ຕ້ອນຮັບຜູ້ຕາງໜ້າອົງການອຸຍນີເຊັບປະຈໍາ ສປປ ລາວ ຄົນໃໝ່

ປະທານ ສນຊ ຕ້ອນຮັບຜູ້ຕາງໜ້າອົງການອຸຍນີເຊັບປະຈໍາ ສປປ ລາວ ຄົນໃໝ່

ປະທານ ສນຊ ຕ້ອນຮັບຜູ້ຕາງໜ້າອົງການອຸຍນີເຊັບປະຈໍາ ສປປ ລາວ ຄົນໃໝ່
ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງທ່ານ ບິລາລ ອູແຣັງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບປະຈໍາ ສປປ ລາວ

 

ຄົນໃໝ່ໃນວັນທີ 9 ມັງກອນນີ້ ທີ່ ສນຊ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ບີລາລ ໂອແຣັງ ເຊັບ ດູຣານີ ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າອົງການອຸຍນີເຊັບປະຈໍາ ສປປ ລາວ ຄົນໃໝ່ ແລະ ໄດ້ສະ ແດງຄວາມຂອບໃຈຕໍ່ອົງການອຸຍນີເຊັບທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ຕໍ່ໂຄງການລິເລີ່ມຕ່າງໆ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ຕໍ່ເດັກນ້ອຍ ແລະ ແມ່ຍິງລາວ; ທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການຮ່ວມມືລະຫວ່າງອົງການອຸຍນີເຊັບ ແລະ ອົງການແນວລາວສ້າງຊາດຕະຫຼອດໄລຍະຜ່ານມາ ເພື່ອສືບຕໍ່ຮ່ວມມືໃຫ້ບັນລຸເປົ້າໝາຍທີ່ໄດ້ກໍານົດໄວ້.

ໂອກາດນີ້, ຜູ້ຕາງໜ້າອົງການອຸຍນີເຊັບ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ເນັ້ນຢໍ້າເຖິງຄວາມມຸ່ງໝັ້ນໃນປີ 2025 ລະຫວ່າງອົງການອຸຍນີເຊັບ ແລະ ສນຊ ໃນການຮ່ວມມືທີ່ດີ ເປັນຕົ້ນທາງດ້ານການປົກປ້ອງສິດທິເດັກ ແລະ ແມ່ຍິງ, ການເຂົ້າເຖິງຊຸມຊົນໃນການປຸກລະດົມການສັກຢາວັກຊິນຕ່າງໆ. ພ້ອມກັນນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການຮ່ວມມືໃນຕໍ່ໜ້າຕື່ມອີກ. ຂ່າວ-ພາບ: ລີ

ຄໍາເຫັນ

ຂ່າວການຮ່ວມມື

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ໃນວັນທີ 2 ພະຈິກ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ.
ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

​ ວັນທີ 3 ພະຈິກນີ້ ທີ່ບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດກິດຈະກຳການມອບເງິນສົດເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ມີກເຊວ ເອົາຫຼໍ່ ອຸປະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ມາກ ອັງເດຣ ໂພຣສ ຜູ້ອຳນວຍການອົງການອາຫານໂລກ (WFP) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່່ກຽວຂ້ອງເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 3 ພະຈິກນີ້, ທີ່ເຮືອນຮັບແຂກລັດຖະບານຕ້ຽວ ຢູ ຖາຍ ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນລະຫວ່າງວັນທີ 3-4 ພະຈິກ 2026 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.
ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ