ສື່ມວນຊົນ ທັດສະນະສຶກສາ ຢູ່ບໍລິສັດໄຟຟ້າ ນ້ຳເທີນ 2 ແຂວງຄໍາມ່ວນ

ສື່ມວນຊົນ ທັດສະນະສຶກສາ ຢູ່ບໍລິສັດໄຟຟ້າ ນ້ຳເທີນ 2 ແຂວງຄໍາມ່ວນ

ສື່ມວນຊົນ ທັດສະນະສຶກສາ ຢູ່ບໍລິສັດໄຟຟ້າ ນ້ຳເທີນ 2 ແຂວງຄໍາມ່ວນ
ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ຫຼື GAMCIL ໄດ້ນຳພາສຳມະນາກອນສື່ມວນຊົນ ທີ່ມາຈາກ 6 ແຂວງ, ພາກກາງ ແລະ ພາກໃຕ້ ເຄື່ອນໄຫວທັດສະນະສຶກສາຮູບແບບການທ່ອງທ່ຽວແບບອະນຸລັກ ໂດຍຊຸມຊົນມີສ່ວນຮ່ວມ ແລະ ການຄຸ້ມຄອງສິ່ງແວດລ້ອມ ຢູ່ທີ່ບໍລິສັດໄຟຟ້າ ນ້ຳເທີນ 2 ເມືອງນາກາຍ ແຂວງຄໍາມວ່ນ , ນໍາພາໂດຍ ທ່ານ ທອງຫຼໍ່ ດວງສະຫວັນ ຄະນະສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ GAMCIL ພ້ອມດ້ວຍຄະນະຜູ້ປະສານງານໂຄງການເຂົ້າຮ່ວມ.
ສມວນຊນ ທດສະນະສກສາ ຢບລສດໄຟຟາ ນຳເທນ 2 ແຂວງຄາມວນ - image 1
 

ທ່ານ ນາງ ບົວຄຳ ດວງປັນຍາ ກ່າວວ່າ: ການທັດສະນະສຶກສາຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ການທ່ອງທ່ຽວແບບອະນຸລັກໂດຍຊຸມຊົນມີສ່ວນຮ່ວມ” ມີເປົ້າໝາຍໃຫ້ນັກຂ່າວ ໄດ້ສຶກສາຮູບແບບການພັດທະນາທີ່ສົມດຸນລະຫວ່າງເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ພ້ອມນຳບົດຮຽນທີ່ໄດ້ໄປປະຍຸກໃຊ້ໃນການຜະລິດຂ່າວ ແລະ ສື່ສານການພັດທະນາສີຂຽວ ແລະ ຮຽນຮູ້ການຄຸ້ມຄອງສິ່ງແວດລ້ອມ, ການພັດທະນາຊຸມຊົນ ແລະ ບົດບາດຂອງຊາວບ້ານໃນການຮ່ວມບໍລິຫານຊັບພະຍາກອນທ້ອງຖິ່ນ ເພື່ອນຳຂໍ້ມູນໄປສ້າງສັນຜົນງານຂ່າວ ແລະ ສື່ສານເລື່ອງການພັດທະນາສີຂຽວໄດ້ຢ່າງຖືກຕ້ອງ.

ການທັດສະນະສຶກສາຄັ້ງນີ້, ໄດ້ແບ່ງເປັນ 2 ກຸ່ມ ແລະ ໄດ້ລົງທັດສະນະສຶກສາ ໃນ 6 ຈຸດສຳຄັນເປັນຕົ້ນ: ການຢ້ຽມຢາມຮ້ານອາຫານໂພສີ ທ່າລັ່ງ ທີ່ເປັນຕົວຢ່າງການສ້າງອາຊີບໃຫ້ຊຸມຊົນ, ທັດສະນະສຶກສາຄອບຄົວຕົວແບບຜະລິດປາແຫ້ງ ທີ່ນຳປາຈາກອ່າງເກັບນ້ຳມາແປຮູບເພີ່ມມູນຄ່າ, ຢ້ຽມຢາມໂຮງຮຽນມັດທະຍົມຕອນຕົ້ນອຸດົມສຸກ ຮຽນຮູ້ກ່ຽວກັບການພັດທະນາການສຶກສາໃນເຂດຈັດສັນ

ໃໝ່, ສຶກສາຮູບແບບການບໍລິຫານຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດນາກາຍ ທີ່ຊ່ວຍສົ່ງເສີມການອອມເງິນ ແລະ ສ້າງຄວາມເຂັ້ມແຂງທາງເສດຖະກິດໃຫ້ຊຸມຊົນ. ນອກຈາກນັ້ນ ຍັງໄດ້ເຂົ້າຢ້ຽມຊົມອຸທິຍານແຫ່ງຊາດນາກາຍ - ນໍ້າເທີນ, ສູນຢ້ຽມຢາມຊົມນ້ຳເທີນ 2 ແລະ ເຮືອນຈັກຜະລິດໄຟຟ້າ ເພື່ອຮັບຟັງການນຳສະເໜີກ່ຽວກັບປະຫວັດໂຄງການ, ຂະບວນການຜະລິດໄຟຟ້າ ແລະ ແນວທາງການພັດທະນາສັງຄົມ-ສິ່ງແວດລ້ອມ ຄວບຄູ່ກັບການດຳເນີນໂຄງການ.

ການທັດສະນະໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 7-8 ກໍລະກົດ 2026, ຊຶ່ງເປັນກິດຈະກຳໜຶ່ງຂອງແຜນການຝຶກອົບຮົມສື່ມວນຊົນ ໄລຍະ II ຂອງໂຄງການ GAMCIL ໂດຍມີຈຸດປະສົງເສີມສ້າງຄວາມຮູ້ ແລະ ປະສົບການໃຫ້ນັກຂ່າວ ເພື່ອຖ່າຍທອດຂໍ້ມູນກ່ຽວກັບການອະນຸລັກສິ່ງແວດລ້ອມ, ການພັດທະນາຊຸມຊົນ ແລະ ການທ່ອງທ່ຽວຢ່າງຍືນຍົງ ໃຫ້ເຂົ້າເຖິງປະຊາຊົນ ຢ່າງກວ້າງຂວາງ.

ຂ່າວ: ສ.ພະຈັນ ແລະ ພາບ: ວັດທະນາ (ບໍລິສັດໄຟຟ້າ ນ້ຳເທີນ 2)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຕພ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ຄຕພ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13/8/1950-13/8/2026) ໃນວັນທີ 25 ສິງຫານີ້ ທີ່ ສຳນັກງານ ຄຕພ, ໃຫ້ກຽດປາຖະກະຖາ ຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກຮອງເລຂາຄະນະບໍລິຫານງານພັກ ຮອງປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມຮັບຟັງມີສະຫາຍ ວາລະໄຊ ເລັ່ງສະຫວັດ ກຳມະການສໍາຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍບັນດາສະຫາຍ ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍ ພະນັກງານພາຍໃນ ຄຕພ ເຂົ້າຮ່ວມ ຢ່າງພ້ອມພຽງ.
ເປີດງານເວທີສົນທະນາທັກສະ AI ລາວ 2026

ເປີດງານເວທີສົນທະນາທັກສະ AI ລາວ 2026

ຫວ່າງມໍ່ໆມານີ້ ທີ່ໂຮງແຮມ ອາມາລີ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານ Lao AI Skills Dialogue 2026 (ເວທີສົນທະນາທັກສະ AI ລາວ 2026) ຢ່າງເປັນທາງການພາຍໃຕ້ຫົວຂໍ້: "Building an AI-Ready Lao Through Skills and Collaboration" (ສ້າງທັກສະ ແລະ ຄວາມຮ່ວມມື ເພື່ອຄວາມພ້ອມດ້ານປັນຍາປະດິດ ໃນ ສປປ ລາວ). ງານດັ່ງກ່າວຈັດຂຶ້ນພາຍໃຕ້ການຮ່ວມມືຂອງ ວິທະຍຸຊາວໜຸ່ມລາວ, ບໍລິສັດ XM Innovator ແລະ ມູນນິທິອາຊຽນ (ASEAN Foundation).
ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນວຽກງານ 6 ເດືອນຕົ້ນປີກັບລັດຖະບານ

ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນວຽກງານ 6 ເດືອນຕົ້ນປີກັບລັດຖະບານ

ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນແລະ ລາຍງານຄວາມຄືບໜ້າໃນການປະຕິບັດວຽກງານ 6 ເດືອນຄັ້ງທີໜຶ່ງຂອງປີ 2026 ກັບລັດຖະບານລາວໃນວັນທີ 14ສິງຫາຜ່ານມາ ຢູ່ໂຮງແຮມ ອາວານີ ພລັສ໌ ລ້ານຊ້າງ, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ ແລະ ສືບຕໍ່ປຶກສາຫາລືແບບສອງສົ້ນຮ່ວມກັນລະຫວ່າງບໍລິສັດ ພູເບ້ຍ ມາຍນິງ ແລະ ລັດຖະບານລາວ ກ່ຽວກັບເນື້ອໃນສໍາຄັນຂອງຜົນປະໂຫຍດຮ່ວມກັນ.
ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ຫົວໜ້າ ຄອ​ສ​ພ ໂອ້ລົມພະນັກງານ ຄະນະນະໂຄສະນາອົບຮົມ ແຂວງຫຼວງພະບາງ

ໃນໂອກາດເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານຄຸ້ມຄອງ ແລະ ແກ້ໄຂໄພພິບັດ ຢູ່ແຂວງຫຼວງພະບາງ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ), ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ພົບ​ປະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງ​ພະ​ບາງ ໃນ​ວັນ​ທີ 24 ສິງ​ຫາ​ນີ້ ທີ່ ຫ້ອງປະຊຸມສະຖານີວິທະຍຸ-ໂທລະພາບແຂວງ, ໂດຍມີ ທ່ານ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ ແລະ ພະນັກງານ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເຂົ້າ​ຮ່ວມ.
ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງຽງຈັນເປີດຝຶກອົບຮົມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້​ພະ​ນັກ​ງານຫຼັກ​ແຫຼ່ງ

ແຂວງວຽງ​ຈັນ ໄດ້ຈັດພິທິເປີດຝຶກອົບຮົມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນ ໃຫ້ແກ່ພະນັກງານຫຼັກແແຫຼ່ງຂັ້ນແຂວງຊຸດທີ I ໃນ​ວັນ​ທີ 24 ສິງ​ຫາ​ນີ້ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ບັນດາສະຫາຍກຳມະການພັກແຂວງ ແລະ ພະນັກງານຫລັກແຫຼ່ງທົ່ວແຂວງເຂົ້າຮ່ວມ.
ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ນາຍົກຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງປະທຸມພອນ

ໃນວັນທີ 23 ສິງຫາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມດ້ວຍຄະນະຈາກສູນກາງ ແລະ ແຂວງຈຳປາສັກ ໄດ້ລົງພື້ນທີ່ຕົວຈິງເພື່ອຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ເມືອງປະທຸມພອນ, ແຂວງຈຳປາສັກ ໂດຍມີການນຳຂອງເມືອງ ແລະ ປະຊາຊົນຜູ້ຖືກຜົນກະທົບໃຫ້ການຕ້ອນຮັບ.
ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ສປສສ ເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງ ປີ 2024 ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ມີທ່ານຮອງປະທານສານພາກກາງ, ຮອງປະທານສານນະຄອນຫຼວງວຽງຈັນ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ຮັກສາການຫົວໜ້າຄະນະສານແພ່ງ, ຮັກສາການຫົວໜ້າຄະນະສານປົກຄອງ ສປສສ ແລະ ບັນດາຮອງປະທານສານ, ຫົວໜ້າຄະນະສານ, ຜູ້ພິພາກສາຂອງສານພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ຢູ່ຄະນະໂຄສະນາອົຍຮົມສູນກາງພັກ ປະຈຳປີ 2026 ຂຶ້ນໃນ ລະຫວ່າງວັນທີ 18-28 ສິງຫານີ້ ທີ່ ຄອສພ, ໂດຍ ການເປັນປະທານ ແລະ ເປີດຊຸດອົບຮົບດັ່ງກ່າວ ຂອງ ສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄອສພ ຄະນະຮັບຜິດຊອບການຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ໃນວັນທີ 17 ສິງຫາຜ່ານມານີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍໝາກຮຽວນະຄອນຫຼວງວຽງຈັນ ທີ່ນໍາໃຊ້ຮ່ວງເງິນກູ້ຢືມເອດີບີ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ຫຼື ພຊຄ. ພິທີໃນຄັ້ງນີ້ໄດ້ມີການເຊັນມອບ 2 ໂຄງການ:
ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫາງານພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ, ພັກ - ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ເມືອງບາຈຽງຈະເລີນສຸກ ໃນວັນທີ 17 ສິງຫາຜ່ານມາ ໂດຍມີ ທ່ານ ອຳນວຍ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງບາຈຽງຈະເລີນສຸກ ພ້ອມຄະນະໃຫ້ການຕ້ອນຮັບ.
ເພີ່ມເຕີມ