ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົສຕຣາລີ ຄົບຮອບ 50 ປີ ຮ່ວມກັບ ທ່ານ ແອນໂຕນີ ອານບານີຊີ(Anthony Albanese)ນາຍົກລັດຖະມົນຕີ ອົສຕຣາລີ ຈັດຂຶ້ນໃນວັນທີ 6 ມີນາ ນີ້ ທີ່ ເມວເບີນ ອົສຕຣາລີ. 
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ອົສຕຣາລີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອົສຕຣາລີ ຕະຫຼອດໄລຍະ 50 ປີ ຜ່ານມາ ຊຶ່ງໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ແລະ ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2021. ການຮ່ວມມືທີ່ມີໝາກຜົນດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງປະຊາຄົມອາຊຽນ ກໍຄືການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ພ້ອມນີ້,ກອງປະຊຸມ ໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ດ້ານການຄ້າ-ການລົງທຶນ, ການຫັນປ່ຽນທາງດ້ານດີຈີຕອນ, ຄວາມໝັ້ນຄົງທາງດ້ານພະລັງງານ, ການປ່ຽນແປງດິນຟ້າອາກາດ,ການສ້າງຂີດຄວາມສາມາດໃຫ້ແກ່ຜູ້ນໍາໜຸ່ມນ້ອຍ ແລະ ອື່ນໆ, ພ້ອມທັງສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ລິເລີ່ມອົສຕຣາລີ ເພື່ອອາຊຽນ (Aus4ASEAN Initiative). ພ້ອມນີ້, ບັນດາຜູ້ນໍາອາຊຽນ ແລະ ອົສຕຣາລີຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີິ່ມີຄວາມສົນໃຈຮ່ວມກັນ.
ພ້ອມດຽວກັນນີ້, ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ການປະກາດບັນດາຂໍ້ລິເລີ່ມໃໝ່ຂອງອົສຕຣາລີ ເຊັ່່ນ: 1). ການສ້າງຕັ້ງສູນອາຊຽນ-ອົສຕຣາລີ ແລະ 2). ການສະໜອງທຶນການສຶກສາລະດັບປະລິນຍາໂທຈໍານວນ 55 ທຶນ ພາຍໃຕ້ໂຄງການທຶນການສຶກສາອົສຕຣາລີເພື່ອອາຊຽນ  ແລະ 55 ທຶນ ພາຍໃຕ້ໂຄງການທຶນການສຶກສາອົສຕຣາລີເພື່ອອາຊຽນ ເພື່ອສຶກສາຄົ້ນຄວ້າໃນຫົວຂໍ້ທີ່ເປັນຂົງເຂດບຸລິມະສິດຂອງແນວຄວາມຄິດອາຊຽນ ວ່າດ້ວຍອິນໂດ-ປາຊີຟິກ.ພິເສດ, ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ອົສຕຣາລີ ໄດ້ຮັບຮອງເອົາ 2 ເອກະສານຜົນກອງປະຊຸມ ຄື: 1.) ຖະແຫຼງການວິໄສທັດຜູ້ນໍາອາຊຽນ-ອົສຕຣາລີ ວ່າດ້ວຍຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ ແລະ ຖະແຫຼງການເມວເບີນ ວ່າດ້ວຍການຮ່ວມມືເພື່ອອະນາຄົດ ເພື່ອເປັນທິດທາງໃຫ້ແກ່ການເສີມຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ອົສຕຣາລີ ໃນຕໍ່ໜ້າ. 
    ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຊຸກຍູ້ໃຫ້ອາຊຽນ ແລະ ອົສຕຣາລີ ຮັດແໜ້ນການພົວພັນຮ່ວມມື ໂດຍສະເພາະດ້ານການເຊື່ອມໂຍງ-ເຊື່ອມຈອດ ພາກພື້ນ ແລະ ສາກົນ,ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການສົ່ງເສີມການຄ້າ-ການລົງທຶນ, ພະລັງງານສະອາດ, ການປ່ຽນແປງດິນຟ້າອາກາດ, ການພັດທະນາຂີດຄວາມສາມາດຂອງຊາວໜຸ່ມ,ການສືບຕໍ່ໂຄງການຝຶກອົບຮົມວິຊາຊີບ ໃນໄລຍະສັ້ນ ແລະ ໄລຍະຍາວ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງຕໍ່ກອງປະຊຸມຊາບກ່ຽວກັບບຸລິມະສິດໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”,ພ້ອມທັງໃຫ້ຄວາມໝາຍໝັ້ນຈະສືບຕໍ່ເຮັດວຽກກັບບັນດາປະເທດສະມາຊິກອາຊຽນ ແລະ ອົສຕຣາລີໃນການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດສະໄໝພິເສດຄັ້ງນີ້ ໃຫ້ເປັນຮູບປະທໍາ ແນໃສ່ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ອົສຕຣາລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນແລະ ນໍາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນຂອງສອງພາກພື້ນ.
    ສປປ ລາວ ເປັນປະເທດປະສານງານການພົວພັນອາຊຽນ-ອົສຕຣາລີ 2021-2024.
ຂ່າວ-ພາບ: ກະຊວງການຕ່າງປະເທດ