ເມື່ອບໍ່ດົນຜ່ານມາ, ວັດໂພສີວະນາຣາມ ບ້ານໜອງຈົວ ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລື ການກະກຽມຈັດພິທີປະກາດ ວັດບ້ານໜອງຈົວ ເປັນສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ ໃນນີ້ ,ໂດຍມີທ່ານ ຄໍາຫວັນ ສີສະໝຸດ, ຮອງເຈົ້າເມືອງເລົ່າງາມ, ຜູ້ຊີ້ນໍາວຽກງານວັດທະນະທໍາ - ສັງຄົມ, ພະອາຈານ ມະຫາ ສີປະເສີດ ໄຊຍະປັນຍາ, ກໍາມະການສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ), ຮອງເຈົ້າຄະນະແຂວງສາລະວັນ, ເຈົ້າຄະນະ ອພສ ເມືອງເລົ່າງາມ, ທ່ານ ສຸລິຈັນ ບຸບຜາດີ, ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ມີິກໍາມະການພັກເມືອງ, ເຈົ້າອະທິການວັດໜອງຈົວ ຫ້ອງການທີ່ກ່ຽວຂ້ອງ,ພະນັກງານກໍ່ສ້າງຮາກຖານຂັ້ນແຂວງ, ອໍານາດການປົກຄອງບ້ານ ໜອງຈົວ ໃນ 9 ຂະແໜງການ ໜ່ວຍງານເຂົ້າຮ່ວມ
ກອງປະຊຸມໄດ້ຮັບຟັງການປະກອບຄໍາຄິດເຫັນປຶກສາຫາລື ໃນການກຽມຄວາມພ້ອມ ຫ້າງຫາກະກຽມທາງດ້ານຂໍ້ມູນ, ນິຕິກໍາ, ເອກະສານ,ປື້ມຄູ່ມືທີ່ກ່ຽວຂ້ອງ, ດ້ານເນື້ອໃນໃຫ້ຄົບຖ້ວນ ແລະ ທັນເວລາ, ເຊັ່ນ ຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາ, ຄະນະຮັບຜິດຊອບຈັດງານ, ບົດກ່າວເປີດ - ກ່າວປີດ, ວາລະການຈັດງານ, ແລະ ກໍານົດວັນເວລາໃຫ້ລະອຽດຊັດເຈນ, ແຕ່ງ
ຕັ້ງອະນຸກໍາການຕ່າງໆ ແລະ ແບ່ງຄວາມຮັບຜິດຊອບ ລະຫວ່າງຂັ້ນເມືອງ, ພະສົງ, ອໍນາດການປົກຄອງບ້ານ ການປະດັບປະດາຕົບແຕ່ງເອ້ຍ້ອງ ຕິດປ້າຍ ຍາຍຄໍາຂວັນຕາມຈຸດທີ່ໄດ້ກໍານົດໄວ້ ແລະການສ້າງຂະບວນການອອກແຮງງານລວມ ອະນາໄມເຮືອນຊານ, ຕາມສອງຂອບທາງ ການປັບປຸງ,ຈັດສັນອາຄານສະຖານທີ່ບ່ອນຈອດລົດ, ຈັດສັນຮ້ານຂາຍເຄື່ອງຕ່າງໆ, ຮ້ານອາຫານ ແລະ ເຮັດຮົ້ວອອ້ມເຮືອນເພື່ອຮັບປະກັນໃຫ້ມີຄວາມສະຫງົບ, ປອດໄຟ ແລະ ຄວາມເປັນລະບຽບຮຽບຮ້ອຍ, ສະອາດ ຈົບງາມ. ມອບໃຫ້ຫ້ອງການ ຖວທ ເມືອງ ສືບຕໍ່ຄົ້ນຄວ້າ ແລະ ນໍາສະເໜີ ຄະນະປະຈໍາພັກເມືອງ ອອກຂໍ້ຕົກລົງ ຮັບຮອງວັດໂພສີວະນາຣາມບ້ານໜອງ ເປັນແຫຼ່ງທ່ອງທ່ຽວ ທາງດ້ານວັດທະນະທໍາ, ສ້າງປ້າຍຊີ້ບອກ, ປ້າຍໂຄສະນາຕິດປ້າຍ ຍາຍຄໍາຂວັນ ມອບໃຫ້ອໍານາດປົກຄອງບ້ານ ແລະ ຫ້ອງການ ຖວທເມືອງປະສານສົມທົບກັນຢ່າງກົມກຽວໂດຍສະເພາະທາງດ້ານເນື້ອໃນ, ຮູບແບບ, ຂະໜາດ ແລະ ສີສັນ ຂອງປ້າຍ ໃຫ້ຖືກຕ້ອງສອດຄ່ອງ ກັບກົດໝາຍ ວ່າດ້ວຍປ້າຍ ໃນການຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດ.
ສຳລັບ ພິທີການປະກາດ ວັດໂພສີວະນາຣາມ ເປັນສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ ມີກິດຈະກໍາດັ່ງນີ້ການສວດມົນຕັກບາດຍາດນໍ້າ, ໃຫ້ອາຫານປາ,ການເດີນທ່ຽວຊົມໄຫວ້ພະອົງໃຫຍ່ປາງປະທານພອນ, ແລະ ໄຫວ້ພະຕາມຈຸດຕ່າງໆ ພາຍໃນວັດບ້ານໜອງຈົວ. ຄາດວ່າພິທີປະກາດ ຈະໄດ້ຈັດຂຶ້ນໃນ ທ້າຍເດືອນມີນາ ປີ 2024.
( ຂ່າວ - ພາບ, ພອນໄຊ ແກ້ວມະນີ )