວອນ ຄະນະບໍດີຄະນະເສດຖະສາດ ເປັນຜູ້ອຳນວຍການສະຖາບັນຂົງຈື ຜູ້ໃໝ່ ທັງໄດ້ມີການລົງນາມບົດບັນທຶກ ການມອບໜ້າທີ່ຢ່າງເປັນທາງການ ໂດຍມີຜູ້ເຂົ້າຮ່ວມ ເປັນສັກຂີພິຍານ.
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)