ບໍລິສັດ ທະເວວ ພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ ຮ່ວມກັບ ບໍລິສັດ ໄທຣີ ບາເທັກ ໄດ້ເຊັນສັນຍາ ຮ່ວມທຶນ ສ້າງຕັ້ງໂຮງງານຜະລິດ ແລະ ຈຳໜ່າຍໄຟເບີຣີບາ (GFRP) ໃນ ສປປ ລາວ
GFRP ຫຼື Glass Fiber Reinforced Polymer ໂພລິເມີເສີມເສັ້ນໄຍແກ້ວ ຫຼື ພລາສຕິກເສີມ ເສັ້ນໄຍແກ້ວ ເປັນ ວັດສະດຸຄອມໂພສິດ ທີ່ມີນໍ້າໜັກເບົາ ບໍ່ເຂົ້າໝ້ຽງ ທົນທານໃນການກັດກ່ອນ (ຜຸຜຸ່ຍ) ໄດ້ດີ ຊຶ່ງສາມາດໃຊ້ຮ່ວມກັບເຫຼັກເສັ້ນ ໃນວຽກງານກໍ່ສ້າງແບບຄົບວົງຈອນ ສາມາດນໍາໃຊ້ເຂົ້າໃນ ອຸດສາຫະກຳຫຼາຍຂະແໜງ ເຊັ່ນ: ໂຄງສ້າງວຽກກະສິກຳ-ເຮືອນຮົ່ມ, ເສັ້ນທາງຄົມມະນາຄົມ, ຂົວ ແລະ ໂຄງສ້າງສາທາລະນຸປະໂພກ, ສະຖານີ EMI ແລະ FRI, ບໍ່ບຳບັດນໍ້າເສຍ, ເຂື່ອນ, ໂຄງສ້າງພື້ນ, ອຸໂມງ, ກັນເຈື່ອນ ແລະ ການກໍ່ສ້າງອື່ນໆ.
ສໍາລັບການນໍາໃຊ້ ເມື່ອທຽບກັບວັດສະດຸແບບດັ້ງເດີມ ຄວາມແຂງແຮງ ແລະ ຄວາມຕ້ານທານການກັດກ່ອນ (ຜຸຜຸ່ຍ) ຂອງ GFRP ເຮັດໃຫ້ມັນມີປະສິດທິພາບດ້ານຕົ້ນທຶນໃນໄລຍະຍາວ, ຜົນກະທົບຕໍ່ສິ່ງແວດລ້ອມ ຍ້ອນວ່າມີຂະບວນການຜະລິດທີ່ໄດ້ຮັບການຮັບຮອງທີ່ເປັນມິດກັບສິ່ງແວດລ້ອມ. GFRP ຈຶ່ງສາມາດນໍາມາຣີໄຊເຄີນໄດ້ ແລະ ຊ່ວຍປັບປຸງປະສິດທິພາບພະລັງງານໃນການຂົນສົ່ງ/ການກໍ່ສ້າງ.
ພິທີລົງນາມ ໄດ້ຈັດຂຶ້ນໃນວັນທີ 27 ມິຖຸນາຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມໃນສັນຍາ ໂດຍ ປະທານ ບໍລິສັດທະເວວ ພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ ແລະ ປະທານບໍລິສັດ ໄທຣີ ບາເທັກ.
(ຂ່າວ: ແສງຈັນ)
ຄໍາເຫັນ