![]() |
ໂຄງການດັ່ງກ່າວມີຈຸດປະສົງ ເພື່ອເພີ່ມລາຍໄດ້ໃຫ້ແກ່ປະຊາຊົນຢູ່ຊົນນະບົດ ໂດຍນຳໃຊ້ເຕັກນິກ ແລະ ນະວັດຕະກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ເຂົ້າໃນຂະບວນການປຸງແຕ່ງອາຫານພື້ນເມືອງ ແລະ ເສີມສ້າງຄວານທົນທານ ຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາ ກາດຂອງຊຸມຊົນໃນໄລຍະຍາວ. ຜະລິດຕະພັນໄຄ ທີ່ຮູ້ຈັກກັນໃນທ້ອງຖິ່ນວ່າ ໄຄແຜ່ນ ແມ່ນໄຄແມ່ນ້ຳທີ່ອຸດົມໄປດ້ວຍສານອາຫານ ເຊິ່ງຊຸມຊົນຕາມແຄມແມ່ນ້ຳຂອງໄດ້ເກັບກ່ຽວ ແລະ ປຸງແຕ່ງມາແຕ່ດົນນານ. ໂຄງການໃໝ່ນີ້ ຈະພັດທະນາການຜະລິດໃຫ້ທັນສະໄໝ, ຮັບປະກັນຄຸນນະພາບໃຫ້ສູງຂຶ້ນ, ຍືດອາຍຸການເກັບຮັກສາໃຫ້ຍາວຂຶ້ນ ແລະ ເຊື່ອມຕໍ່ຊາວກະສິກອນໃຫ້ເຂົ້າເຖິງຕະຫຼາດພາກພື້ນ ແລະ ສາກົນທີ່ກວ້າງຂຶ້ນ. ໂດຍການສະໜັບສະໜູນຈາກ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດ ແລະ ເທັກໂນໂລຊີແຫ່ງປະເທດໄທ (TISTR) ເພື່ອພັດທະນາ ແລະ ປັບປຸງການແປຮູບ, ການຫຸ້ມຫໍ່ ແລະ ການຕະຫຼາດຂອງໄຄແຜ່ນ. ໂດຍການຮ່ວມມືນີ້, ຊາວກະສິກອນທ້ອງຖິ່ນ ຈະໄດ້ຮັບການຝຶກອົບຮົມພາກປະຕິບັດຕົວຈິງ ທາງດ້ານວິທີການເກັບ ແລະ ການຕາກແຫ້ງແບບທັນສະໄໝ. ໂຄງການນີ້ຍັງຈະແນະນຳວິທີການຜະລິດທີ່ເປັນມິດຕໍ່ສິ່ງແວດລ້ອມ ທີ່ຮັກສາລົດຊາດທຳມະຊາດ ແລະ ສານອາຫານຂອງໄຄແຜ່ນ ພ້ອມທັງຫຼຸດຜ່ອນສິ່ງເສດເຫຼືອ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ.
ໃນໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ໂຄງການຮ່ວມມືນີ້ສາມາດເວົ້າໄດ້ວ່າ ເປັນການສືບທອດພູມປັນຍາຂອງຊຸມຊົນທ້ອງຖິ່ນຈາກການຜະລິດແບບປະຖົມປະຖານ ໄປສູ່ການຜະລິດທີ່ທັນສະໄໝ ໂດຍນຳໃຊ້ນະວັດຕະກຳ ທີ່ຍັງຮັກສາເອກະລັກ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນປັດຈຸບັນ, ຊຶ່ງສອດຄ່ອງກັບແຜນພັດທະນາຂະ
ແໜງກະສິກຳ ແລະ ສິ່ງແວດລ້ອມ 2026-2030, ໂດຍສະເພາະ ແມ່ນວຽກງານຄວາມໝັ້ນຄົງດ້ານສະບຽງອາຫານ-ໂພຊະນາການ ແລະ ແຜນງານການຜະລິດ-ການປຸງແຕ່ງ. ເປົ້າໝາຍຫຼັກຂອງໂຄງການນີ້ ແມ່ນຄວາມມຸ່ງໝັ້ນຕໍ່ການປັບຕົວ ແລະ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ສົ່ງເສີມໄຄແຜ່ນ ໃຫ້ເປັນຜະລິດຕະພັນທີ່ຍືນຍົງ ແລະ ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ທີ່ຍົກລະດັບຄວາມຮູ້ຂອງປະຊາຊົນ ແລະ ການນໍາໃຊ້ຊັບພະຍາກອນຢ່າງມີຄວາມຮັບຜິດຊອບໃນທ້ອງຖິ່ນ.
ທ່ານ ນາງ Busadee Santipitaks ຫົວໜ້າກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ກ່າວວ່າ: ໂຄງການໄຄແຜ່ນນີ້ ແມ່ນຕົວຢ່າງທີ່ໜ້າພູມໃຈຂອງການສະໜັບສະໜູນຂອງ MRC ໃຫ້ແກ່ການພັດທະນາຊຸມຊົນ ໂດຍຜ່ານນະວັດຕະກໍາ ແລະ ການຮ່ວມມື. ຊຶ່ງໄດ້ເນັ້ນໜັກໃສ່ກິດຈະກຳການຮ່ວມມືກັນ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດທີ່ສະຫຼາດ ແລະ ການຂັບເຄື່ອນໂດຍຊຸມຊົນເອງ. ການສະຫນອງເຄື່ອງມື ແລະ ການຝຶກອົບຮົມໃຫ້ແກ່ຊາວກະສິກອນທ້ອງຖິ່ນ ໂດຍໂຄງການຈະຊ່ວຍເຊື່ອມຕໍ່ການເກັບກ່ຽວແບບຍືນຍົງຂອງຊຸມຊົນເຂົ້າກັບຕະຫຼາດໂລກ, ພວກເຮົາກຳລັງສ້າງຄວາມທົນທານທາງດ້ານເສດຖະກິດ ຈາກລະດັບຮາກຖານ ແລະ ໃຫ້ກຽດແກ່ການເຊື່ອມໂຍງທາງວັດທະນະທຳຢ່າງເລິກເຊິ່ງ ລະຫວ່າງ ແມ່ນ້ຳ ແລະ ປະຊາຊົນທີ່ອາໄສຢູ່ລຽບຕາມແມ່ນ້ຳ.
![]() |
ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ໄດ້ເນັ້ນໜັກເຖິງ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນດ້ວຍວິ ທະຍາສາດ, ນະວັດຕະກຳ ແລະ ການຮ່ວມມືທີ່ຊ່ວຍໃຫ້ໂຄງການນີ້ ສາມາດເພີ່ມທະວີຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ ແລະ ສ້າງຄວາມທົນທານໃນການຮັບມືກັບສິ່ງທ້າທາຍຕ່າງໆທີ່ຈະເກີດຂຶ້ນ, ສະແດງໃຫ້ເຫັນວ່າການສະໜັບສະໜູນດັ່ງກ່າວແມ່ນມີຄວາມສຳຄັນທີ່ຈະເຮັດໃຫ້ຊຸມຊົນສາມາດເຕີບໂຕ ແລະ ເປັນຜູ້ນຳໃນການພັດທະນາແບບຍືນຍົງ.
ທ່ານ ນາງ ສີລິພອນ ໄດ້ກ່າວຕື່ມວ່າ: ໃນຖານະອົງການປົກຄອງທ້ອງຖິ່ນ, ພວກເຮົາມີຄວາມມຸ່ງໝັ້ນຢ່າງເຕັມທີ່ທີ່ຈະສືບຕໍ່ສະໜັບສະໜູນໂຄງການນີ້. ພວກເຮົາຈະເຮັດວຽກຢ່າງໃກ້ຊິດກັບຄູ່ຮ່ວມງານ ເພື່ອຂະຫຍາຍໂຄງການນີ້ໄປຫາຊຸມຊົນອື່ນໆ, ສົ່ງເສີມການຄົ້ນ ຄວ້າ ແລະ ການພັດທະນາຕື່ມອີກ ແລະ ເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນ ທີ່ມາຈາກໄຄໃຫ້ມີມູນຄ່າເພີ່ມຂຶ້ນ, ມີຄວາມຍືນຍົງ ແລະ ໃຫ້ໂອກາດແກ່ທຸກຄົນ.
ເພື່ອສະທ້ອນເຖິງຄວາມຮ່ວມມືນີ້ ທ່ານ Amorn Iamsripong ຕົວແທນຈາກ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ ໄດ້ກ່າວວ່າ: ຕະຫຼອດການເຮັດວຽກຂອງພວກເຮົາ, ບໍລິສັດໄດ້ມີການຮ່ວມມືຢ່າງໃກ້ຊິດກັບອົງການຈັດຕັ້ງຂອງລັດຖະບານ ແລະ ຊຸມຊົນທ້ອງຖິ່ນເພື່ອຮັບປະກັນໃຫ້ທຸກໆຂັ້ນຕອນຂອງໂຄງການ ເຄົາລົບປະເພນີ ແລະ ວິຖີຊີວິດຂອງຊຸມຊົນທ້ອງຖິ່ນ. ພວກເຮົາເຊື່ອວ່າການຮ່ວມມື ແລະ ຄວາມໄວ້ວາງໃຈແມ່ນພື້ນຖານຂອງການພັດທະນາທີ່ຍືນຍົງ.
ໃນພິທີເປີດຕົວໄດ້ມີການນໍາສະເໜີກ່ຽວກັບ ມາດຕະຖານຄຸນນະພາບຂອງຜະລິດຕະພັນ ທີ່ຈະປັບປຸງໃຫ້ດີຂຶ້ນ ແລະ ໄດ້ເຂົ້າຢ້ຽມຢາມສະຖານທີ່ຜະລິດ, ຊຶ່ງເຮັດໃຫ້ບັນດາແຂກຜູ້ມີກຽດ ແລະ ຄູ່ຮ່ວມງານໄດ້ເຫັນສະພາບຄວາມເປັນຈິງຂອງຊຸມຊົນ. ຂ່າວ ໂດຍ: ເຂັມມະໄລ ສົນດາວັນ


ຄໍາເຫັນ