ໂດຍ: ຍຸພິນທອງ
ເນື່ອງໃນໂອກາດ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 114 ປີ (8 ມີນາ 1910 – 8 ມີນາ 2024)ທີ່ມາເຖິງນີ້ ທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມ ປະຊາຊົນ ໃນວັນທີ 6 ມີນາ 2024 ທີ່ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ  ໃຫ້ຮູ້ເຖິງຄວາມເປັນມາ ແລະ ຄວາມໝາຍສໍາຄັນຂອງວັນແມ່ຍິງສາກົນວ່າ:  ວັນທີ 8 ມີນາ ຕໍ່ກັບເອື້ອຍນ້ອງແມ່ຍິງສາກົນ ກໍຄືແມ່ຍິງລາວ ຊຶ່ງແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງ ຊາວຜູ້ອອກແຮງງານໃນທົ່ວໂລກ,ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນຊຶ່ງແມ່ນເຈົ້າຂອງໂຮງຈັກ, ໂຮງງານຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ ຂະບວນການຕໍ່ສູ້ຂອງເອື້ອຍນ້ອງແມ່ຍິງໄດ້ເລີ່ມ ຈາກວັນທີ 8 ມີນາ 1899 ຈົນມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີຣົບ. ສໍາລັບ ສປປ ລາວ ລັດຖະບານໄດ້ມີແນວທາງນະໂຍບາຍຕໍ່ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ຊຶ່ງໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍຕ່າງໆ ຈຶ່ງເຫັນໄດ້ວ່າແມ່ຍິງລາວໄດ້ຮັບສິດສະເໝີພາບ ຄຽງບ່າຄຽງໄລ່ກັບເພດຊາຍ ເຮັດໃຫ້ບົດບາດຂອງແມ່ຍິງລາວ ນັບມື້ສູງເດັ່ນໃນເວທີສາກົນ.  
ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບບົດບາດຂອງແມ່ຍິງໃນຂະແໜງການທ່ອງທ່ຽວ ໃນພາລະກິດປົກປັກສັກສາ ແລະ ພັດທະນາປະເທດຊາດ ເອື້ອຍນ້ອງແມ່ຍິງ ທີ່ສັງກັດຢູ່ບັນດາກົມໃນຂະແໜງການທ່ອງທ່ຽວລ້ວນແຕ່ໄດ້ຮັບມອບໝາຍພາລະບົດບາດໜ້າທີ່ສໍາຄັນຈາກພັກ ແລະ ລັດຖະບານ, ມີເອື້ອຍນ້ອງຈາກຂະ
ແໜງການທ່ອງທ່ຽວ ຫຼາຍຄົນເປັນນັກສໍາຫຼວດ, ເປັນນັກວາງແຜນ ແລະ ທັງເປັນນັກພັດທະນາ ຊຶ່ງພວກເຂົາເຫຼົ່ານັ້ນ ສາມາດປີນພູຫຼາຍໜ່ວຍພາຍໃນມື້ດຽວ ຄືກັນກັບເພດຊາຍ ເພື່ອໄປສໍາຫຼວດເສັ້ນທາງທ່ອງທ່ຽວ,ສ່ວນເອື້ອຍນ້ອງແມ່ຍິງກົມໂຄສະນາການທ່ອງທ່ຽວຫຼາຍຄົນສາມາດເຮັດໜ້າທີ່ໂຄສະນາ ໃນຕະຫຼາດທ່ອງທ່ຽວສາກົນລະດັບພາກພື້ນ ແລະ ລະດັບໂລກ ເພື່ອເຜີຍແຜ່ຂໍ້ມູນຂ່າວສານການທ່ອງທ່ຽວຜ່ານຊ່ອງທາງສື່ຕ່າງໆເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ສປປ ລາວ, ສ່ວນເອື້ອຍນ້ອງກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ຫຼາຍຄົນສາມາດຄົ້ນຄວ້າ ກໍານົດນະໂຍບາຍ ສ້າງນິຕິກໍາ ແລະ ລະບຽບການ ຄຸ້ມຄອງວຽກງານການທ່ອງທ່ຽວ ຍິ່ງໄປກວ່ານັ້ນ ມີຫຼາຍຄົນ ກາຍເປັນຄູຝຶກ ຄູປະເມີນຜົນ ມາດຕະຖານອາຊຽນ ແລະ ນໍາເອົາມາດຕະຖານການທ່ອງທ່ຽວອາຊຽນມາຜັນຂະຫຍາຍຢູ່ ສປປ ລາວ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄືພັດທະນາຂະແໜງການທ່ອງທ່ຽວຂອງ ສປປ ລາວ. ດັ່ງທີ່ພວກເຮົາຮູ້ນໍາກັນລັດຖະບານໄດ້ຖືສໍາຄັນວຽກງານແມ່ຍິງ ຊຶ່ງໄດ້ກໍານົດໃນລັດຖະທໍາມະນູນ ແລະ ກົດໝາຍ ໃນເມື່ອເອື້ອຍນ້ອງແມ່ຍິງພວກເຮົາ ໄດ້ມີສິດມີບົດບາດອັນຊອບທໍາແລ້ວ ກໍຕ້ອງໄດ້ມີການບຸກບືນ ພັດທະນາຕົນເອງ ຕອບແທນບຸນຄຸນພັກ-ລັດ ດ້ວຍການຊອກຮູ້ຮໍ່າຮຽນ ຝຶກຝົນຫຼໍ່ຫຼອມຮຽນເອົາ ທັດສະນະຄຸນສົມບັດທີ່ດີຂອງການນໍາຮຸ່ນກ່ອນ ເປັນເຈົ້າການປົກປັກຮັກສາມູນມໍລະດົກອັນລໍ້າຄ່າ, ວັດທະນະທໍາ ຮີດຄອງປະເພນີ ອັນດີງາມຂອງຊາດ ໃຫ້ຄົງຢູ່ສືບຕໍ່ໄປຮອດລູກຫຼານ, ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນ ແລະ ນໍາໃຊ້ເຂົ້າໃນພາລະກິດພັດທະນາ ແລະ ສ້າງສາປະເທດຊາດ ເປັນແບບຢ່າງໃຫ້ແກ່ຄົນຮຸ່ນຕໍ່ໄປ. 
ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ປີນີ້ ຄົບຮອບ 114ປີ  ການສະເຫຼີມສະຫຼອງ ກໍດໍາເນີນຕາມເງື່ອນໄຂຕົວຈິງ ຊຶ່ງໃນຫຼາຍປີຜ່ານມາ ກໍໄດ້ມີກິດຈະກໍາຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ ໄດ້ນໍາພາຈັດກິດຈະກໍາ, ສ່ວນບັນດາກົມທ່ອງທ່ຽວ ບາງປີກໍມີ ກິດຈະກໍາ ອອກກໍາລັງກາຍ ເຕັ້ນແອໂຣບິກຮ່ວມກັນ ແລະ ບາງປີກໍມີແຂ່ງຂັນກິລາເຕະບານ, ຫຼິ້ນເກມ ແລະ ສ້າງສັນສາມັກຄີກັນ ລະຫວ່າງກົມ. ສໍາລັບປີນີ້ເຫັນວ່າ ເປັນປີທ່ອງທ່ຽວລາວ ເອື້ອຍນ້ອງສ່ວນຫຼາຍກໍມີວຽກວິຊາສະເພາະ ຫຼາຍອັນ ແລະ ພ້ອມທັງກະກຽມກອງປະຊຸມໃຫຍ່ຂອງ ແຕ່ລະໜ່ວຍ ກໍອາດຈະຖືເອົາໂອກາດກອງປະຊຸມໃຫຍ່ເປັນການສະເຫຼີມສະຫຼອງພ້ອມກັນເລີຍ. ແລ້ວແຕ່ເງື່ອນໄຂຂອງແຕ່ລະໜ່ວຍ. 
ທ່ານ ໃຫ້ອີກວ່າ: ປີທ່ອງທ່ຽວລາວ 2024 ມີຄວາມໝາຍສໍາຄັນສໍາລັບ ສປປ ລາວ ລັດຖະບານໄດ້ເຫັນຄວາມສໍາຄັນໃນການຊຸກຍູ້ວຽກງານທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມປະກອບສ່ວນເຂົ້າໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດ ໂດຍສ້າງເງື່ອນໄຂໃຫ້ມີກິດຈະກໍາການເດີນທາງພາຍໃນ ມີການໃຊ້ຈ່າຍພາຍໃນໃຫ້ຫຼາຍຂຶ້ນ ການຈັດກິດຈະກໍາປີທ່ອງທ່ຽວລາວ ເປັນການກະຕຸ້ນໃຫ້ທຸກພາກສ່ວນ ເຫັນຄວາມສໍາຄັນ ຂອງວຽກງານການທ່ອງທ່ຽວ ແລະ ມີສ່ວນຮ່ວມໃນການເປັນເຈົ້າພາບທີ່ດີ. ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າມີບົດບາດສໍາຄັນຫຼາຍ ຊຶ່ງເຂົາເຈົ້າເປັນຜູ້ສະແດງອອກໃຫ້ຜູ້ມາຢ້ຽມຢາມເຫັນເຖິງຄວາມເປັນເອກະລັກທາງດ້ານວັດທະນະທໍາ, ຮີດຄອງປະເພນີ ແລະ ວິຖີດໍາລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າ ສະນັ້ນ ເອື້ອຍນ້ອງແມ່ຍິງລາວ ຄວນເອກອ້າງທະນົງໃຈ ໃນສິ່ງທີ່ພວກເຮົາມີ ແລະ ພ້ອມກັນອະນຸລັກຮັກສາ ແລະ ຖ່າຍທອດໃຫ້ລູກຫຼານ ເພື່ອຄວາມຍືນຍົງຂອງການທ່ອງທ່ຽວ.