ເມືອງລອງ ແຂວງຫຼວງນໍ້າທາ ເປີດປີທ່ອງທ່ຽວລາວ ປີ 2024 ຕິດພັນກັບເທດສະການທ່ອງທ່ຽວບຸນປາງເມືອງ ຄັ້ງທີ X ຂຶ້ນຫວ່າງບໍ່ດົນມານີ້ໂດຍມີ ທ່ານ ຄຳຟອງ ອິນມະນີ ປະທານສະພາປະຊາຊົນແຂວງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ III, ທ່ານ ຄຳເພັດ ຈັນທະວົງ ເຈົ້າເມືອງໆລອງ ພ້ອມດ້ວຍພໍ່ແມ່ປະຊາຊົນ 4 ບ້ານພາຍໃນເທດສະບານເມືອງ ເຂົ້າຮ່ວມ.
ທ່ານ ນາງ ຈັນຄຳ ທໍຄຳເໝົາ ຮອງເຈົ້າເມືອງໆລອງຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ໄດ້ລາຍງານກ່ຽວກັບການຫ້າງຫາກະກຽມຈັດປີທ່ອງທ່ຽວລາວ ປີ 2024 ຕິດພັນກັບເທດສະການທ່ອງທ່ຽວບຸນປາງເມືອງຄັ້ງທີ X ການເປີດປີທ່ອງທ່ຽວລາວຂອງເມືອງລອງໃນຄັ້ງນີ້ ຊຶ່ງເປັນຄັ້ງທີ 2 ໂດຍລັດຖະບານ ໄດ້ຖືເອົາການເປີດປີທ່ອງທ່ຽວລາວເປັນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ, ສະແດງໃຫ້ເຫັນບັນດາທ່າແຮງແຫຼ່ງທ່ອງທ່ຽວທາງດ້ານຕ່າງໆເຊັ່ນ: ທາງປະຫັວດສາດ, ທຳມະຊາດ, ຮີດຄອງປະເພນີ, ວິຖີຊີວິດ ແລະ ວັດທະນາທຳຂອງປະຊາຊົນບັນດາເຜົ່າ, ທັງເປັນການໂຄສະນາການທ່ອງທ່ຽວຢ່າງກວ້າງຂວາງ, ການພັດທະນາຮອບດ້ານ ເຊື່ອມໂຍງເຂົ້າທຸກຂະແໜງການໃນການພັດທະນາເສດຖະກິດ-ສັງຄົມ,ມີຊັບພະຍາກອນທີ່ອຸດົມສົມບູນ,ສະພາບອາກາດເອື້ອອຳນວຍຊຶ່ງເໝາະສົມແກ່ການຜະລິດກະສິກຳ, ການປູກ, ການລ້ຽງ, ການທ່ອງທ່ຽວ, ປະຊາຊົນມີມູນເຊື້ອດຸໝັ່ນ ແລະ ຮັກສາໄດ້ຮີດຄອງປະເພນີ ວັດທະນະທຳຂອງແຕ່ລະເຜົ່າ.
ໂອກາດນີ້, ທ່ານ ຄໍາຟອງ ອິນມານີ ພ້ອມດ້ວຍຄະນໍາຂອງເມືອງ ໄດ້ຕັດແຖບຜ້າ ລັ່ນຄ້ອງ 9 ບາດ ເພື່ອເປີດປີທ່ອງທ່ຽວ 2024, ໄດ້ທ່ຽວຊົມກິດຈະກໍາຕ່າງໆຢູ່ພາຍໃນເທດສະການບຸນປາງເມືອງເຊັ່ນ: ຖໍ້າ, ທໍາມະຊາດອັນງົດງາມ, ພິທີກໍາທາງສາສະໜາ ແລະ ການວາງສະແດງສິນຄ້າປະເພດຕ່າງໆ. ພ້ອມນີ້, ພາຍໃນງານ ຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີບັນດາເຜົ່າ ແລະ ມອບລາງວັນການແຂ່ງຂັນກິລາພື້ນບ້ານ ທີ່ໄດ້ແຂ່ງຂັນໃນວັນທີ 10 ກຸມພາ ຜ່ານມາ ຕື່ມອີກ.   
ຂ່າວ-ພາບ: ຈັນສຸກ ຜົນປະເສີດ