ພິທີເຊັນບົດບັນທຶກການຮ່ວມມືພັດທະນາ ແລະ ສົ່ງເສີມວຽກງານຊົນເຜົ່າ

ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການພັດທະນາ ແລະ ສົ່ງເສີມວຽກງານຊົນເຜົ່າ

ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການພັດທະນາ ແລະ ສົ່ງເສີມວຽກງານຊົນເຜົ່າ
ໃນວັນທີ 18 ກັນຍານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມີພິທີເຊັນບົດບັນທຶກການຮ່ວມມືພັດທະນາ ແລະ ສົ່ງເສີມວຽກງານຊົນເຜົ່າ ລະຫວ່າງກົມຊົນເຜົ່າ ສູນກາງແນວລາວສ້າງຊາດ ແລະ ສວນພຶກສາ ຢູ່ບ້ານດານຊີເມືອງນາຊາຍທອງນະຄອນຫຼວງວຽງຈັນ,

ຝ່າຍກົມຊົນເຜົ່າ ສນຊ ລົງນາມໂດຍທ່ານ ໄທລໍ່ ຫວາເຊັ້ງ ຄະນະປະຈໍາຫົວໜ້າກົມຊົນເຜົ່າ ສນຊ ແລະ ຝ່າຍສວນພຶກສາດ່ານຊີ ລົງນາມໂດຍທ່ານ ພູວົງ ພະມີສິດ ກໍາມະການສູນກາງແນວລາວສ້າງຊາດຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ສນຊ; ເປັນກຽດເຂົ້າຮ່ວມໂດຍທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກຮອງປະທານ ສນຊ ຜູ້ປະຈໍາການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສອງຝ່າຍໄດ້ຕົກລົງຮ່ວມມືວຽກງານໃນຫຼາຍດ້ານ ເປັນຕົ້ນແມ່ນເພີ່ມທະວີວຽກງານຊົນເຜົ່າ ໃນການໂຄສະນາສຶກສາ-ອົບຮົມບັນດາເຜົ່າທົ່ວປະເທດ ໃນການປະຕິບັດບັນດາແຜນນະໂຍບາຍຂອງພັກ-ລັດ ກ່ຽວກັບວຽກງານຊົນເຜົ່າ; ປົກປັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທໍາອັນດີງາມຂອງຊາດ; ເພື່ອເຮັດໃຫ້ສວນພຶກສາ ກາຍເປັນສູນຂໍ້ມູນຂ່າວສານຕິດພັນກັບການທ່ອງທ່ຽວວັດທະນະທໍາ, ທໍາມະຊາດ ແລະ ເປັນບ່ອນສຶກສາຮຽນຮູ້ກ່ຽວກັບເຜົ່າພັນ, ວັດທະນະທໍາ, ຮີດຄອງປະເພນີ ແລະ ບັນດາເຄື່ອງໃຊ້ - ອຸປະກອນ ທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າ, ແນໃສ່ສ້າງຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນຂອງປະຊາຊົນລາວທັງຊາດ; ເພື່ອສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ກົມຊົນເຜົ່າ ແລະ ສວນພຶກສາ ຮ່ວມກັນປັບປຸງ, ປົກປັກຮັກສາ ແລະ ພັດທະນາວຽກງານຊົນເຜົ່າໃຫ້ດີຂຶ້ນເປັນກ້າວໆ.
ໃນໂອກາດນີ້, ທ່ານ ຄໍາໄຫຼ ສີປະເສີດ ໄດ້ມີບາງຄໍາເຫັນຕໍ່ພິທີວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ຂອງມະຕິ 04/ກມສພ ແລະ ຂອງຄະນະປະຈໍາພັກກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນຂົງເຂດແນວລາວສ້າງຊາດ ສໍາລັບຄະນະທີ່ປຶກສາ ແລະ ກົມຊົນເຜົ່າ, ເພື່ອເຮັດໃຫ້ຫຼຸດຜ່ອນການເພິ່ງພາເອື່ອຍອີງງົບປະມານຂອງລັດ ແລະ ແນໃສ່ແຕ່ລະພາກສ່ວນສ້າງຄວາມເຂັ້ມແຂງດ້ວຍຕົນເອງທີ່ບໍ່ຂັດກັບລະບຽບກົດໝາຍພ້ອມກັນນີ້, ພວກເຮົາຈະພ້ອມກັນຕ້ອນຮັບຜູ້ແທນຄົນເຊື້ອຊາດລາວຢູ່ຕ່າງປະເທດທີ່ຈະມາຮ່ວມກອງປະຊຸມເດືອນພະຈິກ 2024.
(ຂ່າວ-ພາບ: ລີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເນື້ອທີ່ນາປີຂອງແຂວງຄໍາມ່ວນຖືກເສຍຫາຍຈາກນໍ້າຖ້ວມ ແລະ ສັດຕູພືດ82 ເຮັກຕາ

ເນື້ອທີ່ນາປີຂອງແຂວງຄໍາມ່ວນຖືກເສຍຫາຍຈາກນໍ້າຖ້ວມ ແລະ ສັດຕູພືດ82 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນໃຫ້ຮູ້ວ່າ: ພາຍຫຼັງທີ່ແຂວງຄໍາມ່ວນໄດ້ເກີດມີສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ແລະ ກະຈາຍໄປທົ່ວທຸກເມືອງຂອງແຂວງສົ່ງຜົນເຮັດໃຫ້ມີນໍ້າຖ້ວມຂັງພ້ອມທັງໄຫຼເຂົ້າສູ່ພື້ນທີ່ການຜະລິດຂອງປະຊາຊົນໃນລະຫວ່າງວັນທີ 1-16 ກໍລະກົດ 2025ຜ່ານມາ. ທາງຂະແໜງປູກຝັງກໍໄດ້ມີການຕິດຕາມເກັບກໍາຂໍ້ມູນເນື້ອທີ່ນາປີ ແລະ ພືດລະດູຝົນທີ່ໄດ້ຮັບຜົນກະທົບຈາກການທໍາລາຍຂອງສັດຕູພືດ (ບົ້ງ) ແລະ ນໍ້າຖ້ວມ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍໃຫ້ ການຕ້ອນຮັບຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຄຳມ່ວນ, ມີຄະນະປະຈຳພັກແຂວງ, ຜູ້ຊີ້ນຳການປັບປຸງກົງຈັກການຈັດຕັ້ງແຂວງ, ຫົວໜ້າຄະນະ ໂຄສະນາອົບຮົມແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ປ່ອຍປາ 10 ພັນໂຕ ສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ເຊກອງ ປ່ອຍປາ 10 ພັນໂຕ ສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ຮ່ວມກັບ ຄະນະພັກ-ອົງການປົກຄອງເມືອງລະມາມ ຈັດພິທີປ່ອຍປາ 10 ພັນໂຕ ຄືນສູ່ທໍາມະຊາດ ເພື່ອສະຫຼອງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ (13 ກໍລະກົດ) ຂຶ້ນໃນວັນທີ 17 ກໍລະກົດນີ້ທີ່ວັງສະຫງວນວັງຊ້າງຕົກ ບ້ານເພຍໃໝ່ ເມືອງລະມາມ ໂດຍການເຂົ້າຮ່ວມ ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເຊັນສັນຍາສໍາປະທານໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງ

ເຊັນສັນຍາສໍາປະທານໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງ

ວັນທີ​ 16​ ກໍລະກົດ​ຜ່ານມາ, ໄດ້ຈັດພິທີເຊັນສັນຍາສໍາປະທານ​ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ໃນເນື້ອທີ່ 50.4 ເຮັກຕາ ຢູ່ບ້ານໜອງ ເມືອງປາກຊ່ອງ ແຂວງຈຳປາສັກ ຂອງບໍລິສັດ ກະສິກຳ ລາວ​ - ຫວຽດ ຈຳກັດຜູ້ດຽວ, ຂຶ້ນຢູ່ໂຮງແຮມຈໍາປາສັກແກຣນ ໂດຍການເຂົ້າຮ່ວມຂອງ​ ທ່ານ​ ສົມບູນ​ ເຮືອງວົງສາ​ ຮອງເຈົ້າແຂວງ​ຈໍາປາສັກ​.​
ປກສ ມອບເງິນ 100 ລ້ານກີບ ສະໜັບສະໜູນ ສະໂມສອນດັບເບິນຢູໄອຈີ ນາຄາ

ປກສ ມອບເງິນ 100 ລ້ານກີບ ສະໜັບສະໜູນ ສະໂມສອນດັບເບິນຢູໄອຈີ ນາຄາ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ມອບເງິນສະໜັບສະໜູນ ຈຳນວນ 100 ລ້ານກີບ ໃຫ້ແກ່ນັກເຕະບານເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 13 ປີ ຂອງສະໂມສອນ ດັບເບິນຢູໄອຈີ ນາຄາ (WIG NAGA) ເຈົ້າຂອງແຊັມລາຍການ ໄອເບີ ຄັບ 2025 ເພື່ອເປັນຂວັນກຳລັງໃຈໃຫ້ນັກກິລາ ສືບຕໍ່ພັດທະນາຄວາມສາມາດຂອງຕົນເອງ ໃຫ້ມີທ່າກ້າວທີ່ພົ້ນເດັ່ນກວ່າເກົ່າ ສາມາດຮັກສາມູນເຊື້ອເຂົ້າຮ່ວມແຂ່ງຂັນຍາດໄດ້ໄຊຊະນະ ຊຶ່ງນັກກິລາ ດັບເບິນຢູໄອຈີ ນາຄາ ມີເປົ້າໝາຍຈະເຂົ້າຮ່ວມແຂ່ງຂັນລາຍການຕ່າງໆລະດັບສາກົນ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.
ແມ່ຍິງ ຫສພ ຫວນຄືນມູນເຊື້ອ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ຫສພ ຫວນຄືນມູນເຊື້ອ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 -ກໍລະກົດ 2025) ໃນວັນທີ 17 ກໍລະກົດ ນີ້ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ໃບຄູນ ສົມບັດດວງ ຄະນະພັກ ຫ້ອງວ່າການສູນກາງພັກ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ແລະ ສະຫາຍ ນາງ ສິນທະມາລາ ລານະວັນ ຄະນະພັກ ຄະນະບໍລິຫານງານ ຫົວໜ້າກົມໂຄສະນາ-ວັດທະນະທໍາ ຂອງສູນກາງສະຫະພັນແມ່ຍິງລາວ;​ ພ້ອມດ້ວຍ​ຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມຮັບຟັງ
ການແຂ່ງຂັນກິລາເປຕັງ ທົ່ວປະເທດຊີງຂັນແນວລາວສ້າງຊາດ

ການແຂ່ງຂັນກິລາເປຕັງ ທົ່ວປະເທດຊີງຂັນແນວລາວສ້າງຊາດ

ສູນກາງແນວລາວສ້າງຊາດຮ່ວມກັບສະຫະພັນເປຕັງແຫ່ງຊາດລາວ ໄດ້ເປີດການແຂ່ງຂັນກິລາເປຕັງຊີງຂັນແນວລາວສ້າງຊາດ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຂຶ້ນໃນວັນທີ 16 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ມີບັນດາການນໍາພັກ-ລັດ, ຄະນະນໍາ ຄູຝຶກ ແລະ ນັກກິລາ ຈາກບັນດາແຂວງ, ນະຄອນຫຼວງ, ກະຊວງ, ອົງການທຽບເທົ່າ ເຂົ້າຮ່ວມ.
ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ

ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ຈັດກອງປະຊຸມສຳມະນາວິທະຍາສາດ ລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ທີ່ປຶກສາສະພາທິດສະດີສູນກາງພັກ ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ມີບັນດາທ່ານການນຳພັກ - ລັດ, ບັນດາທ່ານຄະນະທີ່ປຶກສາຂອງສູນກາງແນວລາວສ້າງ, ຄະນະປະຈໍາສະພາທິດສະດີສູນກາງພັກ ແລະ ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ ຊຶ່ງກອງປະຊຸມ ໄດ້ຈັດຂຶ້ນ ໃນວັນທີ 16 ກໍລະກົດ ຜ່ານມາທີ່ຄະນະໂຄສະນາອົບຮົມສູນກາງພັກ.
ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ການນໍາເມືອງອຸທຸມພອນປະເມີນຄືນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ການນໍາເມືອງອຸທຸມພອນປະເມີນຄືນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ

ໃນວັນທີ 16 ກໍລະກົດຜ່ານມາ ທີ່ສະໂມສອນເມືອງອຸທຸມພອນ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ,ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມພະນັກງານການນໍາເມືອງອຸທຸມພອນເພື່ອຮັບຟັງການລາຍງານ ກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ
ແຂວງວຽງຈັນຈັດກິດຈະກຳຍ່າງ ແລະ ເຕັ້ນແອໂລບິກເພຶ່ອສຸຂະພາບ

ແຂວງວຽງຈັນຈັດກິດຈະກຳຍ່າງ ແລະ ເຕັ້ນແອໂລບິກເພຶ່ອສຸຂະພາບ

ຕອນເຊົ້າຂອງວັນທີ 17 ກໍລະກົດນີ້, ແຂວງວຽງຈັນ ໄດ້ຈັດກິດຈະກໍາຍ່າງ ແລະ ເຕັ້ນແອໂລບິກ ອອກກຳລັງກາຍເພຶ່ອສຸຂະພາບ ຊົມເຊີຍວັນກິລາ-ກາຍະກໍາແຫ່ງຊາດ ຄົບຮອບ 59 ປີ ຊຶ່ງກົງກັບວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ) ເປັນກຽດເຂົ້າຮ່ວມມີບັນດາທ່ານຮອງເຈົ້າແຂວງວຽງຈັນ, ທ່ານປະທານສະພາປະຊາຊົນແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ພະນັກງານ, ຫ້ອງການຂັ້ນເມືອງ, ພ້ອມດ້ວຍມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນ.
ເພີ່ມເຕີມ