ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ໂຈເຊ ຣາໂມສ ອໍຕ້າປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລັດສະເຕ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນລະຫວ່າງວັນທີ 27 ກຸມພາ-2 ມີນາ 2024, ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລັດສະເຕ.
ໃນຕອນເຊົ້າຂອງວັນທີ 29 ກຸມພາ 2024, ຄະນະທາງການຂອງ ຕີມໍ-ເລັດສະເຕ ໄດ້ເຂົ້າຮ່ວມພິທີວາງພວງມາລາ ທີ່ ອະນຸສາວະລີນັກຮົບນິລະນາມ ແລະ ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການຊຶ່ງໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ຫໍສະພາແຫ່ງຊາດລາວ, ໃຫ້ກຽດຕ້ອນຮັບອັນອົບອຸ່ນ ໂດຍ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກຝ່າຍລາວ. ຫຼັງຈາກນັ້ນ ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ຊຶ່ງຝ່າຍລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມລັດຖະກິດຂອງຄະນະຜູ້ແທນຂັ້ນສູງ ຕີມໍ-ເລັດສະເຕ ຄັ້ງນີ້ ແມ່ນການຢ້ຽມຢາມຄັ້ງທຳອິດໃນລະດັບປະມຸກລັດ ຊຶ່ງໄດ້ເປັນຂີດໝາຍປະຫວັດສາດອັນສຳຄັນອີກບາດກ້າວໜຶ່ງໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫຼອດ 20  ກ່ວາປີທີ່ຜ່ານມາ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ຕີມໍ-ເລັດສະເຕໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະການຮັກສາບັນຍາກາດການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຢ່າງເປັນປົກກະຕິ ແລະ ການຮ່ວມມືໃນຂົງເຂດອື່ນໆ. ພ້ອມທັງໄດ້ເປັນການສະໜັບສະໜູນສປປ ລາວ ຢ່າງຕັ້ງໜ້າ ສໍາລັບການເປັນປະທານອາຊຽນ 2024.
ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕີມໍ-ເລັດສະເຕ ທີ່ໄດ້ຮັບການຮັບຮອງເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO) ປະເທດທີ 166 ໃນວັນທີ 26 ກຸມພາ 2024 ທີ່ຜ່ານມາ ຢູ່ ສະຫະນະຄອນ ອາຣັບ ເອມິເຣດ (UAE) ແລະ ສະແດງຄວາມຫວັງວ່າ ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ສປປ ລາວ ແລະ ສປ ຕີມໍ-ເລັດສະເຕ ຈະໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສົ່ງເສີມການຮ່ວມມືດ້ານການຄ້າສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລັດສະເຕ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ. 
ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມຂອງສອງປະເທດ ໂດຍສະເພາະການຮ່ວມມືດ້ານການເມືອງໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໄດ້ມີການແລກປ່ຽນການຢ້ຽມຢາມຂອງຜູ້ນໍາຂັ້ນສູງຂອງສອງປະເທດເປັນແຕ່ລະໄລຍະ ແລະ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືດ້ານການເມືອງຂອງສອງປະເທດ ໄປຄຽງຄູ່ກັບ ການພັດທະນາການຮ່ວມມື ໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງ, ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄືການຄ້າສອງຝ່າຍ, ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ. ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສ້າງຕັ້ງຄະນະກໍາມະການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ(JCBC) ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລັດສະເຕ ເພື່ອເປັນກົນໄກໃນການສົ່ງເສີມການຮ່ວມມື ກໍຄືການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງຂອງສອງລັດຖະບານ ລາວ ແລະ ຕີມໍ-ເລັດສະເຕ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນໃນຕໍ່ໜ້າ.
ພະນະທ່ານ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນທັດສະນະຂອງ ສປປ ລາວ ໃນການສະໜັບສະໜູນ ແລະ ແລກປ່ຽນບົດຮຽນຂອງ ສປປ ລາວ ໃຫ້ແກ່ ສປ ຕີມໍ-ເລັດສະເຕ ໃນການກະກຽມເຂົ້າເປັນສະມາຊິກສົມບູນຂອງອາຊຽນ ພາຍໃນປີ 2025 ທີ່ຈະມາເຖິງນີ້ຊຶ່ງ ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ ໄດ້ສະແດງຄວາມຂອບໃຈ ພ້ອມທັງໄດ້ຢືນຢັນຄືນທັດສະນະຂອງ ສປ ຕີມໍ-ເລັດສະເຕ ໃນການສືບຕໍ່ສະໜັບສະໜູນການເປັນປະທານອາຊຽນ 2024 ຂອງ ສປປ ລາວ ໃຫ້ສໍາເລັດຜົນຕາມຄາດໝາຍ, ລວມທັງໄດ້ຢືນຢັນຄືນການເຄົາລົບຄວາມເປັນເອກະສັນ (Consensus) ແລະ ຄວາມເປັນແກນກາງ (Centrality) ຂອງອາຊຽນ, ລວມທັງ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນທີ່ໄດ້ຕົກລົງເຫັນດີຮ່ວມກັນໃນໄລຍະຜ່ານມາ. ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນຈໍານວນໜຶ່ງ, ລວມທັງໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາຂອງຂອບການຮ່ວມມືອາຊຽນໃນຕໍ່ໜ້າ.
ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ ໄດ້ສະແດງຄວາມຂອບໃຈມາຍັງ ພະນະທ່ານທອງລຸນ ສີສຸລິດ ກໍຄືລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ ສປປ ລາວ ຍາດມາໄດ້ໃນໄລຍະຜ່ານມາໃນການພັດທະນາ ແລະ ສ້າງສາປະເທດຊາດ, ການເມືອງມີຄວາມສະຖຽນລະພາບ ແລະ ສັງຄົມມີຄວາມສະຫງົບ.
ພາຍຫຼັງການພົບປະສອງຝ່າຍດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ແລະ ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານແລກປ່ຽນ 2 ເອກະສານ ຄື: ສັນຍາ ວ່າດ້ວຍ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລັດສະເຕ, ເພື່ອປັບປຸງສັນຍາທີ່ໄດ້ຮັບການລົງນາມໃນປີ 2013 ຊຶ່ງໄດ້ຮັບການລົງນາມໂດຍ ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Bendito dos Santos Freitasລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສປ ຕີມໍ-ເລັດສະເຕ; ແລະ ໜັງສືສະແດງເຈດຈໍານົງ (Letters Of Intent) ໃນການແລກປ່ຽນທີ່ດິນສໍາລັບສະຖານທູດຂອງສອງປະເທດ ສປປ ລາວ ແລະ ສປ ຕີມໍ-ເລັດສະເຕ ໃນຕໍ່ໜ້າ ຊຶ່ງໄດ້ຮັບການລົງນາມໂດຍ ທ່ານ ຄໍາເຟື້ອງ ພັນທະໄຊເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຕີມໍ-ເລັດສະເຕ ແລະ ທ່ານ ຟິໂລເມໂນ ອາເລໂຊ ດາ ຄຸດຊ໌ເອກອັກຄະລັດຖະທູດ ແຫ່ງ ສປ ຕີມໍ-ເລັດສະເຕ ປະຈໍາ ສປປ ລາວ.
ໃນໄລຍະການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ, ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ ມີແຜນການພົບປະກັບ ພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຢ້ຽມຢາມມະຫາວິທະຍາໄລແຫ່ງຊາດລາວ ເພື່ອຂຶ້ນກ່າວປາຖະກະຖາ ກ່ຽວກັບທິດທາງໃນການສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ສປ ຕີມໍ-ເລັດສະເຕ ແລະ ສປປ ລາວ ໃນຕໍ່ໜ້າ ໃຫ້ແກ່ນັກສຶກສາ ແລະ ພາກທຸລະກິດຂອງລາວ, ຢ້ຽມຢາມເຂດພັດທະນາໄຊເສດຖາກວມລວມ, ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ, ສະຖານທີ່ທາງວັດທະນະທໍາ ແລະ ທ່ອງທ່ຽວຂອງລາວຈໍານວນໜຶ່ງ. 
(ຂ່າວ: ກົມ ອປອ, ກະຊວງການຕ່າງປະເທດ)