ສູນວັດທະນະທໍາຈີນ ປະຈຳລາວ ຈັດກິດຈະກຳສະຫຼອງບຸນກຸດຈີນ

ສູນວັດທະນະທໍາຈີນ ປະຈຳລາວ ຈັດກິດຈະກຳສະຫຼອງບຸນກຸດຈີນ
ສູນວັດທະນະທໍາຈີນປະຈໍາລາວ ໄດ້ຈັດພິທີເປີດຕົວເດືອນວັດທະນະທໍາຈີນ ສະເຫຼີມສະຫຼອງບຸນກຸດຈີນ ທີ່ສູນດັ່ງກ່າວ,ໂດຍມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ);  ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ,ທ່ານ ຫວາງຊາງ ອຸປະທູດ ສປ ຈີນ ປະຈຳ ສປປ ລາວພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. 
ທ່ານ ນາງ ຫຼີຢີ່ຜິງ  ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວໄດ້ກ່າວວ່າ:  ບຸນກຸດຈີນແມ່ນບຸນທີ່ສຳຄັນທີ່ສຸດຂອງປະເທດຈີນ ຊຶ່ງໃນປີ 2024ນີ້ ຕາມຈັນທະປະຕິທິນຂອງຈີນແມ່ນປີມັງກອນ (ປີມະໂຣງ), ມັງກອນ ເປັນສັດໃນຈິນຕະນາການຊະນິດດຽວ ໃນບັນດາ 12 ນັກສັດ, ທີ່ສາມາດເດີນດິນ, ບິນຂຶ້ນສູ່ທ້ອງຟ້າ, ລົງມະຫາສະໝຸດ ແລະ ເປັນສັນຍາລັກແຫ່ງຄວາມແຂງແກ່ນມຸ່ງມານະ, ໂຊກລາບ, ສົມປາຖະໜາ ແລະ ເປັນຕົວແທນທີ່ສາມາດເຮັດໃຫ້ລົມຝົນຕົກຖືກຕ້ອງຕາມລະດູ. ທ່ານ ນາງ ຫຼີຢີ່ຜິງ    ຍັງກ່າວຕື່ມອີກວ່າ: ການສະເຫຼີມສະຫຼອງບຸນກຸດຈີນ ເປັນກິດຈະກໍາແລກປ່ຽນ ວັດທະນະທໍາຈີນກັບຕ່າງປະເທດ, ສຳລັບງານສະຫຼອງບຸນກຸດຈີນ ໃນປີນີ້ ຈະຈັດໃຫ້ມີກິດຈະກໍາແລກປ່ຽນຮູບແບບຕ່າງໆເຖິງ 500 ກິດຈະກໍາ ຢູ່ 100 ກວ່າປະເທດ ແລະ ພາກພື້ນທົ່ວໂລກ. ສະເພາະກິດຈະກໍາຢູ່ ສປປ ລາວ ໃນເດືອນວັດທະນະທໍາຈີນນີ້ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈະສືບຕໍ່ຈັດກິດຈະກໍາສອນການຫໍ່ກ້ຽວ, ງານວາງສະແດງສໍາຜັດວັດທະນະທໍາໃນບຸນກຸດຈີນ, ການນຸ່ງຊຸດຈີນບູຮານ, ການຖ່າຍຮູບລຸ້ນຮັບຂອງລາງວັນ ແລະ ກິດຈະກຳສະຫຼອງບຸນກຸດຈີນອື່ນໆ. ສໍາລັບຂໍ້ມູນເພີ່ມເຕີມຂອງກິດຈະກໍາ ສາມາດຕິດຕາມຜ່ານທາງ Facebook: China Cultural Center in Laos.
        ໃນໂອກາດນີ້, ທ່ານ ວັນສີ ກົວມົວ ໄດ້ກ່າວວ່າ: ສປປ ລາວ ແລະ ສປ ຈີນ ເປັນປະເທດເພື່ອນມິດ ບ້ານໃກ້ເຮືອນຄຽງ ທີ່ມີສາຍພູແມ່ນໍ້າຕິດຈອດກັນ ປະຊາຊົນສອງຊາດໄດ້ມີຄວາມຜູກພັນໄປມາຫາສູ່ກັນຕັ້ງແຕ່ບູຮານນະການ, ງານບຸນມະໂຫລານເທດສະການກຸດຈີນ ເປັນງານໜຶ່ງທີ່ສຳຄັນທາງດ້ານວັດທະນະທຳຂອງ ສປ ຈີນ ລວມໄປເຖິງພົນລະເມືອງ ກໍຄືປະຊາຊົນທີ່ມີເຊື້ອສາຍຈີນ ທີ່ດຳລົງຊີວິດໃນປະເທດຕ່າງໆ. ມື້ຂຶ້ນປີໃໝ່ກຸດຈີນ ມີຄວາມສຳຄັນຫຼາຍຊຶ່ງໝາຍເຖິງການເລີ່ມຕົ້ນໃໝ່ ເປັນມື້ທີ່ຊ່ວຍເລີ່ມການຕັດສິນໃຈໃໝ່ໆ ຕາມຄວາມເຊື່ອຂອງຊາວຈີນ. ວັນດັ່ງກ່າວ ຍັງເປັນວັນລວມຕົວຂອງພີ່ນ້ອງຄອບຄົວ ໃຫ້ບັນດາລູກຫຼານໄດ້ໄປອວຍພອນ ແລະ ຂໍພອນຈາກບັນພະບູລຸດ ເພື່ອຄວາມເປັນສີລິມຸງຄຸນຂອງຄົນໃນຄອບຄົວ, ໜ້າທີ່ວຽກງານກໍຄືການດຳເນີນທຸລະກິດ. ກໍຄ້າຍຄືກັນກັບບຸນປີໃໝ່ລາວ ໃນເດືອນເມສາ ຂອງ ທຸກໆປີ ທີ່ລູກຫຼານກໍຈະເຕົ້າໂຮມກັນເພື່ອໄປຫົດນໍ້າອວຍພອນ ແລະ ຂໍພອນຈາກຍາດຜູ້ໃຫຍ່ອາວຸໂສ. ກິດຈະກຳຕ່າງໆໃນເທດສະການກຸດຈີນ ແມ່ນເປັນເອກະລັກມີຄວາມສວຍງາມ ແລະໄດ້ຮັບການສືບທອດຈາກບັນພະບູລຸດ ໃຫ້ລູກຫຼານຄົນຮຸ່ນໃໝ່ ສືບທອດໄດ້ເປັນຢ່າງດີເຊັ່ນ: ການຕົບແຕ່ງບ້ານເຮືອນ, ການຂຽນຕົວອັກສອນຈີນ, ການແຕ່ງກາຍດ້ວຍຊຸດປະຈຳຊາດ ເພື່ອອະນຸລັກວັດທະນະທໍາການແຕ່ງກາຍທີ່ສວຍງາມຂອງຊາວຈີນ ທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ.
ພາຍໃນງານສະເຫຼີມສະຫຼອງຄັ້ງນີ້ ຍັງມີການວາງສະແດງຮູບພາບນໍ້າກ້ອນ ແລະ ຫິມະ  ພ້ອມທັງຮັບຊົມການສະແດງດົນຕີພື້ນເມືອງອໍເກັດຕ້າອູຊີ ແຂວງຈຽງຊູ ປະເທດຈີນ ເປັນຕົ້ນການບັນເລງເພັງ ອາລໍາພະບົດແຫ່ງລະດູບານໃໝ່, ລະບໍາງູທອງ, ສາມຫົກ, ແຂ່ງມ້າ, ຄໍ່າຄືນແຫ່ງຄວາມມ່ວນຊື່ນ ແລະ  ການບັນເລງປະສານບຸບຜາງາມຈັນເຕັມດວງ ແລະ ອື່ນໆ. ພິເສດທາງວົງດົນຕີພື້ນເມືອງອໍເກັດຕ້າອູຊີ ໄດ້ກຽມບົດເພງທີ່ຄົນລາວຄຸ້ນເຄີຍກັນດີເຊັ່ນ: ດວງຈັນແທນດວງໃຈຂອງຂ້ອຍ, ຖຽນມີ້ມີ້ ແລະ ແດນແຫ່ງອິດສະຫຼະ ທີ່ເປັນບົດເພງປະຕິວັດທີ່ມີຊື່ສຽງລາວ.
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ວັນທີ 22 ຕຸລາຜ່ານມາ, ຄະນະຜູ້ແທນຊາວໜຸ່ມລາວ ນໍາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ສະຫາຍ ຈິ້ງ ມັ່ງ ລິງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງເລຂາພັກນະຄອນເຫວ້ ພ້ອມດ້ວຍການນຳ ແລະ ຜູ້ແທນອົງການຊາວໜຸ່ມນະຄອນເຫວ້ ສສ ຫວຽດນາມ.
ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນຂົງເຂດກະສິກໍາຢູ່ ສປປ ລາວ ຮ່ວມກັບນັກລົງທຶນດ້ານກະສິກຳລາວ-ຫວຽດນາມ ຂຶ້ນໃນວັນທີ 22 ຕຸລານີ້ ຢູ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ໃນວັນ​ທີ 22 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້​ຈັດ​ພິ​ທີມອບ-ຮັບ ໜ້າທີ່ລະຫວ່າງຄະ​ນະ​ບໍ​ລິ​ຫານ​ງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດ​ເກົ່າ ແລະ ຊຸດ​ໃໝ່​ ໂດຍກ​ານ​ເປັນ​ປະ​ທານ​ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ​ມີ​ບັນ​ດາສະຫາຍ​ຄະ​ນະ​ພັກ, ຄະ​ນະ​ນຳ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ແລະ ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ ​​ເຂົ້າ​ຮ່ວມ.
ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ນຳໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ເຂົ້າຢ້ຽມຊົມ ແລະ ພົບປະເຮັດວຽກກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃນວັນທີ 20 ຕຸລາຜ່ານມາ.
ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຫ່ງ ສປປ ລາວ ແລະ ກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກໍາປູເຈຍ ຮ່ວມເປັນເຈົ້າພາບຈັດງານສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ໃນລະຫວ່າງວັນທີ 19-22 ຕຸລານີ້ ທີ່ແຂວງຊຽງແຕງ ແລະ ແຂວງຈໍາປາສັກ ໃຫ້ກຽດຮ່ວມເປັນເຈົ້າ ພາບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສປປ ລາວ ແລະ ທ່ານ ຫຸດ ຮັກ ລັດຖະມົນຕີ ກະຊວງທ່ອງທຽວ ກໍາປູເຈຍ.
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026 (Study in Japan Fair 2026) ແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 21 ຕຸລາຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານ ທູດຍີ່ປຸ່ນ ປະຈໍາລາວ, ຫ້ອງການ JICA ປະຈໍາລາວ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລປະເທດຍີ່ປຸ່ນ, ອົງການ JASSO ສະຖາບັນສອນພາສາຍີ່ປຸ່ນ, ສະມາຄົມອະດີດນັກສຶກສາຍີ່ປຸ່ນ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ໃນວັນທີ 21 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີຮັບຮອງຢ່າງເປັນທາງຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດປະຈໍາ ສປປ ລາວ ສຳລັບປີ 2027-2031, ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.
ສມປຊ - ສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມື

ສມປຊ - ສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມື

ໃນວັນທີ 21 ຕຸລານີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຕ້ອນຮັບຄະນະຜູ້ແທນຈາກສະຖາບັນກໍ່ສ້າງພະນັກງານປາຍເຊີ້ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສາທາລະ ນະລັດປະຊາຊົນຈີນ, ນໍາໂດຍທ່ານ ຫຼີວຈ້ຽນ ຮອງຫົວໜ້າສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ພ້ອມຄະນະ, ໃນໂອກາດເດີນທາງມາເຄື່ອນໄຫວວຽກງານຢູ່ ສປປ ລາວ; ໃຫ້ການຕ້ອນຮັບໂດຍທ່ານ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ, ພ້ອມດ້ວຍຄະນະຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ.
ຂໍ້ລິເລີ່ມດ້ານການບໍລິຫານໂລກຂອງຈີນ ພາຍຫຼັງ 1 ປີ:  ທັດສະນະ ແລະ ການປະກອບສ່ວນຂອງ ສປປ ລາວ

ຂໍ້ລິເລີ່ມດ້ານການບໍລິຫານໂລກຂອງຈີນ ພາຍຫຼັງ 1 ປີ: ທັດສະນະ ແລະ ການປະກອບສ່ວນຂອງ ສປປ ລາວ

ປະຊາຄົມໂລກກຳລັງປະເຊີນໜ້າກັບການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ ໂດຍຜ່ານການແຂ່ງຂັນຢ່າງຂຸ້ນຂ້ຽວທາງດ້ານພູມສາດການເມືອງ, ຄວາມແຕກໂຕນດ້ານການພັດທະນາ, ວິວັດທະນາການຢ່າງໄວວາດ້ານເຕັກໂນໂລຊີ ແລະ ບັນຫາຂ້າມຊາດທີ່ນັບມື້ນັບເກີນຂອບເຂດຂີດຄວາມສາມາດຂອງປະເທດໃດປະເທດໜຶ່ງ ທີ່ຈະສາມາດແກ້ໄຂໄດ້ໂດຍລໍາພັງ. ຈາກປັດໄຈເຫຼົ່ານີ້ ໄດ້ຊຸກຍູ້ໃຫ້ມີການທົບທວນພິຈາລະນາຄືນໃໝ່ກ່ຽວກັບວິທີທີ່ລະບົບສາກົນຈະສາມາດຮັກສາປະສິດທິຜົນ, ແບບກວມລວມ ແລະ ມີຄວາມສາມາດຕອບສະໜອງຕໍ່ສະພາບແວດລ້ອມສາກົນທີ່ກຳລັງຜັນແປ.
ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ຍົກລະດັບລະບົບນ້ຳປະປາໃນແຂວງສາລະວັນ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ຍົກລະດັບລະບົບນ້ຳປະປາໃນແຂວງສາລະວັນ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 108,610 ໂດລາ ເພື່ອປະຕິບັດໂຄງການປັບປຸງລະບົບນ້ຳປະປາໃນແຂວງສາລະວັນພາຍໃຕ້​ໂຄງ​ການຊ່ວຍເຫຼືອຂັ້ນ​ຮາກ​ຖານ (GGP) ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ 3 ບ້ານເປົ້າໝາຍ.
ເພີ່ມເຕີມ