ທົບທວນ ການຮ່ວມມື ລະຫວ່າງ ລາວ ແລະ ອົງການ ສປຊ ກອງທຶນສຳລັບປະຊາກອນ

ທົບທວນ ການຮ່ວມມື ລະຫວ່າງ ລາວ ແລະ ອົງການ ສປຊ ກອງທຶນສຳລັບປະຊາກອນ

 

ກອງປະຊຸມທົບທວນ ການຈັດຕັ້ງປະຕິບັດແຜນງານການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ອົງການສະຫະປະຊາຊາດ (ສປຊ) ກອງທຶນສຳລັບປະຊາກອນ ປະຈຳປີ 2024 ແລະ ສ້າງແຜນວຽກບຸລິມະສິດ ປີ 2025 ຈັດຂຶ້ນໃນວັນທີ 28 ມັງກອນ ຜ່ານມານີ້ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ແບກທີຢໍ ຄາດີເຣີບ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈໍາລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ພອນວັນ ອຸທະວົງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອທົບທວນຄືນການຈັດຕັ້ງປະຕິບັດ ແຜນງານການຮ່ວມມື ລະຫວ່າງ ລັດຖະບານ ລາວ ແລະ ອົງການ ສປຊ ກອງທຶນສຳລັບປະຊາກອນ ປະຈຳປີ 2024 ຊຶ່ງເປັນເວທີທີ່ສຳຄັນໃນການປືກສາຫາລື ຊອກຫາວິທີແກ້ໄຂບັນດາສິ່ງທ້າທາຍ, ຂໍ້ຫຍຸ້ງຍາກຕ່າງໆ ທີ່ໄດ້ພົບພໍ້ໃນການຈັດຕັ້ງປະຕິບັດ ໃນໜຶ່ງປີຜ່ານມາ ລວມທັງມາດຕະການໃນການແກ້ໄຂ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອໃຫ້ການຈັດຕັ້ງປະຕິບັດບັນດາກິດຈະກຳ ສາມາດບັນລຸຕາມແຜນທີ່ໄດ້ວາງໄວ້. ໃນປີ 2024 ການຈັດຕັ້ງປະຕິບັດແຜນງານດັ່ງກ່າວ, ດໍາເນີນມາຮອດ 3 ປີ ຊຶ່ງເປັນວາລະທ້າຍຂອງແຜນງານການຮ່ວມມື. ສະນັ້ນ, ພວກເຮົາຈະວາງແຜນວຽກຈຸດສຸມໃນປີ 2025 ໃຫ້ເປັນອັນລະອຽດ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນງານການຮ່ວມມື ລະຫວ່າງລັດຖະບານລາວ ແລະ ອົງການ ສປຊ ກອງທຶນສຳລັບປະຊາກອນ 2022-2026 (CPD 2022-2026) ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ.

ນອກຈາກນີ້, ຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນງານສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ ແລະ ວຽກງານຜະດຸງຄັນ; ລາຍງານຄວາມຄືບໜ້າ ໃນການ ຈັດຕັ້ງປະຕິບັດວຽກງານການຮຽນ-ການສອນເພດສຶກສາ ແລະ ໄວໜຸ່ມ; ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ, ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ; ການຈັດຕັ້ງປະຕິບັດແຜນງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

(ຂ່າວພາບ: ກິດຕາ)

ຄໍາເຫັນ

ຂ່າວການຮ່ວມມື

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ໃນວັນທີ 12 ພະຈິກນີ້, ສະຫາຍ ນາງ Su Lin ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານປະທານປະເທດ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຶ່ງສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ, ສປ ຈີນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.
ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ເມື່ອບໍ່ດົນມານີ້ ທີ່ ນະຄອນ ນິວຢອກ ສ ອາເມຣິກາ, ໄດ້ມີພິທີລົງນາມຢ່າງເປັນທາງການ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ພູຖານ, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງຣາຊະອານາຈັກ ພູຖານ ແມ່ນ ທ່ານ ເຄຊຸບ ອິນເດລ ວັງຊຸກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ພູຖານ ປະຈຳ ອົງການສະຫະປະຊາຊາດ.
ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ທູດຍີ່ປຸ່ນ

ໃນວັນທີ 11 ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງໄຊສົມບູນ ຮ່ວມກັບ ນະຄອນບັກນິງ ສສ ຫວຽດນາມ ໄດ້ສຳເລັດຊຸດຝຶກອົບຮົມວິຊາພາສາຫວຽດນາມຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ແຂວງໄຊສົມບູນ. ພາຍຫຼັງດຳເນີນການຮຽນ-ການສອນມາເປັນເວລາ 3 ເດືອນ ປະຈຳປີ 2026 ຊຶ່ງເລີ່ມແຕ່ວັນທີ 15 ສິງຫາ 2026 ແລະ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 11 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ພຸດລຳໄພ ທຽມພຣະສອນ ກໍາມະການພັກແຂວງ ຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຫົວໜ້າພະແນກ, ຄູ-ອາ ຈານ ຈາກນະຄອນບັກນິງ ສສ ຫວຽດນາມ ແລະ ພະນັກງານອ້ອມຂ້າງແຂວງ ເຂົ້າຮ່ວມ.
ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ພິທີມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກນີ້, ທີ່ສະໜາມກິລາດັ່ງກ່າວ, ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິຊຶໂຕມຸເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີຮອງປະທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ - ລັດຂອງສອງປະເທດລາວ - ຍີ່ປຸ່ນ, ແຂກຖືກເຊີນພ້ອມດ້ວຍມວນຊົນເຂົ້າຮ່ວມ.
ສະຫຼອງ 69 ປີວັນຊາດມາເລເຊຍ ແລະ 60 ປີ ສາຍພົວພັນການທູດລາວ-ມາເລເຊຍ

ສະຫຼອງ 69 ປີວັນຊາດມາເລເຊຍ ແລະ 60 ປີ ສາຍພົວພັນການທູດລາວ-ມາເລເຊຍ

​ ສະຖານເອກອັກຄະລັດຖະທູດ ມາເລເຊຍປະຈໍາ ສປປ ລາວ ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດງານສະເຫຼີມສະຫຼອງວັນຊາດມາເລເຊຍ ຄົບຮອບ 69 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ມາເລເຊຍ ຄົບຮອບ 60 ປີ ຢ່າງເປັນທາງການ ໃນວັນທີ 11 ພະຈິກຜ່ານມານີ້ ທີ່ໂຮງແຮມ ອາວານີ + ລ້ານຊ້າງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ບັນດາທູດ, ທູຕານຸທູດ ພ້ອມແຂກຖືກເຊີນ.
ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື

ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື

ກອງປະຊຸມພົບປະແລກປ່ຽນການຮ່ວມມື ລະຫວ່າງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ແຫ່ງ ສປປ ລາວ ແລະ ກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງພາຍໃນແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ນະຄອນ ຫຼວງວຽງຈັນ, ຝ່າຍລາວນຳໂດຍທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ຝ່າຍກຳປູເຈຍ ນໍາໂດຍ ທ່ານ ພົນໂທ ສົກເວດສະນາ ຫົວໜ້າກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມ.
ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 ເປີດຂຶ້ນຢູ່ນະຄອນຫຼວງປັກກິງ  (16th World Socialism Forum)

ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 ເປີດຂຶ້ນຢູ່ນະຄອນຫຼວງປັກກິງ (16th World Socialism Forum)

ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 (16th World Socialism Forum) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 3 ຫາ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ເປັນເຈົ້າພາບໂດຍ ສະຖາບັນວິທະຍາສາດສັງຄົມຈີນ, ສູນຄົ້ນຄວ້າສັງຄົມນິຍົມໂລກແຫ່ງສະຖາບັນວິທະຍາສາດສັງຄົມຈີນ, ສະຖາບັນຄົ້ນຄວ້າລັດທິມາກ, ສູນຄົ້ນຄວ້າແນວຄິດ (ສີ ຈິ້ນຜິງ) ວ່າດ້ວຍຍຸກສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ແລະ ສູນຄົ້ນຄວ້າແນວຄິດການສ້າງຕັ້ງພັກຂອງ (ສີ ຈິ້ນຜິງ).
ເພີ່ມເຕີມ