ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ
ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ຊາວພດຮວມແຫຜາສາດເຜງ ງານບນພະທາດຫວງວຽງຈນ - image 1
 

 

ການແຫ່ຜາສາດເຜິ້ງ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນກິດຈະກໍາໜຶ່ງທີ່ໄດ້ສືບທອດ ແລະ ປະຕິບັດກັນມາໃນທຸກໆປີ, ຜາສາດເຜິ້ງທີ່ນໍາມາແຫ່ນັ້ນແມ່ນເຮັດມາຈາກຕົ້ນກ້ວຍ ແລະ ອື່ນໆ ພ້ອມປະດັບປະດາດ້ວຍ ດອກເຜິ້ງ (ຂີ້ເຜິ້ງ), ເຄື່ອງໃຊ້ຕ່າງໆ ເຊັ່ນ: ສໍດຳ, ບິກຂຽນ, ປຶ້ມຂຽນ ແລະ ເຄື່ອງໃຊ້ທີ່ຈຳເປັນ ລວມທັງເງິນທີ່ຖືກຈັດວາງເປັນລະບຽບ ແລະ ດັດແປງເປັນຮູບແບບຕ່າງໆ ຊຶ່ງການຕົບແຕ່ງຜາສາດເຜິ້ງນັ້ນຈະມີຄວາມໝາຍສະແດງເຖິງ ຄວາມອຸດົມຮັ່ງມີຂອງປະຊາຊົນລາວໃນແຕ່ລະໄລຍະ. ທັງນີ້, ກໍເພື່ອແນໃສ່ສືບທອດເອກະລັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງລາວໄວ້ ໃຫ້ເຖິງເຊັ່ນລູກ, ເຊັ່ນຫຼານ. ໃນການແຫ່ຜາສາດເຜິ້ງຈະມີມວນຊົນຊາວລາວບັນດາເຜົ່າບໍ່ວ່າຈະເປັນຜູ້ເຖົ້າ, ຜູ້ແກ່, ຊາວໜຸ່ມຍິງ-ຊາຍ, ເດັກນ້ອຍກໍໄດ້ເຂົ້າຮ່ວມຢ່າງຟົດຟື້ນມ່ວນຊື່ນ, ຜູ້ຊາຍນຸ່ງຖືສຸພາບ, ສ່ວນແມ່ຍິງເອງກໍນຸ່ງຖືຕາມເອກະລັກຂອງແມ່ຍິງລາວເຊັ່ນ: ນຸ່ງສິ້ນໄໝ, ເສື້ອໄໝ ບ່ຽງແພ ໂດຍຖືຜາສາດເຜິ້ງແຫ່ໄປຕາມຂະບວນ, ການແຫ່ຜາສາດເຜິ້ງແມ່ນປະສົມປະສານດ້ວຍສຽງຂັບ, ສຽງລໍາຈາກທ້ອງຖິ່ນຕ່າງໆທີ່ຟັງແລ້ວເປັນຕາສະອອນໃຈ ພ້ອມຍັງມີຂະບວນແຫ່ຜາສາດເຜິ້ງຈາກພາກສ່ວນຕ່າງໆທີ່ນຸ່ງຖືຂອງຊົນເຜົ່າຕ່າງໆ ສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່ານັ້ນເອງ.

ຊາວພດຮວມແຫຜາສາດເຜງ ງານບນພະທາດຫວງວຽງຈນ - image 2
 

ການແຫ່ຜາສາດເຜິ້ງນັ້ນຈະແຫ່ອ້ອມຮອບນອກກົມມະລຽນພະທາດຫຼວງ 3 ຮອບກ່ອນຂະບວນຈະແຫ່ຜ່ານປະຕູເບື້ອງຕາເວັນອອກ ແລະ ແຫ່ອ້ອມພະທາດຫຼວງຢູ່ດ້ານໃນກົມມະລຽນ ຊຶ່ງຫຼາຍຊັ້ນຄົນແມ່ນໄດ້ນຳເອົາຜາສາດເຜິ້ງ ແລະ ດອກໄມ້ທູບທຽນຂອງຕົນນຳໄປວາງໄວ້ອ້ອມຮອບຕີນພະທາດຫຼວງເພື່ອເປັນການບູຊາ, ອາທິຖານຕໍ່ໜ້າພະທາດຫຼວງ ແລະ ຂໍພອນຕາມຄວາມເຊື່ອຖືຂອງຊາວລາວເຮົາ. ເຮັດໃຫ້ຂະບວນການແຫ່ຜາສາດເຜິ້ງໄດ້ຮັບຄວາມສົນໃຈຈາກບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃນແຕ່ລະປີມີນັກທ່ອງທ່ຽວເຂົ້າມາຮ່ວມ ແລະ ທ່ຽວຊົມຂະບວນການດັ່ງກ່າວເປັນຈຳນວນຫຼາຍ. (ຂ່າວ: ບຸນອຸ້ມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

21 ມີນາ ເປັນວັນຄຽດແຄ້ນ ຂອງປະຊາຊົນລາວ

21 ມີນາ ເປັນວັນຄຽດແຄ້ນ ຂອງປະຊາຊົນລາວ

ບາງເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນ ຢູ່ເມືອງທ່າແຂກໃຫ້ຮູ້ວ່າ: ວັນທີ 21 ມີນາ 1946 ຍົນພວກລ່າເມືອງຂຶ້ນແບບເກົ່າ ໄດ້ຫວ່ານໃບປິວລົງຕົວເມືອງທ່າແຂກ ຊຶ່ງໄດ້ເລີ່ມເປີດສາກບຸກໂຈມຕີດ້ວຍກໍາລັງໄຟປືນໃຫຍ່ໜ້າດິນປະສານກັບເຮືອບິນຖິ້ມລະເບີດ ແລະ ຍິງປືນກົນກວາດລົງໃສ່ກາງເມືອງ ແລະ ຝູງຄົນໃນຕະຫຼາດ, ຍິງໃສ່ກອງບັນຊາການ, ໂຮງຮຽນປະຖົມຊາວຫວຽດນາມຕ່າງດ້າວຢ່າງຮ້າຍແຮງ ແລະ ປ່າເຖື່ອນ, ເຮັດໃຫ້ຕົວເມືອງລຸກເປັນໄຟ, ປະຊາຊົນຈໍານວນຫຼາຍຮ້ອຍຄົນເສຍຊີວິດ ແລະ ຖືກບາດເຈັບ. ພວກເຂົາຫວັງຢາກຢຶດເອົາຕົວເມືອງທ່າແຂກໃຫ້ໄດ້ກ່ອນຕາເວັນຈະຕົກ. ສະນັ້ນ, ພວກເຂົາຈຶ່ງປ້ອງກັນບໍ່ໃຫ້ທະຫານພວກເຮົາຈັດຕັ້ງຂະຫຍາຍກໍາລັງ, ຮ້ອງຂໍກຳລັງ ຢູ່ແຂວງສະຫວັນນະເຂດ ມາເພີ່ມຕື່ມ ແລະ ເຕົ້າໂຮມບັນດາປືນໃຫຍ່ ພ້ອມດ້ວຍເຮືອບິນຜັດປ່ຽນກັນໄປຖິ້ມລະເບີດ, ຍິງທໍາລາຍລົງໃສ່ຂຸມຄອງ ຂອງທະຫານເຮົາຢ່າງຮ້າຍແຮງ ເພື່ອເປີດທາງໃຫ້ທະຫານຮາບບຸກເຂົ້າ. ຮອດເວລາ 17 ໂມງ ຂອງວັນທີ 21 ມີນາ 1946 ທະຫານປິກຕ່າງໆ ຂອງສັດຕູ ໄດ້ເຄື່ອນເຂົ້າມາຕົວເມືອງໝົດ, ພວກເຮົາສັງເກດເຫັນວ່າບໍ່ສາມາດຮັກສາທ່າແຂກໄວ້ໄດ້ເພາະ “ເຫຼັກຫຼາຍກວ່າຖ່ານ” ທະຫານຂອງພວກເຮົາທັງຕ້ານ ແລະ ຖອຍໄປທາງແຄມແມ່ນໍ້າຂອງ ພ້ອມກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ, ໄມ້ທ່ອນ, ເພື່ອລອຍຂ້າມແມ່ນໍ້າຂອງໄປແຂວງນະຄອນພະນົມ (ປະເທດໄທ). ພວກສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນຈັກ ແລະ ປືນອື່ນໆຍິງໃສ່ປະຊາຊົນ ແລະ ທະຫານ ຂອງພວກເຮົາ ທີ່ພວມຂ້າມແມ່ນໍ້າຂອງຢ່າງໂຫດຮ້າຍສາມານທີ່ສຸດ, ເຮັດໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນຖືກບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ.
ລົງພົບປະ ແລະ ຢ້ຽມຢາມສູນຄົນເສຍອົງຄະ 489 ບ້ານຂຸດສາມບາດ

ລົງພົບປະ ແລະ ຢ້ຽມຢາມສູນຄົນເສຍອົງຄະ 489 ບ້ານຂຸດສາມບາດ

ເນື່ອງໃນໂອກາດລະນຶກເຖິງວັນເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (22/3/1946-22/3/2026) ໃນວັນທີ 18 ມີນາ ຜ່ານມານີ້, ສະຫາຍ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ສະຫາຍ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ພ້ອມພະນັກງານຂອງກົມໂຄສະນາ ແລະ ທີມງານນັກສະແດງກາຍະສິນ ໄດ້ລົງເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ອວຍພອນ ພະນັກງານປະຕິວັດອາວຸໂສ-ບຳນານ, ພະນັກງານເສຍອົງຄະ ຢູ່ສູນເສຍອົງຄະ 489 ເຂດບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກສະຫາຍ ພັນໂທ ດາວອນ ພົມມະແສນ ຫົວໜ້າການທະຫານ ສູນເສຍອົງຄະ 489 ພ້ອມດ້ວຍນາຍ ແລະ ພົນທະຫານ, ພະນັກງານ-ນັກຮົບ ແລະ ພະນັກງານອາວຸໂສ-ບໍານານ, ລຸງປ້າ ອາວອາຜູ້ເສຍອົງຄະ ພາຍໃນສູນດັ່ງກ່າວ 80 ກວ່າຄົນ.
ຄະນະພົວພັນຕ່າງປະເທດສູນກາງພັກເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ຄະນະພົວພັນຕ່າງປະເທດສູນກາງພັກເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນວັນທີ 20 ມີນາ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ໂດຍການໃຫ້ກຽດເປັນປະທານ ແລະ ເຜີຍແຜ່ ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ພະນັກງານອາວຸໂສບຳນານ ແລະ ພະນັກງານ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ.
ຢູນີເທວ ໂລຈິສຕິກ ສາຂາແຂວງເຊກອງ ເປີດບໍລິການຢ່າງເປັນທາງການ

ຢູນີເທວ ໂລຈິສຕິກ ສາຂາແຂວງເຊກອງ ເປີດບໍລິການຢ່າງເປັນທາງການ

ໃນວັນທີ 19 ມີນາຜ່ານມາ, ບໍລິສັດ ສະຕາໂທລະຄົມ (Unitel) ສາຂາແຂວງເຊກອງ ໄດ້ຈັດຂະບວນລົດແຫ່ ເປີດບໍລິການຂົນສົ່ງດ່ວນ ຢູນີເທວ ໂລຈິສຕິກ Unitel logistics ຢ່າງເປັນທາງການ, ຂະບວນລົດແຫ່ ຢູນີເທວ ໂລຈິສຕິກ ໄດ້ເລີ່ມແຕ່ສູນການຄ້າ ແຫ່ອ້ອມຮອບເທສະບານແຂວງຢ່າງຄຶກຄື້ນ. ຊຶ່ງຂະບວນລົດແຫ່ ແມ່ນຈະຍັງດຳເນີນຕໍ່ອີກໃນວັນທີ 20 ມີນາ.
ສາລະວັນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ສາລະວັນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ແຂວງສາລະວັນ ຈັດປາຖະກະຖາມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026), ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-22 ມີນາ 2026), ຂຶ້ນໃນວັນທີ 19 ມີນາຜ່ານມາ ຢູ່ທີ່ສະໂມສອນຂອງແຂວງ, ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງ ສະຫາຍ ສີສຸວັນ ວົງຈອມສີ ອະດີດເລຂາພັກແຂວງ ອະດີດເຈົ້າແຂວງສາລະວັນ, ມີສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງແຂວງ ເຂົ້າຮ່ວມ.
ລະນຶກ 80 ປີ ວັນນັກຮົບເສຍອົງຄະແລະ ເສຍສະລະຊີວິດເພື່ອປະເທດຊາດ

ລະນຶກ 80 ປີ ວັນນັກຮົບເສຍອົງຄະແລະ ເສຍສະລະຊີວິດເພື່ອປະເທດຊາດ

ພິທີລະນຶກ “ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ” ຄົບ ຮອບ 80 ປີ (21/03/1946-21/03/2026) ຈັດຂຶ້ນໃນວັນທີ 19 ມີນາ 2026 ຢູ່ສະໂມສອນໃຫຍ່ການເມືອງກອງທັບ ໂດຍການປາຖະກະຖາຂອງ ທ່ານ ພົອ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງກັນປະເທດ, ມີຄະນະພັກ-ຄະນະນໍາກະຊວງ ແລະ ພະ ນັກງານນັກຮົບເສຍອົງຄະຈາກ 3 ສູນ ອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
21 ມີນາ ວັນທີ່ມີຄວາມໝາຍ-ສໍາຄັນໃນປະຫວັດສາດຂອງຊາດລາວ

21 ມີນາ ວັນທີ່ມີຄວາມໝາຍ-ສໍາຄັນໃນປະຫວັດສາດຂອງຊາດລາວ

ເນື່ອງໃນໂອກາດວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026). ວັນທີ 21 ມີນາ ແມ່ນວັນໜຶ່ງທີ່ສໍາຄັນໃນປະຫວັດສາດຂອງຊາດລາວເຮົາ; ເປັນວັນທີ່ພວກ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ ເມືອງທ່າແຂກ ແລະ ພະນັກງານນັກຮົບຂອງພວກເຮົາ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາຈຶ່ງພ້ອມກັນລະນຶກວັນທີ 21 ມີນາ 1946 ເປັນວັນແຫ່ງຄວາມຄຽດແຄ້ນສັດຕູຜູ້ຮຸກຮານ.
ເມືອງປາກກະດິງ ເປີດນຳໃຊ້ສູນບໍລິການຜ່ານປະຕູດຽວ

ເມືອງປາກກະດິງ ເປີດນຳໃຊ້ສູນບໍລິການຜ່ານປະຕູດຽວ

ເປີດນຳໃຊ້ສູນບໍລິການຜ່ານປະຕູດຽວ ຂອງເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງເມືອງ, ພາຍໄຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ງານແຂ່ງຂັນທຸລະກິດກະສິກໍາໄວໜຸ່ມ ຫຼວງພະບາງ ປະຈໍາປີ 2026

ງານແຂ່ງຂັນທຸລະກິດກະສິກໍາໄວໜຸ່ມ ຫຼວງພະບາງ ປະຈໍາປີ 2026

ວັນທີ 18 ມີນາຜ່ານມານີ້ ທີ່ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ໄດ້ເປີດການແຂ່ງຂັນທຸລະກິດກະສິກໍາ ໄວໜຸ່ມ ຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ຊັງ ບອມ ລີ ຫົວໜ້າ ອົງການ ວອນເດີສາກົນ (CEO wonders within people), ທ່ານ ວົງປະສິດ ຈັນທະຄູນ ຮອງຜູ້ອໍານວຍການມະຫາວິທະຍາໄລສຸພານຸວົງ, ມີແຂກຮັບເຊີນ, ພະແນກການທີ່ກ່ຽວຂ້ອງ, ພ້ອມດ້ວຍນັກສຶກສາ ແລະ ຊາວໜຸ່ມຜູ້ປະກອບການ ເຂົ້າຮ່ວມ.
ເປີດງານວາງສະແດງສິລະປະສ້າງສັນ

ເປີດງານວາງສະແດງສິລະປະສ້າງສັນ

ສະຖາບັນວິຈິດສິນແຫ່ງຊາດ, ສະມາຄົມວິຈິສິນລາວຮ່ວມກັບ ສະມາຄົມສິລະປະສ້າງສັນ ສ ເກົາຫຼີ ໄດ້ຈັດພິທີເປີດງານວາງສະແດງສິລະປະສ້າງສັນ ຂຶ້ນໃນວັນທີ 19 ມີນານີ້ ທີ່ສະຖາບັນວິຈິດສິນແຫ່ງຊາດ, ໂດຍມີທ່ານ ຄໍາສຸກ ແກ້ວວົງຊາຍ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ, ທ່ານ ໂຊ ຟອງຊອນ ຜູ້ອຳນວຍການບໍລິຫານຂອງສິນລະປະ ສ ເກົາຫຼີ, ມີບັນດາສິລະປິນແຫ່ງຊາດ, ສິລະປິນລາວ, ສິລະປິນ ແລະ ຄູ-ອາຈານເຂົ້າຮ່ວມ.
ເພີ່ມເຕີມ