ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງສະໜາມໄຊ ແຂວງອັດຕະປື ຄັ້ງທີ XIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 18-19 ມີນາ 2025ໂດຍການເປັນປະທານຂອງ ສະຫາຍ ສຸລິວົງ ອະໄພວົງ ກໍາມະການພັກແຂວງເລຂາພັກເມືອງ, ໃຫ້ກຽດເຂົ້າຮ່ວມ ຊີ້ນຳໂດຍມີ ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງເຂົ້າຮ່ວມ.
      ສະຫາຍ ສຸລິວົງ ອະໄພວົງ ຍົກໃຫ້ເຫັນບາງຕອນສຳຄັນ ແລະ ກ່າວເປີດຢ່າງເປັນທາງການ ຊຶ່ງ
ໄດ້ຜ່ານບົດລາຍງານການເມືອງ, ຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃນ 5 ປີຕໍ່ໜ້າຕາມຄຳຂວັນທີ່ວ່າ: ‘’ສ້າງເມືອງສະໜາມໄຊ ໃຫ້ເປັນເມືອງເຂັ້ມແຂງຮອບດ້ານ, ສ້າງບ້ານພັດທະນາປະຊາຊົນຢູ່ດີກິນດີ ຕາມທິດສ້າງສັງຄົມນິຍົມຂຶ້ນມາແຕ່ຮາກຖານ ຕິດພັນກັບທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໄໝ່” ຊຶ່ງຈະສືບຕໍ່ເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນ. 
ປັດຈຸບັນ ວຽກງານ ຟື້ນຟູໄພພິບັດ ຈາກເຫດການຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແມ່ນໄດ້ຟື້ນຟູ, ຈັດສັນບ່ອນທຳການຜະລິດ ໃຫ້ພໍ່ແມ່ປະຊາຊົນເຂດບ້ານປະສົບໄພໄດ້ສຳເລັດ 100%, ສຳເລັດການຈັດສັນເຮືອນຖາວອນ ແລະ ປະຊາຊົນຂຶ້ນຢູ່ ຈໍານວນ 811 ຫຼັງ; ສຳເລັດ ການກວດເຊັກຂໍ້ມູນລາຍການທີ 6 ບ້ານກະທົບໜັກເທົ່າກັບ 95% ແລະ ສືບຕໍ່ກວດເຊັກຂໍ້ມູນໃນບ້ານກະທົບເບົາໃຫ້ລະອຽດຊັດເຈນຂຶ້ນຕື່ມ.
ກອງປະຊຸມບັນດາຜູ້ແທນເຂົ້າຍັງຈະໄດ້ຮ່ວມຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນເຂົ້າໃສ່ຮ່າງລາຍງານການເມືອງ, ຮ່າງແຜນ ພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສຳຫຼວດການນໍາພາລວມຂອງອົງຄະນະພັກເມືອງ ແລະ ໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຄອບຄົວຕົວແບບຈໍານວນໜຶ່ງຕື່ມອີກ.
ໃນກອງປະຊຸມ, ບັນດາຜູ້ແທນຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນຜູ້ສືບທອດພາລະກິດຂອງພັກ, ເປັນຜູ້ຈັດຕັ້ງນຳພາປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XIII ຂອງອົງຄະນະພັກເມືອງໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ພ້ອມທັງປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມ ກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ອີກດ້ວຍ. 
(ຂ່າວ: ໄພບູນ)