ປິດໂຄງການ ​ສຸເປີວີ ຄອບຟີ

ປິດໂຄງການ ​ສຸເປີວີ ຄອບຟີ

ປິດໂຄງການ ​ສຸເປີວີ ຄອບຟີ
ໂຄງການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໂດຍຜ່ານລະບົບຕ່ອງໂສ້ມູນຄ່າເພີ່ມຂອງຜະລິດຕະພັນກາເຟທີ່ມີຈັນຍາບັນ ແລະ ເປັນມິດຕໍ່ສິ່ງແວ້ນລ້ອມ (Super we coffee) ທີ່ຈັດຕັ້ງປະຕິບັດຢູ່ເມືອງດາກຈຶງ ເຊິ່ງ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາ​ແຕ່​ປີ 2022 ອັນ​ໄດ້​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ຊາວ​ສວນ​ກາ​ເຟ ໄດ້​ປິດ​ລົງ​ເມື່ອບໍ່​ດົນ​ມາ​ນີ້ ໂດຍມີທ່ານ ບຸນສົ່ງ ລໍາມະຍົດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງເຊກອງ, ມີທ່ານ ດູສິດ ມະນີລັດ ຮອງປະທານຄະນະກຳມະການປົກຄອງເມືອງດາກຈຶງ, ທ່ານ ນາງ ດໍເທ ເວກເກີ ອຸປະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປດໂຄງການ ​ສເປວ ຄອບຟ - image 1
 

ທ່ານ ສົມມິດ ມະນີເລີດ ຕາງໜ້າອົງການແຄ ປະຈຳ ສປປ ລາວ ກ່າວວ່າ: ໂຄງການສຸເປີວີຄອບຟີ ແມ່ນເປັນໂຄງການໜຶ່ງທີ່ຂຶ້ນກັບອົງການແຄຣ໌ນາໆຊາດ ປະຈຳ ສປປ ລາວ ໂດຍໄດ້ຮັບທຶນການສະໜັບສະໜູນຈາກສະຫະພາບເອີຣົບ ມີໄລຍະເວລາການຈັດຕັ້ງປະຕິບັດ 4 ປີ ເລີ່ມແຕ່ປີ 2022 ຈົນຮອດວັນທີ 28 ກຸມພາ 2026 ແລະ ໄດ້ມີການຂະຫຍາຍເວລາອອກໄປ ຮອດເດືອນ ມິຖຸນາ 2026 ເຊິ່ງນັບແຕ່ໂຄງການ ໄດ້ເຂົ້າມາຈັດຕັ້ງປະຕິບັດຢູ່ເມືອງດາກຈຶງ ແມ່ນເຫັນໄດ້ຢ່າງຈະແຈ້ງເຖິງການປ່ຽນແປງ ລະຫວ່າງ ກ່ອນ ແລະ ຫຼັງ ທີ່ມີໂຄງການເຂົ້າມາຊ່ວຍເຫຼືອ; ໂດຍກ່ອນນັ້ນ, ຊາວສວນກາເຟດາກຈຶງ ຈະຜະລິດແບບກະແຈກກະຈາຍ ອີງໃສ່ທຳມະຊາດເປັນຫຼັກ ຄຸນນະພາບຂອງກາເຟບໍ່ໄດ້ມາດຕະຖານ, ຖືກກົດລາຄາຈາກພໍ່ຄ້າຄົນກາງ ແລະ ບົດບາດຂອງແມ່ຍິງໃນຄອບຄົວ, ລວມທັງໃນຂະບວນການຜະລິດແມ່ນບໍ່ໄດ້ຮັບການເອົາໃຈໃສ່ ແຕ່ຫຼັງມີໂຄງການ ຈຶ່ງໄດ້ປ່ຽນໂສມໜ້າໃໝ່ໃນການຜະລິດ ຈາກການສະໜອງເຄື່ອງຈັກ, ອຸປະກອນການແປຮູບທີ່ທັນສະໄຫມ ເຮັດໃຫ້ຊາວສວນກາເຟ ສາມາດຜະລິດກາເຟທີ່ມີຄຸນນະພາບສູງ ຕອບສະໜອງຄວາມຕ້ອງການຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.

ນອກນັ້ນ, ທາງໂຄງການ ຍັງໄດ້ສະໜອງເບ້ຍໄມ້ໃຫ້ໝາກ ຈຳນວນໜຶ່ງ ເພື່ອປູກຊອນ ໃຫ້ເປັນຮົ່ມໃນສວນກາເຟ ເປັນການປັບປຸງລະບົບນິເວດ ແລະ ສ້າງລາຍຮັບເສີມ ແລະ ສິ່ງທີ່ພາກພູມໃຈທີ່ສຸດ ກໍແມ່ນ “ບົດບາດຍິງ-ຊາຍ” ໄດ້ຮັບການເຊີດຊູ ເຊິ່ງແມ່ຍິງ ໄດ້ຮັບການຝຶກອົບຮົມ ຍົກລະດັບເປັນຜູ້ນຳ ທີ່ມີຄວາມຮູ້ນໍາພາຄຸ້ມຄອງການເງິນ ແລະ ມີຄວາມເຂັ້ມແຂງດ້ານເສດຖະກິດ. ພ້ອມນີ້ ໂຄງການ ຍັງໄດ້ສ້າງຕັ້ງ "ສະຫະກອນກາເຟພູດອຍດາກຈຶງ” ເພື່ອເຕົ້າໂຮມຄວາມສາມັກຄີ ແລະ ເປັນຕົວແທນໃນການເຈລະຈາການຄ້າຢ່າງເປັນລະບົບ, ໄດ້ສົ່ງເສີມການຜະລິດກາເຟທີ່ມີມູນຄ່າເພີ່ມຈາກການຂາຍກາເຟໝາກແດງ ປ່ຽນເປັນກາເຟຂາວ ແລະ ກາເຟໝາກຂຽວ (ໝາກສ້ອມ) ທີ່ມີຄຸນນະພາບສູງ ທັງຊ່ວຍເພີ່ມທັກສະທາງດ້ານເຕັກນິກ ແລະ ມູນຄ່າຂອງຜະລິດຕະພັນ ໂດຍລາຍໄດ້ຈາກການຂາຍກາເຟ ສະເລ່ຍເພີ່ມຂຶ້ນ 40% ຊ່ວຍໃຫ້ຄອບຄົວມີທີ່ຢູ່ອາໃສ, ມີໂພສະນາການ ແລະ ມີຊີວິດທີ່ດີຂຶ້ນ; ສ່ວນແມ່ຍິງ ມີບົດບາດນຳໜ້າເກືອບເຄິ່ງຫນຶ່ງຂອງຕຳແໜ່ງທັງໝົດ ໃນການດຳເນີນງານຂອງໂຄງການສຸເປີວີຄອບຟີ ຢູ່ເມືອງດາກຈຶງ; ທັງນີ້ ສະຫະກອນກາເຟພູດອຍດາກຈຶງ ມີກຸ່ມຜະລິດ 17 ກຸ່ມ ເຂົ້າເຖິງກຸ່ມເປົ້າໝາຍໄດ້ທັງໝົດ 15 ບ້ານ, ມີຜູ້ຜະລິດ 702 ຄົນ ແລະ ເຂົ້າເຖິງປະຊາກອນ 4,463 ຄົນ.

ທ່ານ ບຸນສົ່ງ ລໍາມະຍົດ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ໂຄງການ ທີ່ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວສວນກາເຟເມືອງດາກຈຶງ; ພ້ອມນີ້ ກໍຂໍໃຫ້ຊາວສວນກາເຟ ກໍຄືສະຫະກອນກາເຟພູດອຍດາກຈຶງ ຈົ່ງສືບຕໍ່ປະຕິບັດຈຸດປະສົງຂອງໂຄງການ ໃຫ້ເກີດດອກອອກຜົນດີຂຶ້ນເລື້ອຍໆ ເພື່ອສ້າງເສດຖະກິດຂອງຄອບຄົວໃຫ້ມີລາຍຮັບສູງຂຶ້ນ.

ຂ່າວ: ອັດສະວິນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ໃນໂອກາດເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານຄຸ້ມຄອງ ແລະ ແກ້ໄຂໄພພິບັດ ຢູ່ແຂວງຫຼວງພະບາງ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ), ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ພົບ​ປະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງ​ພະ​ບາງ ໃນ​ວັນ​ທີ 24 ສິງ​ຫາ​ນີ້ ທີ່ ຫ້ອງປະຊຸມສະຖານີວິທະຍຸ-ໂທລະພາບແຂວງ, ໂດຍມີ ທ່ານ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ ແລະ ພະນັກງານ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເຂົ້າ​ຮ່ວມ.
ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງວຽງ​ຈັນ ໄດ້ຈັດພິທິເປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນ ໃຫ້ແກ່ພະນັກງານຫຼັກແແຫຼ່ງຂັ້ນແຂວງຊຸດທີ I ໃນ​ວັນ​ທີ 24 ສິງ​ຫາ​ນີ້ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ບັນດາສະຫາຍກຳມະການພັກແຂວງ ແລະ ພະນັກງານຫລັກແຫຼ່ງທົ່ວແຂວງເຂົ້າຮ່ວມ.
ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ໃນວັນທີ 23 ສິງຫາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມດ້ວຍຄະນະຈາກສູນກາງ ແລະ ແຂວງຈຳປາສັກ ໄດ້ລົງພື້ນທີ່ຕົວຈິງເພື່ອຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ເມືອງປະທຸມພອນ, ແຂວງຈຳປາສັກ ໂດຍມີການນຳຂອງເມືອງ ແລະ ປະຊາຊົນຜູ້ຖືກຜົນກະທົບໃຫ້ການຕ້ອນຮັບ.
ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ ປີ 2024 ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ມີທ່ານຮອງປະທານສານພາກກາງ, ຮອງປະທານສານນະຄອນຫຼວງວຽງຈັນ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ຮັກສາການຫົວໜ້າຄະນະສານແພ່ງ, ຮັກສາການຫົວໜ້າຄະນະສານປົກຄອງ ສປສສ ແລະ ບັນດາຮອງປະທານສານ, ຫົວໜ້າຄະນະສານ, ຜູ້ພິພາກສາຂອງສານພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ຢູ່ຄະນະໂຄສະນາອົຍຮົມສູນກາງພັກ ປະຈຳປີ 2026 ຂຶ້ນໃນ ລະຫວ່າງວັນທີ 18-28 ສິງຫານີ້ ທີ່ ຄອສພ, ໂດຍ ການເປັນປະທານ ແລະ ເປີດຊຸດອົບຮົບດັ່ງກ່າວ ຂອງ ສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄອສພ ຄະນະຮັບຜິດຊອບການຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ໃນວັນທີ 17 ສິງຫາຜ່ານມານີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍໝາກຮຽວນະຄອນຫຼວງວຽງຈັນ ທີ່ນໍາໃຊ້ຮ່ວງເງິນກູ້ຢືມເອດີບີ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ຫຼື ພຊຄ. ພິທີໃນຄັ້ງນີ້ໄດ້ມີການເຊັນມອບ 2 ໂຄງການ:
ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫາງານພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ, ພັກ - ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ເມືອງບາຈຽງຈະເລີນສຸກ ໃນວັນທີ 17 ສິງຫາຜ່ານມາ ໂດຍມີ ທ່ານ ອຳນວຍ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງບາຈຽງຈະເລີນສຸກ ພ້ອມຄະນະໃຫ້ການຕ້ອນຮັບ.
ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ພິທີເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື (MOA) ລະຫວ່າງກົມສົ່ງເສີມຕະຫຼາດການ ທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກັບບໍລິສັດ HTH ການຄ້າຂາອອກ - ຂາເຂົ້າ ຈໍາກັດຜູ້ດຽວ, ບໍລິສັດ ແມັດ ຈໍາກັດຜູ້ດຽວ (MATT) ແລະ ສູນການສຶກສາ LS ໄດ້ຈັດຂຶ້ນໃນວັນທີ 18 ສິງຫານີ້ ທີ່ ນະຄອນຫຼວງວຽງຈັນ.
ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ  ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ໃນວັນທີ 18 ສິງຫາ 2026 ນີ້,ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຈາກພະແນກການອ້ອມຂ້າງແຂວງ, ມີທ່ານ ຈັນ ທະລາ ພາມີສິດ ເລຂາພັກເມືອງເຊໂປນ, ພ້ອມການນຳເມືອງໄປຢ້ຽມຢາມ ແລະ ມອບເຄື່ອງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຂດຈຸດສຸມລາດຫໍ້ເມືອງເຊໂປນ ແຂວງສະຫວັນນະເຂດ.
ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ແຂວງເຊກອງ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໃນວັນທີ 18 ສິງຫາ 2026 ໂດຍການປາຖະກະຖາຂອງທ່ານ ພອນເພັດ ຄິວລະວົງ, ພະນັກງານບໍານານ, ອະດີດຮອງເລຂາພັກແຂວງ, ມີທ່ານ ນາງ ຄໍາເສັງ ທຸມມະວົງສາ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຄະນະກໍາມະການແນວລາວສ້າງຊາດແຂວງ ແລະ ການນໍາພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ