ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ແອນໂທນີ ອານບານີຊີ(Anthony Albanese)ນາຍົກລັດຖະມົນຕີແຫ່ງ ອົສຕຣາລີ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ອົສຕຣາລີ ຢ່າງເປັນທາງການ, ໃນລະຫວ່າງວັນທີ 4-7 ມີນາ 2024,ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົສຕຣາລີ ໃຫ້ນັບມື້ໄດ້ຮັບການພັດທະນາຂຶ້ນສູ່ບາດກ້າວອັນໃໝ່.
ໃນຕອນເຊົ້າຂອງວັນທີ 6 ມີນາ ນີ້ ທີ່ ຫ້ອງວ່າການລັດວິກຕໍເຣຍ ໄດ້ຈັດພິທີຕ້ອນຮັບຢ່າງເປັນທາງການ ໃຫ້ກຽດຕ້ອນຮັບອັນອົບອຸ່ນໂດຍ ທ່ານ ແອນໂທນີ ອານບານີຊີນາຍົກລັດຖະມົນຕີແຫ່ງ ອົສຕຣາລີ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ. ຫຼັງສຳເລັດພິທີຕ້ອນຮັບທາງການ ສອງຝ່າຍ ໄດ້ເຂົ້າຮ່ວມກອງປະຊຸມພົບປະຢ່າງເປັນທາງການ, ກອງປະຊຸມພົບປະສອງຝ່າຍຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ຊຶ່ງສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ໂດຍເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ ແລະ ອົສຕຣາລີ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 72 ປີຜ່ານມາ. ພ້ອມນີ້, ສອງຝ່າຍ ເຫັນດີເພີ່ມທະວີຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສະເພາະການຮ່ວມມືໃນຂະແໜງການທີ່ລາວມີທ່າແຮງ ເຊັ່ນ: ກະສິກຳປຸງແຕ່ງ, ພະລັງງານສະອາດ ແລະ ການບໍລິການທ່ອງທ່ຽວ.ຝ່າຍອົສຕຣາລີ ຍິນດີສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະການສະໜອງທຶນການສຶກສາໄລຍະສັ້ນ ແລະ ຍາວ. ນອກນັ້ນ,ລັດຖະບານ ອົສຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນຂະແໜງສາທາລະນະສຸກ ໂດຍສະເພາະແມ່ນການຊ່ວຍຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານຂອງລາວ ຊຶ່ງໃນມໍ່ໆນີ້ ກໍຈະມີໂຄງການຮ່ວມມື ສປປ ລາວ ແລະ ອົສຕຣາລີ ໃນວຽກງານຄວບຄຸມພະຍາດໄຂ້ຍຸງ-ໄຂ້ມາຣາເລຍ ຢູ່ ສປປ ລາວ ໂດຍຈະໄດ້ນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີຂອງ ມະຫາວິທະຍາໄລ Monash ຂອງອົສຕຣາລີ. ພ້ອມດຽວກັນນີ້, ສອງຝ່າຍ ເຫັນດີສືບຕໍ່ການຮ່ວມມືດ້ານການເຊື່ອມໂຍງເຊື່ອມຈອດໃຫ້ກວ້າງຂວາງຍິ່ງຂຶ້ນ ຊຶ່ງໃນປີ 2024 ນີ້ ສອງຝ່າຍ ຈະໄດ້ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ການນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1. ສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົສຕຣາລີ (Laos – Australia Friendship Association) ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ລັດຖະບານ ອົສຕຣາລີ ຊຶ່ງເຫັນວ່າຈະເປັນຂົວຕໍ່ສຳຄັນໃນການສົ່ງເສີມການພົວພັນລະຫວ່າງປະຊາຊົນຂອງສອງຊາດ ກໍຄື ການຊຸກຍູ້ຂະແໜງການທ່ອງທ່ຽວຂອງສອງປະເທດ. ພ້ອມກັນນີ້, ສອງຝ່າຍ ກໍເຫັນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ອາຊຽນ, ສປຊ, ໂດຍສະເພາະແນໃສ່ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົສຕຣາລີ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ກໍຄື ປະຊາຊົນ ອົສຕຣາລີ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ໂດຍສະເພາະການຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ນີ້, ສະແດງຄວາມຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຕື່ມອີກໃນຕໍ່ໜ້າ, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສປປ ລາວ - ອົສຕຣາລີ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ຈະເລີນງອກງາມຍິ່ງຂຶ້ນ.ຫຼັງຈາກນັ້ນ, ກໍໄດ້ຮ່ວມກັນລົງນາມເອກະສານການຍົກລະດັບການພົວພັນຮ່ວມມືຂຶ້ນເປັນ“ຄູ່ຮ່ວມມືຮອບດ້ານ” ລາວ-ອົສຕຣາລີ, ໂດຍມີເອກະສານ 2 ສະບັບ ຄື: 1.) ຖະແຫຼງການຮ່ວມ ແລະ 2.) ແຜນຈັດຕັ້ງປະຕິບັດຮ່ວມ. 
ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບກຸ່ມບໍລິສັດ Linfox Logistic ທີ່ໄດ້ມາລົງທຶນຢູ່ ສປປ ລາວ ໃນ 2019 ຜ່ານມາ ເພື່ອປຶກສາຫາລືເຖິງການຂະຫຍາຍການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ກໍໄດ້ໄປຢ້ຽມຢາມ ມະຫາວິທະຍາໄລ Monash University (ຢ້ຽມຢາມສູນຄົ້ນຄວ້າໄຂ້ຍຸງ) ທີ່ມີການຮ່ວມມືກັບຂະແໜງການສາທາລະນະສຸກ ຂອງ ສປປ ລາວ ແລະ ໄດ້ໄປພົບປະໂອ້ລົມນັກສຶກສາລາວ ທີ່ພວມສຶກສາຢູ່ນະຄອນເມວເບິນ.
ຂ່າວ: ກະຊວງການຕ່າງປະເທດ